ໄວໜຸ່ມແຂວງ ອຽນບ໋າຍ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

(vovworld) - ພ້ອມ​ກັບ​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ, ໄວ​ໜຸ່ມ​ແຂ​ວງ ອຽນ​ບ໋າຍ ໄດ້​ຕອບ​ສະ​ໜອງ​ຂະ​ບວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ, ລາຍ​ການ​ລະ​ອຽດ. ບັນ​ດາ​ໂຄງ​ການ, ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຊາວ​ໜຸ່​ມ​ເໝາະ​ສົມ​ກ​ັບ​​ເງື່ອນ​ໄຂ​ຕົວ​ຈິງຂອງ​ທ້ອງ​ຖິ່ນ​, ​ໄດ້ ແລະ ພວມປະ​ກອບ​ສ່ວນ​ຍູ້​ໄວ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ແຂວງ ອຽນ​ບ໋າຍ. ບົດ​ຂຽນ “ໄວ​ໜຸ່ມ​ແຂວງ ອຽນ​ບ໋າຍ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ຂອງ​ເທື່ອ​ຊວນ, ນັກ​ຂ່າວ VOV.

        ອຽນ​ບ໋​າຍ ແມ່ນ​ແຂວງ​ພູ​ດອຍ​ທາງ​ພາກ​ເໜືອ ຫວຽດນາມ, ທີ່​ຍັງ​ປະ​ສົມ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງ. ໂດຍ​​ກຳ​ນົດ​ໄດ້ວ່າມາດ​ຖານ​ທີ 10 (ມາດ​ຖານ​ດ້ານ​ລາຍ​ຮັບ) ແມ່​ນ​ມາດຖານ​ສຳຄັນເພື່ອ​ຈຳ​ກັດ​ສະ​ພາບ​ການ​ສະ​ມາ​ຊິກ​ຊາວ​ໜຸ່ມ​ປະ​ລະ​ເຮືອນ​ຊານ​ບ້ານ​ຊ່ອງ​ໄປ​ເຮັດ​ວຽກ​ຢູ່​ແຂວງ​ອື່ນ, ຄະ​ນະ​ຊາວ​ໜຸ່ມ​ແຂວງ ອຽນ​ບ໋າຍ ໄດ້​ສ້າງ​ແຜນ​ການ​ລະ​ອຽດ​ເພື່ອ​ພັ​ດ​ທະ​ນາ​ເສດ​ຖະ​ກິດ ແລະ ໂຄ​ສະ​ນາ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຖິງ​ສະ​ມາ​ຊິກ​ຊາວ​ໜຸ່ມ. ໝາກ​ຜົນ​ພາຍຫຼັງ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ, ທົ່ວ​ແຂວງ​​ກໍ່​ສ້າງ​ໄດ້ກ່​ວາ 300 ຮູບ​ແບບ, ສະ​ໂມ​ສອນ​ຊາວ​ໜຸ່​ມ​ພັ​ດ​ທະ​ນາ​ເສ​ດ​ຖະ​ກິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່​ມ​ນັບ​ພັນ​ຄົນ, ໃນ​ນັ້ນ​ມີຫຼາຍ​ຮູບ​ແບບ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 100 – 200 ລ້ານ​ດົ່ງ/ປີ. ພົ້​ນ​ເດັ່ນ​ແມ່ນ​ຮູບ​ແບບ “ສະ​ໂມ​ສອນ​​ຊາວ​ໜຸ່ມ​ຊ່ວຍ​ເຫລືອ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ” ຢູ່​ບ້ານ ຮີນ​ລໍ່, ຕາ​ແສງ ອຽນ​ຖັງ, ເມືອງ ລຸກ​ອຽນ ໂດຍ​ອ້າຍ ເຢືອງວັນ​ທູ ເປັນ​ຫົວ​ໜ້າ. ສະ​ໂມ​ສອນ​ມີ​ສະ​ມາ​ຊິກ​ເກືອບ 20 ຄົນນີ້ໄດ້​ລົງ​ທຶນ​ປະກອບ​ເຄື່ອງ​ກົນ​ຈັກ, ອຸປະກອນ​ຜະລິດ​ກະ​ສິ​ກຳຫຼາຍ​ຢ່າງ​ເຊັ່ນ: ​ຈັກ​ດູດ​ຂີ້ຕົ້ມ, ຈັກ​ຂຸດ​ຄົ້ນ​ປ່າ, ລົດ​ໄຖ​ເດີນ​ຕາມເພື່ອ​ຮັບ​ໃຊ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພໍ່​ແມ່​ປ​ະ​ຊາ​ຊົນ​ໃນ​ບ້ານ, ຕາ​ແສງ. ດັ່ງ​ນັ້ນ, ສະ​ມາ​ຊິກ​ແຕ່​ລະ​ຄົນ​ລ້ວນ​ແຕ່​ມີ​ລາຍ​ຮັບ​ສະ​ເລ່ຍ​ປະ​ມານ 3 ລ້ານດົ່ງ/ຄົນ/ເດືອນ. ອ້າຍ ຫງວຽນ​ກວາງ​ທ່ວນ, ສະ​ມ​າ​ຊິກ​ຂອງ​ສະ​ໂມ​ສອນ, ໃຫ້​ຮູ້​ວ່າ:

        “ເມື່ອ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ຊາວ​ໜຸ່ມ​ຊ່ວຍ​ເຫຼືອ​ກັນ​ເຮັດ​ເສດ​ຖະ​ກິດ, ບັນ​ດາ​ສະ​ມາ​ຊິກ​ໄດ້​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງກັນ. ກ້າ​ເຮັດ​ກ້າ​ທຳ​ກ່​ວາ​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບຜົນ​ລະ​ປູກ, ໄດ້​ສຳ​ພັດ​ກັບ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ໃໝ່ ​ແລະ ມີ​ລາ​ຍ​ຮັບ​ເປັນ​ປົກ​ກະ​ຕິກ​່​ວາ.”
ໄວໜຸ່ມແຂວງ ອຽນບ໋າຍ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບປະກອບຈາກ ອີນເຕີເນັດ

        ໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ມາດ​ຖານ​ກ່ຽວ​ກັບ​ລາຍ​ຮັບ​ນ​ັ້ນ, ສະ​ມາ​ຊິກ​ຊາວ​ໜ​ຸ່ມ, ຊາວ​ໜຸ່ມ​ແຂວງ ອຽນ​ບ໋າຍ ຍັງ​​ໃຫ້ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ມາດ​ຖານ​ທີ 17, ນັ້ນ​ແມ່ນ​ມາດ​ຖາ​ນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ການກໍ່​ສ້າ​ງ​ຊ​ົນ​ນະ​ບົດ​ໃໝ່. ຊາວ​ໜຸ່ມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ “ວັນ​ອາ​ທິດ​ຂຽວ” ແລະ “ວັນ​ເສົາ​ອາ​ສາ​ສະ​ໝັກ” ໂດຍ​ແຂວງ ແລະ ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ​ ປຸກ​ລະ​ດົມ, ດຳ​ເນີນ​ການ​ເຮັດ​ອະ​ນາ​ໄມ​​ທາງ​​ເຂົ້າ​ບ້ານ, ຕາ​ແສງ, ຂົ​ນ​ຂວາຍ​ປະ​ຊາ​ຊົນ​ເກັບ​ມ້ຽນ, ກຳຈັດ​ສິ່ງ​ເສດ​ເຫຼືອ​ໃນ​ການ​ດຳ​ເນີນ​ຊີ​ວິດ. ​ບັນດາການ​ເຄື່ອນ​ໄຫວ​​ນີ້​ໄດ້​ດຶງ​ດູ​ດ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມກ່ວາ 10.000 ເທື່ອ​ຄົນ​ເຂົ້າ​ຮ່ວມ. ອ້າຍ ຮ່​ວາງ​ຈູງ​ຈີງ, ເລ​ຂາ​ຄະ​ນະ​ຊາວ​ໜຸ່​ມ​ເມືອງ​ລຸກ​ອຽນ, ແຂວງ ອຽນ​ບ໋າຍ, ໃຫ້​ຮູ້​ວ່າ:

        “ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ພວມສຸມ​ໃສ່​ເຂົ້າ​ມາດ​ຖານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ນັ້​ນ​ແມ່ນ​ກາ​ນ​ຂົນ​ຂວາຍ​ປ​ະ​ຊາ​ຊົນ​ຂຸດ​ຂຸມ​ໃສ່​ຂີ້​ເຫຍື້ອ, ສິ່ງ​ເສດ​ເຫຼືອ​ຢູ່​​ຄອບ​ຄົວ. ຂົນ​ຂວາຍ​ສັງຄົມ​ຂຸດ​ຂຸມ​ໃສ່​ຂີ້​ເຫ​ຍື້ອຢູ່​​ເຂດທົ່ງ​ນາ ແລະ ຫຼັງ​ຈາກ​ນັ້ນຂົ​ນ​ຂວາຍ​ປ​ະ​ຊາ​ຊົນ​ຖິ້ມຖົງ, ບັນຈຸຢາ​ຂ້າ​ສັດ​ຕູ​ພືດ, ຢາ​ປ້ອງ​ກັນ​ພືດ​ໃສ່, ​ໃນ​ຂຸມ​ນັ້ນ​ເພື່ອ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ກຳຈັດ​ສິ່ງ​ເສດ​ເຫຼື​ອດັ່ງກ່າວ.”

        ຜ່ານ 5 ປີ​ແຫ່ງ​ການ​ປະ​ຕິ​ບັດລາຍ​ການ “ໄວ​ໜຸ່ມ​ແຂວງ ອຽນ​ບ໋າຍ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ໄດ້​ມີ​ນັບ​ຮ້ອຍ​ກິດ​ຈະ​ກຳ, ວຽກ​ງານ​ຕ່າງໆ​ໂດຍ​ຊາວ​ໜຸ່​ມ​ປະ​ຕິ​ບັດ​ສຳ​ເລັດ​ຜົນ. ພິ​ເສດ​ໃນ​ຂົງ​ເຂ​ດ​ພັດ​ທະ​ນາ​ເສດ​ຖະ​ກິດ, ພື້ນ​ຖານ​ໂຄງ​ລ່າງ ແລະ ສິ່ງ​ແວດ​ລ້ອມ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວຈຸດ​ສຸມ​ຂອງ​ໄວ​ໜຸ່ມ ອຽນ​ບ໋າຍ. ​ຜົນງານ​ໄດ້​ຮັບ​ແມ່ນ​ເສັ້ນ​ທາງ​​ຊົນ​ນະ​ບົດຍາວ​ເກືອບ 200 ກມ ແລະ ເສັ້ນ​ທາງ​​ໃນ​ເຂດ​ທົ່ງ​ນາ​ເກືອບ 100 ກ​ມ​​ໄດ້​ຮັບ​ການ​ຍົກ​ລະ​ດັບ, ສ້າງ​ໃໝ່, ຫໍ​ວັດ​ທະ​ນະ​ທຳ 114 ແຫ່ງ, ເຮືອນ​ເຄິ່ງ​ກິ​ນນອນ​ຂອງ​ນັກ​ຮຽນ, ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 128ແຫ່ງ, ເດີນ​​ເບ​ຕົງ 44 ແຫ່ງ​ໄດ້​ຮັບ​ການກໍ່​ສ້າງ. ໃນ​ຂົງ​ເຂດ​ເສດ​ຖະ​ກິດ,  ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ​ໄດ້​ປູ​ກຕົ້ນ​ໄມ້​ໃນ​ເນື້ອ​ທີ່ 420 ເຮັກ​ຕາ, ປູກ​ຊາ ຊານ​ຕວຽດ ​ໃນ​ເນື້ອ​ທີ່ກ່​ວາ 100 ເຮັກ​ຕາ, ​ນາ​ຂັ້ນ​ໄດ 5 ເຮັກ​ຕາ​ຢູ່​ເມືອງ ຈ້າມ​ເຕົ໋າ ແລະ ໝູ່​ກັງ​ຈ໋າຍ… ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ທົ່ວ​ແຂວງ ອຽນ​ບ໋າຍ ດ້ວຍ 6 ຕາ​ແສງບັດ​ລຸ​ມາດ​ຖານ ແລະ 40 ຕາ​ແສງ​ບັນ​ລຸ​ໄດ້ 10 ມາດ​ຖານ​ຂຶ້ນ​ໄປ. ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ຂະ​ບວນ​ການ “ໄວ​ໜຸ່ມ​ແຂວງ ອຽນ​ບ໋າຍ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ​ໃຫ້ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອ້າຍ ເລືອງ​ແມ້ງ​ຮ່າ, ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ອຽນ​ບ໋າຍ, ໃຫ້​ຮູ້​ວ່າ:

        “ຄະ​ນະ​ປະ​ຈຳ​ການຄະ​ນະ​ຊາວ​ໜຸ່ມ​ແຂວງ​ໄດ້​ກຳ​ນົດ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ເພື່ອ​ໃຫ້​ຄະ​ນະ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ​ທີ່ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ. ຕົວ​ຢ່າງ​ຄື​ມາດ​ຖານ​ທີ 2, 3, 6 ແລະ 17 ກ່ຽວ​ກັບ​ການກໍ່​ສ້າງ​ພື້​ນ​ຖານ​ໂຄງ​ລ່າງ​ເຂດ​ຊົນ​ນະ​ບົດ, ສິ່ງ​ແວດ​ລ້ອ​ມ, ມາດ​ຖານ​ເລກ​ທີ 10, 13 ກ່ຽວ​ກັບ​ກາ​ນ​ຈັດ​ຕັ້ງ​ການ​ຜະ​ລິດ, ຍົກ​ສູງ​ລາຍ​ຮ​ັບ​ເພື່ອ​ຫັນ​ບັນ​ດາ​ມາດ​ຖານນັ້ນ​ເປັນ​ລະ​ອ​ຽດ”

        ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ, ສະ​ມາ​ຊິກ​ຊ​າວ​ໜຸ່ມ, ຊາວ​ໜຸ່ມ​ກ່​ວາ 222.000 ຄົນ​ຢູ່​ແຂວງ ອຽນ​ບ໋າຍ ພວມ​ຫ້າວ​ຫັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ສູ້​ຊົນ​​ໃຫ້ນັບ​ມື້​ນັບ​ມີຫ​ລາຍ​ຕາ​ແສງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ບັນ​ລຸ​​ມາດ​ຖານ​ຊົນ​ນະ​ບົດ​ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ