ໝູ່ບ້ານຊາວໜຸ່ມຢູ່ເກາະແບກລອງວີ້ໃນເມື່ອກ່ອນ ແລະ ໃນປະຈຸບັນ

ເກາະ​ແບກ​ລອງ ຫ່າງ​ຈາກ​ໃຈກາງ​ນະຄອນ ຫາຍ​ຝ່ອງ ​ໄປ​ທາງ​ທິດຕາ​ເວັນ​ອອກປະມານ 100 ​ໄມ​ທະ​ເລ, ​ແມ່ນ​ເກາະ​ແຫ່ງ​ໄກ​ທີ່​ສຸດ​ຢູ່​ເຂດ​ອ່າວ​ພາກ​ເໜືອ ​ແລະ​ກໍ່​ແມ່ນ​ເກາະ​ທີ່​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ. ​ໂດຍ​ມີ​ສະຕິ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ກໍ່ສ້າງ​ເກາະ, ທະຫານ ​ແລະ​ ກຳລັງ​ຊາວ​ໜຸ່ມ​ຕະລຸມ​ບອນ​ໄດ້​ນຳ​ໜ້າ​ໃນ​ການ​ບຸກ​ເບີກ ກໍ່ສ້າງ​ເກາະ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ, ຈາກ​ໝູ່​ບ້ານ​ຊາວ​ໜຸ່ມ, ​ເຂົາ​ເຈົ້າ​ໄດ້​ຫັນ​ເກາະ​ແຫ່ງ​ຮົກ​ເຮື້ອ​ວ່າງ​ເປົ່າ ​ເປັນ​ສູນ​ກາງ​ບໍລິການ​ຫາ​ປາ, ເປັນສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ໝູ່ບ້ານຊາວໜຸ່ມຢູ່ເກາະແບກລອງວີ້ໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 1

ທັດສະນີຍະພາບຢູ່ເກາະແບກລອງວີ້

    ​ໃນ​ແຜນ​ທີ່​ຂອງ​ຫວຽດນາມ, ​ແບກ​ລອງ​ວີ້ ​ແມ່ນ​ເກາະ​ທີ່​ຕັ້ງ​ຢູ່​ໃຈກາງ​ອ່າວພາກ​ເໜືອ, ມີ​ລວງ​ຍາວ 3 ກມ, ກວ້າງ 1,5 ກມ, ​ເນື້ອ​ທີ່​ພົ້ນ​ຂື້ນ​ຈາກ​ໜ້າ​ນ້ຳ​ທະ​ເລ​ແມ່ນ 2,5 ຕາລາງ​ກມ. ​ແບກ​ລອງ​ວີ້ ມີ​ຄວາມ​ໝາຍວ່າ​ ”ຫາງ​ມັງກອນ​ຂາວ”, ກ່ອນ​ນີ້​ມີ​ຊື່ວ່າ ​ເກາະ​ໂວ​ຖູ​ຍ (ໝາຍ​ຄວາມ​ວ່າ ​ເກາະ​ບໍ່​ມີ​ນ້ຳ). ​ໃນ​ການ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ, ​ແບກ​ລອງ​ວີ້​ໄດ້​ຮັບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ຈາກ​ລັດ. ວັນ​ທີ 9 - 12 - 1992, ລັດຖະບານ​ຫວຽດນາມ ​ໄດ້​ມີ​ມະຕິ​ຕົກລົງ​​ໂອນ​ເມືອງ​ເກາະ ​ແບກ​ລອງ​ວີ້ ​ເຂົ້າ​ນະຄອນ​ຫາຍ​ຝ່ອງ. ວັນ​ທີ 26 - 2 - 1993, ມີ​ຊາວ​ໜຸ່ມ​ອາສາ​ສະໝັກ​ກອງ​ໜຶ່ງ​ລວມມີຍິງ​ຊາຍ 62 ຄົນ ​ໄດ້​ຜ່ານ​ຜ່າຄື້ນຍັກ​ລົມ​ແດງ​​ໄປ​ຍັງ​ເກາະ​ແຫ່ງ​ນີ້. ​ເຂົາ​ເຈົ້າ​ໄດ້​ລົງ​ມື​ກໍ່ສ້າງ​ໝູ່​ບ້ານ​ຊາວ​ໜຸ່ມ ​ແລະ ​ເຮັດ​ວຽກ, ດຳລົງ​ຊີວິດ​ຢູ່​ໃນ​ເກາະ. ​ເອື້ອຍ ຫວູທິ​ເງິນ​ລຽນ, ຫົວໜ້າ​ກອງ​ຊາວ​ໜຸ່ມ​ຕະລຸມ​ບອນ​ດັ່ງກ່າວ, ຫວນ​ຄືນ​ວ່າ:

    ”​ໃນ​ເວລາ​ນັ້ນ, ບໍ່​ມີ​ປະຊາຊົນ​ຢູ່​ໃນ​ເກາະ, ຊີວິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ດັ່ງ​ນັ້ນ, ພື້ນຖານ​ດ້ານ​ວັດຖຸ​ທັງ​ໝົດລ້ວນ​ແຕ່​ອາ​ໄສດິນ​ຕໍ່​ແຜ່ນ. ​ພາຍຫຼັງພວກ​ເຮົາ​​ໄປ​ຍັງ​ເກາະ​​​ເກືອບ 2 ​ເດືອນ​ຈຶ່ງ​ມີ​ກ່ຳ​ປັ່ນ​ຂອງ​ທະຫານ​ເຮືອມາ​ແຫ່ງ​ນີ້. ສິ່ງ​ບັງ​ເອີນ​ທີ່​ສຸດ​ນັ້ນ​ແມ່ນ, ພຽງ​ແຕ່​ມີ​ຊາວ​ໜຸ່ມ​ກອງ​ໜຶ່ງ​ດຳລົງ​ຊີວິດ​ຢູ່​ໃນ​ເກາະ​ເທົ່າ​ນັ້ນ ​ແຕ່​ພວກ​ເຮົາ​ພັດ​ໄດ້​ຮັບ​ຈົດໝາຍ​ຈາກ​ຍາດຕິ​ພີ່ນ້ອງ, ​ເພື່ອນ​ມິດ​ເຖິງ 3, 4 ກະສອບ. ມີ​ເອື້ອຍ​ນ້ອງ​ຫຼາຍ​ຄົນ​ທັງ​ອ່ານ​ຈົດໝາຍ​ທັງ​ໄຫ້​”.

    ຊາວ​ໜຸ່ມກອງ​ທຳ​ອິດ​ໄປ​ເກາະ​ເລີ່​ມກໍ່​ຮ່າງ​ສ້າງ​ຕົວ​ດ້ວຍ​ຝາ​ມື​ເປົ່າ ​ແລະ​ເຈດ​ຈຳນົງ​ຂອງ​ໄວ​ໜຸ່ມ. ​ເຂົ້າ​ເຈົ້າ​ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້​ກໍ່ສ້າງ​ບັນດາ​ກິດຈະກຳ​ທີ່​ຈຳ​ເປັນ​ໃຫ້​ແກ່​ຊີວິດຄື: ທາງ​ຄົມມະນາຄົມ, ສະຖານີ​ໄຟຟ້າ, ສຸກສາລາ.. ສ້າງ​ເງື່ອນ​ໄຂ​ດ້ານ​ວັດ​ຖຸ ​ເພື່ອ​ໃຫ້​ປະຊາຊົນ​ໄປ​ດຳລົງ​ຊີວິດ​ຢູ່​ເກາະ. ອ້າຍ ຫງວຽນ​ວັນ​ເຮົ້າ, ຮອງ​ຫົວໜ້າ​ກອງ​ຊາວ​ໜຸ່ມ​ຕະລຸມ​ບອນ ​ແບກ​ລອງ​ວີ້, ຍັງ​ຄົງ​ຈື່​ຈຳ​ຊຸ​ມມື້​ທຳ​ອິດ​ທີ່​​ອອກໄປ​ຍັງເກາະ​ແຫ່ງ​ນີ້ຢູ່:

    ”​ເມື່ອ​ຫາ​ກໍ່​ອອກໄປ​ເກາະ, ບັນດາ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ແມ່ນ​ຫຍຸ້ງຍາກ​ທີ່​ສຸດ, ​ເວລາ​ນັ້ນ​ບໍ່​ທັນ​ມີ​ທ່າ​ກ່ຳ​ປັ່ນ, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ຂົນ​ສົ່ງ​ຊີມັງ, ດິນ​ຈີ່​ແຕ່​ລະ​ກະສອບ​ຈາກກ່ຳ​ປັ່ນ​​ທີ່​ຈອດຢູ່​ໄກ​ຝັ່ງ​ທະ​ເລ ​ເຖິງ​ກິດ​ຈະ​ກຳ​​ເພື່ອ​ສ້າງ​ເສັ້ນທາງ​ດ້ວຍ​ເບ​ຕົງ. ພວກ​ຂ້າພະ​ເຈົ້າ​ໄດ້​ບຸກ​ເບີກໜ້າ​ພຽງ, ​ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ… ຫຼັງ​ຈາກ​ນັ້ນ​ຈຶ່ງ​ກໍ່ສ້າງບັນດາ​ກິດຈະກຳ​ໂຄງ​ລ່າງທີ່​ຈຳ​ເປັນ ​ເພື່ອ​ຮັບ​ໃຊ້​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ”.

    ດ້ວຍ​ຈິດ​ໃຈ​ຕະລຸມ​ບອນ, ມີ​ຫົວຄິດ​ປະດິດ​ສ້າງ, ຊາວ​ໜຸ່ມ​ພ້ອມ​ກັບ​ທະຫານ​ຢູ່​ໃນ​ເກາະ​ໄດ້​ສ້າງ​ສຳ​ເລັດ​ກິດຈະກຳ​ຈຳນວນ​ໜຶ່ງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ບັນດາ​ແກ້ງ​ຫີນ​ທີ່​ບົກ​ແຫ້ງ​ໃນ​ເມື່ອ​ກ່ອນ​ຄ່ອຍໆ​ກາຍ​ເປັນ​ສວນ​ຜັກ​ຂຽວ, ໜອງ​ເກັບ​ນ້ຳ, ສ້າງ​ເປັນ​ພະລັງ​ຊີວິດ​ໃໝ່​ຢູ່​ໃນ​ເກາະ. ທ່ານ​ ນິງວັນ​ຢຸງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ແບກ​ລອງ​ວີ້, ​ໃຫ້​ຮູ້​ວ່າ:

    ”​ໃນ​ເບື້ອງ​ຕົ້ນ, ​ເມືອງ​ເກາະ​ຍັງ​ຮົກ​ເຮື້ອ​ວ່າງ​ເປົ່າ​ນັບ​ແຕ່​ຮາກ​ຖານ​ດ້ານ​ວັດຖຸ, ຕະຫຼອດ​ຮອດ​ບ່ອນ​ກິນ​ບ່ອນຢູ່, ສ່ວນ​ບັນດາ​ກິດ​ຈຳ​ກຳ​ສັງຄົມ​​ແມ່ນ​ບໍ່​ມີ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ເມືອງ​ເກາະ​ໄດ້​ມີ​ຮາກ​ຖານ​ດ້ານ​ວັດຖຸ​ຄົບຖ້ວນພໍ​ສົມຄວນ. ​ໄດ້​ມີ​ລະບົບ​ທາງ​ຄົມມະນາຄົມ, ລະບົບ​ທ່າ​ກ່ຳ​ປັ່ນ, ບັນດາ​ກິດຈະກຳ​ວັດທະນະທຳ… ການ​ປ່ຽນ​​ແປງ​ອັນ​ໃຫຍ່​ຫຼວງ​ທັງ​ໝົດ​ເຫຼົ່າ​ນັ້ນ ​ແມ່ນ​ມີ​ການ​ປະກອບສ່ວນ​ຂອງ​ຊາວ​ໜຸ່ມ​ຕະລຸມ​ບອນ”.

ໝູ່ບ້ານຊາວໜຸ່ມຢູ່ເກາະແບກລອງວີ້ໃນເມື່ອກ່ອນ ແລະ ໃນປະຈຸບັນ - ảnh 2

ເກາະແບກລອງວີ້

    ຈາກບ້ານ​ຊາວ​ໜຸ່ມ​ດ້ວຍ​ບັນດາ​ຕູບ​,ຄ້າຍ​ຊົ່ວຄາວ​ໃນ​ເບື້ອງ​ຕົ້ນ, ມາ​ຮອດ​ປະຈຸ​ບັນ, ຊາວ​ໜຸ່ມ​ໄດ້​ຢູ່​ໃນ​ເຮືອນ​ຊານ​ທີ່​ໃຫຍ່​ໂຕ​ແລະ​ສວຍ​ງາມ. ຊາວ​ໜຸ່ມ​ຍິງ​ຊາຍ​ຫຼາຍ​ຄູ່​ໄດ້​ກາຍ​ເປັນ​ຜົວ​ເມຍ ​ແລະ ​ມີ​ເງື່ອນ​ໄຂ​ດຳລົງຊີວິດ​ຄົບ​ຖ້ວນ​ພໍ​ສົມຄວນ. ອ້າຍ ຫວູ​ແຄ໋ງດິ້ງ, ​ຊາວ​ໜຸ່ມ​ຮ່າ​ໂນ້ຍຜູ້​ໜຶ່ງ​ທີ່​ສະໝັກ​ໃຈ​ເຂົ້າ​ຮ່ວມ​ຂະ​ບວນການ​ກໍ່ສ້າງ​ເມືອງ​ເກາະ ແລະ ​ເອື້ອຍ ​ເຈິ່ນທິ​ເລ້​ທູ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຜົວ​ເມຍ​ຄື​ດັ່ງກ່າວ. ອ້າຍ​ດິ້ງ​ເລົ່າ​ສູ່​ຟັງ​ວ່າ.

    ”​ເມື່ອ​ຂ້າພະ​ເຈົ້າ​ໄປ​ຍັງ​ເກາະ, ຢູ່​ແຫ່ງ​ນີ້​ບໍ່​ມີ​ໄຟຟ້າ, ​ໂສກ​ເສົ້າ​ງວ່ມເຫງົາຫຼາຍ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພວກ​ອ້າຍ, ພວກ​ເອື້ອຍ​ລຸ້ນກ່ອນ​. ນອກຈາກ​ໜູນ​ຊ່ວຍ​ດ້ານ​ເສດຖະກິດ, ​ເຂົາ​ເຈົ້າ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ຈິດ​ໃຈ, ດັ່ງ​ນັ້ນ​ຈຶ່ງ​ບັນ​ເທົາ​ຄວາມ​ຄິດ​ຮອດ​ຄອບຄົວ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ. ນັບ​ແຕ່​ໄປ​ກໍ່ສ້າງ​ກິດຈະກຳ​ໄຟຟ້າ​ພະລັງ​ແຮງ​ລົມ​ໃນ​ເກາະ, ຂ້າພະ​ເຈົ້າ​ໄດ້​ທຳ​ຄວາມ​ຊິນ​ເຄີຍ ​ແລະ​ສ້າງ​ຄອບຄົວ​ກັບ​ເມຍ​ໃນ​ປະຈຸ​ບັນ. ​ເຫັນ​ວ່າ​ຊີວິດ​ຢູ່​ທີ່​ນີ້​ກໍ່​ສະບາຍ, ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຕົກລົງ​ອາ​ໄສ​ຢູ່​ເກາະ​ນີ້​ເລີຍ”

    ປະຈຸ​ບັນ​, ​ແບກ​ລອງ​ວີ້ ​ເຈືອ​ຈານ​ດ້ວຍ​ແສງ​ໄຟຟ້າ​ໃນ​ຍາມ​ຄ່ຳຄືນ​. ​ແສງ​ໄຟຟ້າ​ຈາກ​ໂຄມ​ໄຟ​ທະ​ເລ, ຈາກ​ດອກໄຟ​ເຍືອງ​ທາງຢູ່​ລຽບ​ຕາມ​ເສັ້ນທາງ​ອ້ອມ​ເກາະ. ​ເພື່ອ​​ໄດ້​ຮັບ​ຜົນງານ​ຄື​ປະຈຸ​ບັນ, ຊາວ​ໜຸ່ມ​ຍິງ​ຊາຍ​ຫຼາຍ​ຄົນ​ໄດ້​ອຸທິດ​ກຳລັງວັງຊາທີ່​ໜຸ່ມ​ແໜ້ນ​ແລະຊີວິດໄວໜຸ່ມຂອງ​ຕົນ ​ເພື່ອ​ສ້າງ​ເປັນ​ສິ່ງ​ມະ​ຫັດສະ​ຈັນ. ​ເຂົາ​ເຈົ້າ​ໄດ້​ຫັນ​ເກາະ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ ບໍ່ີມີຄົນ​ຢູ່ ກາຍ​ເປັນ​ເທດສະບານ ​ແບກ​ລອງ​ວີ້ທີ່​ຄຶກ​ໂຄມ​ໜາ​ແໜ້ນ, ດ້ວຍ​ການ​ປ່ຽນ​ແປງ​ທີ່ກ້າວ​ກະ​​ໂດດ, ສົມ​ເປັນ​ເກາະ​ຊາວ​ໜຸ່ມ​ຢູ່ກາງ​ທະ​ເລ

ຕອບກັບ

ຂ່າວ/ບົດ​ອື່ນ