ໝູ່​ບ້ານ​ຈຳ​ດ້ວຍ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ

(VOVWORLD) - ຫໍທຳມະສະພາແຫ່ງຕ່າງໆ ດ້ວຍສະຖາປັດຕະຍາກຳເກົ່າແກ່ ແລະ ປະທັບໃຈ ແມ່ນບ່ອນທີ່ບັນດາຜູ້ຊາຍ, ຊາຍຫນຸ່ມ ມາທຳພິທີພາວະນາ 5 ເທື່ອໃນມື້ 1. ສ່ວນບັນດາແມ່ຍິງຊາວເຜົ່າຈຳຜູ້ມີສະເຫນ່ ແລະ ສວຍງາມກໍ່ມີຄວາມດຸໝັ່ນຕ່ຳຫູກໃນແຕ່ລະມື້. ບັນດາງານບຸນທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍສີໃນຊີວິດດ້ານວັດທະນະທຳ, ຈິດໃຈ…..ທຸກຢ່າງໄດ້ສ້າງເປັນຈຸດທີ່ເປັນເອກະລັກພິເສດຂອງບັນດາໝູ່ບ້ານຈຳ ໃນເຂດທົ່ງພຽງແມ່ນ້ຳຂອງ.

    ຢູ່ແຂວງອານຢາງ, ບັນດາໝູ່ບ້ານຈຳ ໄດ້ຈັດສັນຢູ່ລຽບຕາມສອງຝັ່ງແມ່ນ້ຳ ເຮົ້າ ແລະ ບັນດາສາຂາ ດ້ວຍບັນດາເຮືອນຮ້ານເຮັດດ້ວຍໄມ້ທີ່ເປັນເອກະລັກ. ຫໍທຳມະສະພາໃຫ່ຍນ້ອຍນັບສິບກ່ວາແຫ່ງ ມີສະຖາປັດຕະຍາກຳດ້ວຍຫຼັງຄາກົ່ງ ຢູ່ 4 ແຈມີ 4 ທາດນ້ອຍ. ໃນນັ້ນ, ພົ້ນເດັ່ນທີ່ສຸດແມ່ນ ຫໍທຳມະສະພາ Mubarak ຊື່ງໄດ້ຮັບການຮັບຮອງວ່າແມ່ນເຂດປູຊະນີຍະສະຖານລະດັບຊາດ ກ່ຽວກັບດ້ານສະຖາປັດຕະຍາກຳ ມາແຕ່ປີ 2011. ຕາມຊີວິດດ້ານຈິດວິນຍານ ແລະ ຄວາມເຊື່ອຖືດ້ານສາສະໜາ ທີ່ເປັນເອກະລັກຂອງຊົນເຜົ່າຈຳແລ້ວ, ທຸກຄົນລ້ວນແຕ່ມຸ່ງໜ້າໄປສູ່ຫໍທຳມະສະພາເພື່ອທຳພິທີພາວະນາ.

ໝູ່​ບ້ານ​ຈຳ​ດ້ວຍ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ - ảnh 1

 ບັນດາຫໍທຳມະສະພາຢູ່ແຂວງອານຢາງ

ໃນທຸກວັນນີ້, ຫໍທຳມະສະພາ ຍັງໄດ້ນຳໃຊ້ເພື່ອເປັນບ່ອນດຳເນີນຊີວິດວົງຄະນະຍາດ, ໂຄສະນາ ນະໂຍບາຍ ກົດໝາຍຂອງພັກ, ລັດ ໃຫ້ແກ່ພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະໜາອິດສະລາມ ໃນວັນສຸກຂອງທຸກໆອາທິດ. ທ່ານ SO RO LES ຫົວໜ້າຫ້ອງການຊົນເຜົ່າ ເທດສະບານຕາແສງ ເຕິນເຈົາ ແຂວງ ອານຢາງ ໃຫ້ຮູ້ວ່າ:

ໃນທຸກໆວັນສຸກ, ບັນດາສາສະນິກກະຊົນ ລ້ວນແຕ່ໄດ້ເຕົ້າໂຮມກັນຢູ່ ຫໍທຳມະສະພາ ພ້ອມກັບບັນດາສັງຄະນາຍົກຢືນອ່ານຫຼັກພະທຳ, ຄຳສັ່ງສອນຂອງສາສະໜາ ໃຫ້ບັນດາສາສະນິກກະຊົນ ຕ້ອງປະຕິບັດຕາມສາສະໜາ, ຕາມກົດໝາຍ, ມີແບບແຜນການດຳລົງຊີວິດ ສີວິໄລ, ໃນວັນສຸກຈະໄດ້ເວົ້າຫຼາຍກ່ວາກ່ຽວກັບທຸກດ້ານໃນການດຳລົງຊີວິດ, ບໍ່ພຽງແຕ່ຫຼັກພະທຳຄຳສັ່ງສອນຂອງສາສະໜາອິດສະລາມເທົ່ານັ້ນ.

ໝູ່​ບ້ານ​ຈຳ​ດ້ວຍ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ - ảnh 2

ແຂກທ່ອງທ່ຽວເຂົ້າຮ່ວມອາຊີບຕຳຫູກທີ່ເປັນມູນເຊື້ອຂອງຊາວເຜົ່າຈຳອານຢາງ

 ບັນດາຈຸດພິເສດສະເພາະດ້ານວັດທະນະທຳຂອງຊາວເຜົ່າຈຳ ແຂວງອານຢາງ ຍັງສະແດງອອກຜ່ານສຽງເວົ້າ, ຕົວໜັງສືປະຈຳເຜົ່າຕົນ. ເພື່ອອະນຸລັກຮັກສາວັດທະນະທຳ, ສຽງເວົ້າ ແລະ ຕົວໜັງສື, ປະຈຸບັນ, ຢູ່ ຫໍທຳມະສະພາເກືອບທຸກແຫ່ງ ລ້ວນແຕ່ໄດ້ເປີດຫ້ອງຮຽນສອນໜັງສື. ກາງເວັນພວກນ້ອງຮຽນໜັງສືຢູ່ໂຮງຮຽນເປັນປົກກະຕິ, ເມື່ອຮອດຍາມແລງມາ ກໍ່ເຕົ້າໂຮມກັນຢູ່ຫໍທຳມະສະພາເພື່ອຮຽນອ່ານ, ຮຽນຂຽນໜັງສືຂອງຊົນເຜົ່າຕົນ. ທ່ານ HAJI ABDOLHAMID ຮອງສັງຄະນາຍົກຫໍທຳມະສະພາ ຈຳ Azhar; ບ້ານ ເຈົາຢາງ, ຕາແສງ ເຈົາຟອງ ໃຫ້ຮູ້ວ່າ:

ກ່ອນອື່ນແມ່ນຊ່ວຍພວກນ້ອງຮຽນຄຳພີ ໂກຣານ, ຮູ້ທຳພິທີທາງສາສະໜາອິດສະລາມ, ໃນອະນາຄົດແມ່ນຈະຮັກສາສີສັນວັດທະນະທຳຊາວຊົນເຜົ່າຈຳໄວ້ໄດ້; ເປັນຊາວເຜົ່າຈຳ ຕ້ອງຮູ້ໜັງສື, ຮູ້ເວົ້າພາສາຊົນເຜົ່າຈຳໄດ້.

ໝູ່​ບ້ານ​ຈຳ​ດ້ວຍ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ - ảnh 3

  ແຕ່ລະປີ, ຊາວເຜົ່າຈຳມີ 3 ງານບຸນໃຫ່ຍ: ງານບຸນ Roja, ງານບຸນ Ramadam ຫຼືເອີ້ນວ່າງານບຸນກິນເຈ ແລະ ງານບຸນວັນເກີດຂອງສັນທະປະປາ Muhammed. ໃນງານບຸນ Ramadam ຫຼືເອີ້ນວ່າງານບຸນກິນເຈ ຊື່ງແກ່ຍາວແຕ່ວັນທີ 1 ຫາວັນທີ 30/9 ໄລ່ຕາມປະຕິທິນຂອງຊາວອິດສະລາມ, ເຖິງວ່າປະຊາຊົນໄປໃສກໍ່ຕາມ ກໍ່ໄດ້ຍາດເວລາກັບຄືນມາບ້ານ ເພື່ອປະຕິບັດພິທີທາງສາສະໜາ. ພາຍຫຼັງສິ້ນສຸດງານບຸນ Ramadam, ຊາວເຜົ່າຈຳ ກ້າວເຂົ້າສູ່ງານບຸນ Roja ຊື່ງແມ່ນງານບຸນປະຈຳຊາດຕ້ອນຮັບປີໃໝ່. ຢູ່ບັນດາຫໍທຳມະສະພາ, ປະຊາຊົນໄດ້ຂ້າແບ້, ຂ້າງົວຈັດງານລ້ຽງ ພາຍຫຼັງອອກແຮງງານຢ່າງດຸໝັ່ນມາເປັນເວລາ 1 ປີ. ນີ້ກໍ່ແມ່ນຈຸດເວລາທີ່ບັນດາການເຄື່ອນໄຫວຊີວິດດ້ານວັດທະນະທຳ ຈິດໃຈຂອງຊາວເຜົ່າຈຳ ອານຢາງ ມີຄວາມຟົດຟື້ນມ່ວນຊື່ນທີ່ສຸດ. ເຂົາເຈົ້າໄດ້ຈັດການຮ້ອງເພງ, ຟ້ອນ, ສະແດງວັດທະນະທຳສິລະປະ ດ້ວຍບັນດາທຳນອງ ແລະ ບົດເພງສະເພາະຂອງຕົນເອງ. ທ່ານ HAJI CHAU KA ĐƯA ເລຂາຄະນະບໍລິຫານງານ ຫໍທຳມະສະພາ Mubarak ເທດສະບານຕາແສງ ເຕິນເຈົາ ແຂວງອານຢາງ ແບ່ງປັນວ່າ:

 ເດືອນ Ramadam ແມ່ນເດືອນສັກກະລະບູຊາ ຂອງສາສະໜາອິດສະລາມ, ແມ່ນເດືອນກິນເຈ, ແມ່ນຕ້ອງໄດ້ອົດເຂົ້າ ອົດນ້ຳ… ທຸກສິ່ງທຸກຢ່າງທີ່ ເກືອດຫ້າມໃນຄຳພີ Koran. ເດືອນ Ramadam ອົດກິນນັ້ນ ແມ່ນເພື່ອໃຫ້ທຸກຄົນຮູ້ສຶກໄດ້ເຖິງຄວາມລຳບາກ.

ໝູ່​ບ້ານ​ຈຳ​ດ້ວຍ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ - ảnh 4

ບັນດາຫໍທຳມະສະພາຢູ່ແຂວງອານຢາງ

   ຈຸດວັດທະນະທຳທີ່ເປັນເອກະລັກອື່ນໆອີກ ແມ່ນຊຸດອາພອນຂອງທັງເພດຍິງ ແລະ ເພດຊາຍ ກໍ່ລ້ວນແຕ່ແມ່ນຊ່າຣົງ. ຜູ້ຊາຍແມ່ນຈະໃສ່ໝວກຝ້າຍ, ແມ່ຍິງໃສ່ແພພັນຄໍ Matơra. ຮູບພາບນາງສາວຊາວເຜົ່າຈຳ ດ້ວຍຊຸດອາພອນປະຈຳເຜົ່າທີ່ເປັນມູນເຊື້ອ ນັ່ງຕ່ຳຫູກ ນັ້ນບໍ່ພຽງແຕ່ສະແດງໃຫ້ເຫັນສີສັນວັດທະນະທຳຂອງຊົນເຜົ່າເທົ່ານັ້ນ, ແຕ່ຍັງແມ່ນຈຸດທີ່ເປັນເອກະລັກສະເພາະ, ຄວາມມີສະເໜ່ຂອງສາວຊົນເຜົ່າຈຳ ຢູ່ແຂວງອານຢາງ ອີກດ້ວຍ. ປ້າ RO MẮK ຊ່າງຕ່ຳຫູກຢູ່ໝູ່ບ້ານຈຳ ເທດສະບານຕາແສງເຕິນເຈົາ, ແຂວງອານຢາງ ໄດ້ແບ່ງປັນວ່າ: ນັບແຕ່ຄາວຍັງນ້ອຍ, ບັນດານາງສາວເຜົ່າຈຳ ກໍ່ໄດ້ຮຽນວິທີເຮັດບັນດາເຍື່ອງອາຫານ, ເຂົ້າໜົມພື້ນເມືອງຈາກແມ່, ແມ່ຕູ້ແລ້ວ ແລະ ພິເສດແມ່ນໄດ້ຮັບການສືບທອດ ອາຊີບຖັກແສ່ວ, ຕ່ຳຫູກ ຊື່ງແມ່ນອາຊີບທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ:

ເຖິງວ່າວຽກງານນີ້ລຳບາກຫຼາຍປານໃດກໍ່ຕາມ ແຕ່ຂ້າພະເຈົ້າ ກໍ່ມີຄວາມພາກພູມໃຈທີ່ສຸດ ຍ້ອນວ່ານີ້ແມ່ນອາຊີບທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ, ສະນັ້ນ ກໍ່ພະຍາຍາມຮັກສາໄວ້. ເຖິງວ່າລຳບາກເທົ່າໃດກໍ່ຕ້ອງພະຍາຍາມເຮັດ.

  ໃນທຸກວັນນີ້, ບັນດາຫໍທຳມະສະພາສາສະໜາອິດສະລາມ ດ້ວຍສະຖາປັດຕະຍາກຳສິລະປະທີ່ສ້າງຄວາມປະທັບໃຈ ພ້ອມກັບຈຸດວັດທະນະທຳພິເສດສະເພາະໃນການດຳເນີນຊີວິດ ແລະ ອາຊີບຕ່ຳຫູກທີ່ເປັນມູນເຊື້ອຂອງຊົນເຜົ່າຈຳ ນັບມື້ນັບໄດ້ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ, ຊອກຮູ້, ຂຸດຄົ້ນ ເປັນຈຳນວນຫຼວງຫຼາຍ. ຍ້ອນເຫດນັ້ນ, ຊົນເຜົ່າຈຳ ພາກສ່ວນໜຶ່ງ ຈຶ່ງຮັບເອົາທ່າອ່ຽງນີ້ຢ່າງໄວວາ, ເຂົ້າຮ່ວມການເຮັດບໍລິການທ່ອງທ່ຽວ ເພື່ອແນະນຳບັນດາຄຸນຄ່າວັດທະນະທຳພິເສດສະເພາະຂອງຊົນເຜົ່າຕົນ. ເມື່ອຍາມສາຢັນ, ກໍ່ແມ່ນຈຸດເວລາທີ່ສຽງພາວະນາ ໄດ້ດັງຂຶ້ນ ມາຈາກຫໍທຳມະສະພາແຫ່ງຕ່າງໆ ຢູ່ລຽບຕາມແມ່ນ້ຳເຮົ້າຢາງທີ່ສວຍງາມ. ບັນດາໝູ່ບ້ານຊາວເຜົ່າຈຳໄດ້ທອດເງົາຢູ່ຕາມໜ້ານ້ຳແມ່ນ້ຳຂອງ. ບັນດານາງສາວເຜົ່າຈຳ ຜູ້ມີສະເໜ່ດ້ວຍແພພັນຄໍ  Khanh Ma-om ຄືວ່າໄດ້ດຶງດູດແຂກທ່ອງທ່ຽວ. ສຽງກອງ Paranung ດັງຂຶ້ນຢ່າງຟົດຟື້ນນັ້ນ ປຽບເໝືອນສັນຍານບົ່ງບອກວ່າ ງານບຸນ Ramadam ໃໝ່ຈະເລີ່ມຕົ້ນຂຶ້ນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ