(vovworld) – ຈາກພື້ນຖານອະລິຍະທຳແຫ່ງການປູກເຂົ້ານາທາມ, ບັນດາໝູ່ບ້ານວັດທະນະທຳຢູ່ ຫວຽດນາມ ພິເສດສະເພາະຂອງໝູ່ບ້ານກະສິກຳ. ໂຄງປະກອບຂອງບັນດາໝູ່ບ້ານເຄີຍສ້າງຄວາມສະດວກໃຫ້ແກ່ການປູກເຂົ້າ ແລະ ສ້າງເປັນເຂດຊົນນະບົດທີ່ເປັນແບບຢ່າງ, ທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງຊາວ ຫວຽດນາມ. ໂຕຕວນ, ນັກຂ່າວ VOV, ມີບົດຂຽນກ່ຽວກັບ “ໂຄງປະກອບພິເສດສະເພາະຂອງໝູ່ບ້ານທີ່ເປັນມູນເຊື້ອ ຫວຽດນາມ”.
ສຸກສາລາ
|
ໝູ່ບ້ານ ທີ່ເປັນມູນເຊື້ອ ຫວຽດນາມ ມີໂຄງປະກອບບໍ່ໃຫຍ່ປານໃດ. ໝູ່ບ້ານເຄີຍຕັ້ງຢູ່ໃກ້ກັບແມ່ນ້ຳສາຍໜຶ່ງ ຫຼື ບັນດາແຫ່ງທີ່ມີແຫຼ່ງນ້ຳ. ອ້ອມໝູ່ບ້ານມີທົ່ງນາ, ກໍ່ແມ່ນເຂດທີ່ດິນທຳການຜະລິດຂອງປະຊາຊົນໃນໝູ່ບ້ານ. ໝູ່ບ້ານນີ້ຫ່າງຈາກກັບໝູ່ບ້ານອື່ນຍ້ອນເຂດທົ່ງນາຂອງບ້ານ. ໃນເມື່ອກ່ອນ, ຢູ່ເຂດທົ່ງພຽງພາກເໜືອ, ເກືອບຄືວ່າ ໝູ່ບ້ານໃດກໍ່ມີສຸມໄມ້ໄຜ່ທີ່ຂຽວອຸ່ມທູ່ມຢູ້ອ້ອມໝູ່ບ້ານ, ເຖິງວ່າໝູ່ບ້ານນອນຢູ່ໃນ ຫຼື ຢູ່ນອກຄັນຄູ. ສຸມໄມ້ໄຜ່ທີ່ໜາແໜ້ນໄດ້ອ້ອມຮອບໝູ່ບ້ານ ຄືດັ່ງກຳແພງປົກປ້ອງໃຫ້ໝູ່ບ້ານຕ້ານສັດຕູຜູ້ຮຸກຮານ. ສຸມໄມ້ໄຜ່ກໍ່ແມ່ນແຫ່ງສະໜອງວັດສະດຸປຸກສ້າງເຮືອນ, ເຮັດກິດຈະກຳສະທາລະນະຂອງໝູ່ບ້ານ. ເມື່ອຢາກເຂົ້າໝູ່ບ້ານແມ່ນຕ້ອງຜ່ານປະຕູໂຂງ. ເມື່ອກ່ອນນີ້, ປະຕູໂຂງຂອງໝູ່ບ້ານໄດ້ຮັບການກໍ່ສ້າງດ້ວຍດິນຈີ່ ແລະ ມີບານປະຕູເຮັດດ້ວຍໄມ້ແດງຢ່າງໜາແໜ້ນ. ປະຕູໂຂງທັງເປັນການຢັ້ງຢືນບໍລິເວນຂອງໝູ່ບ້ານ, ທັງເປັນກິດຈະກຳສະຖາປັດຕະຍາກຳທີ່ພົ້ນເດັ່ນຂອງໝູ່ບ້ານ. ເມື່ອສັງເກດປະຕູໂຂງເຂົ້າບ້ານ, ເຂົາເຈົ້າອາດສາມາດຮູ້ຊື່ຂອງໝູ່ບ້ານ, ທີ່ຕັ້ງບົດບາດ, ກຳລັງແຮງ ຫຼື ຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງໝູ່ບ້ານ. ປອ ດິງຮົ່ງຫາຍ, ຢູ່ມະຫາວິທະຍາໄລ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຕາມປົກກະຕິແລ້ວ, ໝູ່ບ້ານໜຶ່ງເຄີຍມີປະຕູໂຂງ 2 ແຫ່ງ. ປະຕູໂຂງຕົ້ນຕໍມີສະຖາປັດຕະຍາກຳຢ່າງລະອຽດລະອໍ, ໄດ້ຮັບການປະດັບປະດາຢ່າງສວຍງາມ, ມີຊື່ໝູ່ບ້ານ, ມີຄຳຜະຫຍາ, ສ່ວນປະຕູແຫ່ງທີ່ສອງແມ່ນຢູ່ທາງຫຼັງໝູ່ບ້ານເພື່ອທຳພິທີສົ່ງສະການ. ຢູ່ປະຕູແຫ່ງນີ້ຍັງມີບັນດາກິດຈະກຳສະຖາປັດຕະຍາກຳທີ່ມີລັກສະນະຈິດວິນຍານ. ແຕ່ຕາມປົກກະຕິແລ້ວ, ໝູ່ບ້ານໃດກໍ່ມີ ປະຕູໂຂງ 2 ແຫ່ງດ້ວຍບົດບາດຄືແນວນັ້ນ”
ຜ່ານປະຕູໂຂງແມ່ນເສັ້ນທາງປູດິນຈີ່ງ່ຽງຄືດັ່ງຮູບກະດູກປາ ທີ່ພາໄປຍັງບ້ານຕ່າງໆ. ເສັ້ນທາງຕົ້ນຕໍໃນໝູ່ບ້ານເຄີຍພາໄປເຖິງສາລາບ້ານ. ຕາມການເຫຼື້ອມໃສແລ້ວ, ສາລາບ້ານແມ່ນບ່ອນສັກກະລະບູຊາທີ່ສຸດ, ດັ່ງນັ້ນ ປະຊາຊົນເຄີຍເລືອກເຟັ້ນບ່ອນທີ່ມີຫຼັກຫວາງຈຸ້ຍດີທີ່ສຸດເພື່ອກໍ່ສ້າງ. ສາລາບ້ານແມ່ນກິດຈະກຳສະຖາປັດຕະຍາກຳທີ່ພົ້ນເດັ່ນ, ມີຄວາມໝາຍດ້ານຈິດວີນຍານ. ສາລາບ້ານແມ່ນບ່ອນບູຊາຜູ້ກໍ່ຕັ້ງໝູ່ບ້ານ, ບັນດານັກວິລະຊົນມີຄຸນງາມຄວາມດີຕໍ່ປະຊາຊົນ, ຕໍ່ປະເທດຊາດ. ສາລາບ້ານແມ່ນສູນດຳເນີນຊີວິດຂອງວົງຄະນະຍາດ, ແມ່ນບ່ອນດຳເນີນບັນດາເຫດການສຳຄັນ, ບັນດາງານບຸນ, ການເຄື່ອນໄຫວວັດທະນະທຳຂອງທັງໝູ່ບ້ານ. ນັກສະຖາປານິກ ເລກວາງງອກ, ໃຫ້ຮູ້ວ່າ:
“ສາລາບ້ານເຄີຍໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ ແລະ ໃນບໍລິເວນສັກສິດ, ທາງຄົມມະນາຄົມບໍ່ໄດ້ໄປຜ່ານຍ້ອນວ່ານີ້ແມ່ນບ່ອນເຕົ້າໂຮມຂອງປະຊາຊົນໃນໝູ່ບ້ານ. ບັນດາໝູ່ບ້ານຮັ່ງມີ, ທຳມາຫາກິນໄດ້ດີເຄີຍມີສາລາໃຫຍ່ໂຕໂອໂຖງ, ສ່ວນບັນດາໝູ່ບ້ານທຸກຍາກສາລາບ້ານກໍ່ນ້ອຍກ່ວາ.”
ເຮືອນມູນເຊື້ອຂອງປະຊາຊົນພາກເໜືອ
|
ໃນໂຄງປະກອບໝູ່ບ້ານທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ຍັງມີບັນດາກິດຈະກຳສະຖາປັດຕະຍາກຳອື່ນໆອີກ, ສະແດງໃຫ້ເຫັນຄວາມງາມທີ່ກົມກຽວກັບເຂດບ້ານນາ. ຄຽງຂ້າງປະຕູໂຂງເຄີຍມີຕົ້ນໄຮ ແມ່ນບ່ອນທີ່ຊາວກະສິກອນໃນບ້ານນັ່ງຜັກຜ່ອນຢ່ອນອາລົມໃຕ້ຫົ່ມເຢັນຂອງຕົ້ນໄມ້ໄຮພາຍຫຼັງການເຮັດໄຮ່ໄຖນາ, ອອກແຮງງານທຳການຜະລິດຢ່າງອິດເມື່ອຍ. ອ່າງນ້ຳສ້າງຢູ່ໝູ່ບ້ານທັງເປັນແຫຼ່ງນ້ຳໃຊ້ລວມໃຫ້ແກ່ປະຊາຊົນໃນໝູ່ບ້ານທັງມີຄວາມໝາຍດ້ານຈິດວີນຍານຄືດັ່ງດວງຕາຂອງໝູ່ບ້ານ ເຊິ່ງໄດ້ຕິດຕາມການດຳລົງຊີວິດຂອງລຸ້ນຄົນຕ່າງໆໃນໝູ່ບ້ານ. ບັນດາກິດຈະກຳເຫຼື້ອມໃສສາສະໜາຄື: ວັດວາອາຮາມ, ວິຫານ, ຫໍບູຊາ, ບັນດາຫໍບູຊາຂອງວົງຕະກຸນໃນໝູ່ບ້ານ… ຫຼັງຄາເຄີຍໄດ້ມຸງດິນຂໍມີຮູບໂຄ້ງ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນໝູ່ບ້ານ.
ໃນວິວັດແຫ່ງການພັດທະນາຂອງໝູ່ບ້ານ, ເຮືອນຢູ່ຂອງປະຊາຊົນໃນໝູ່ບ້ານແຫ່ງຕ່າງໆໄດ້ຮັບການກໍ່ສ້າງຢ່າງລຽນຕິດຢູ່ 2 ຟາກທາງຂອງໝູ່ບ້ານ, ຮ່ອມບ້ານດ້ວຍຂອບຂະໜາດທີ່ແຕກຕ່າງກັນ. ຢູ່ຕໍ່ໜ້າບ່ອນເຄີຍມີເດີນສວນ, ຄອບຄົວໃດຮັ່ງມີຈະສ້າງເຮືອນໃຫຍ່ມີ 5, 7 ຫ້ອງ, ຄອບຄົວໃດທຸກຍາກຈະສ້າງເຮືອນມີ 3 ຫ້ອງ ແລະ 2 ຫ້ອງນ້ອຍຢູ່ 2 ຂ້າງເຮືອນ. ມີສິ່ງໜຶ່ງທີ່ຂາດບໍ່ໄດ້ໃນເຮືອນຢູ່ເຂດບ້ານນາ, ນັ້ນແມ່ນແທ່ນບູຊາບັນພະບຸລຸດ, ທີ່ໄດ້ຕັ້ງຢູ່ຫ້ອງຕົ້ນຕໍ, ຢູ່ຕໍ່ໜ້າແທ່ນບູຊາເຄີຍມີຕຽງໃຫຍ່ດ້ວຍໄມ້, ແມ່ນບ່ອນເພື່ອໃຫ້ເຈົ້າຂອງເຮືອນຕ້ອນຮັບແຂກ, ສະມາຊິກໃນຄອບຄົວນັ່ງໂອ້ລົມນຳກັນ.
ຜ່ານຫຼາຍລຸ້ນຄົນ, ໂຄງປະກອບໝູ່ບ້ານພ້ອມກັບບັນດາຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກສະເພາະ ໄດ້ສ້າງເປັນສີສັນເຂດບ້ານນາສະຫງົບສຸກ. ຍ້ອນເຫດນັ້ນ, ສຳລັບບັນດາຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຮູບພາບໝູ່ບ້ານຍາມໃດກໍ່ໄດ້ສ້າງຄວາມສະເທືອນໃຈ, ຄວາມຄິດຮອດຄິດເຖິງກ່ຽວກັບກົກເຄົ້າເຫງົາກໍ, ຈິດວີນຍານ ແລະ ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຂອງບ້ານເກີດເມືອງນອນ.