ໝູ່ບ້ານຕົ້ມເຄັມປາ ຫວູດ້າຍ, ຮ່ານາມ, ກ້າວເຂົ້າສູ່ບຸນປີໃໝ່ປະຈຳຊາດ

ກ່ອນ​ນີ້ ​ກວ່າ​ເຄິ່ງສະຕະວັດ, ​ເມື່ອ​ເຕື້ອງ​ເຖິງ​ໝູ່​ບ້ານ ຫວູດ້າຍ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ຄິດ​ເຖິງ​ບົດ​ປະພັນ​ວັນນະຄະດີ​ທີ່​ມີ​ຊື່​ສຽງ ”ໝູ່​ບ້ານ ຫວູດ້າຍ ວັນ​ນັ້ນ” ຂອງ​ນັກ​ປະພັນ ນາມ​ກາວ. ​ໃນ​ແນວ​ຄວາມ​ຄິດ​ຂອງ​ຫຼາຍ​ຄົນ, ຫວູດ້າຍ ​ເວລາ​ນັ້ນ ​ແມ່ນ​ໝູ່​ບ້ານ​ທີ່​ທຸກ​ຍາກ. ​ແຕ່​ປະຈຸ​ບັນ, ໝູ່​ບ້ານ ຫວູດ້າຍ ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ,  ບໍ່​ສະ​ເພາະ​ແຕ່​ດ້ານທັດສະນີ​ຍະ​ພາບ​ເທົ່າ​ນັ້ນ, ຫາກ​ໝູ່​ບ້ານ​ນີ້​ຍັງ​ມີ​ຊື່​ສຽງດ້ວຍ​ອາຫານ​ຕົ້ມ​ເຄັມປາ​ອີກ​ດ້ວຍ. ​ແຕ່ລະ​ເທື່ອ, ​ເມື່ອ​ບຸນປີ​ໃໝ່​ປະຈຳ​ຊາດ​ວຽນມາ, ຜູ້ຄົນ,​ລົດ​ລາງ ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຫຼັ່ງ​ໄຫຼ​ກັນມາ​ແຫ່ງ​ນີ້​ຢ່າງຄຶກຄາ​ໜາ​ແໜ້ນ​ເພື່ອ​ຈ່ອງຊື້​​ຕົ້ມ​ເຄັມປາ, ​ແລະ​ອາຫານ​ເຍື່ອງ​ນີ້​ໄດ້​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ໝູ່​ບ້ານ ຫວູດ້າຍ ມີ​ການ​ປ່ຽນ​​ແປງຢ່າງ​​ແທ້​ຈິງ.

ໝູ່ບ້ານຕົ້ມເຄັມປາ ຫວູດ້າຍ, ຮ່ານາມ, ກ້າວເຂົ້າສູ່ບຸນປີໃໝ່ປະຈຳຊາດ - ảnh 1

( ພາບ http://dantri.com.vn)

ຕາມ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ໝູ່​ບ້ານ​ແລ້ວ, ຫວູດ້າຍ ຫຼື​ເອີ້ນ​ວ່າ​ໝູ່​ບ້ານ ດ້າຍ​ຮ່ວາງ ຂື້ນ​ກັບ​ຕາ​ແສງ ​ເຍິນ​ເຮົ້າ, ​ເມືອງ ຫຼີ​ເຍິນ, ​ແຂວງ ຮ່າ​ນາມ. ​ໃນ​ເມື່ອ​ກ່ອນ ແມ່ນ​ໝູ່ບ້ານ​ທຸກ​ຍາກ​ທີ່​ສຸດ​ໃນ​ເຂດ. ປາ​ຕົ້ມ​ເຄັມ​​​ແມ່ນ​ປະກົດ​ມີແຕ່​ສະ​ໄໝ​ທີ່​ຍັງທຸກ​ຍາກ, ອຶດ​ຫີ​ວນັ້ນ. ຫວູດ້າຍ ​ແມ່ນ​ເຂດ​ດິນ​ພື້ນທີ່​ຕຳ່ ບໍ່​ສາມາດ​ປູກ​ເຂົ້າ ຫຼື ລ້ຽງສັດ​ໄດ້, ດັ່ງ​ນັ້ນ​ຊີ້ນ​ໝູ, ຊີ້ນ​ໄກ່​ໃນ​ເມື່ອ​ກ່ອນ​ຫາ​ຍາກ​ທີ່​ສຸດ. ​ຍ້ອນ​ບໍ່​ມີ​ຊີ້ນ​​ເພື່ອ​ກິນ, ປະຊາຊົນ​ຈຶ່ງ​ຕ້ອງ​ຊອກ​ຫາ​ວິທີ​ຕົ້ມ​​​ເຄັມປາເປັນ​ອາຫານ​ພິ​ເສດ​ເພື່ອ​ເຮັດ​ໃຫ້​ຄາບ​ເຂົ້າ​ໃນ​​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ແຊບ​ກວ່າ​ທຸກ​ວັນ. ທ່ານ ​ເຈິ່ນບ໋າ​ລ້ວນ, ຜູ້​ມີອາຍຸ​ສູງ​ໃນ​ໝູ່​ບ້ານ​​ເລົ່າ​ສູ່​ຟັງ​ວ່າ: ​ໃນ​ເມື່ອ​ກ່ອນ​ຄອບຄົວ​ຂອງ​ທ່ານ​ທຸກ​ຍາກ​ຫຼາຍ, ດັ່ງ​ນັ້ນ​ພໍ່​ຂອງ​ທ່ານ​ຈຶ່ງ​ຕ້ອງ​ຮັບຈ້າງ​ຄົວກິນ​ໃຫ້​ຄົນຝລັ່ງ. ປີ 1954, ພວກລ່າ​ເມືອງ​ຂຶ້ນ​ປະລາ​ໄຊ, ຖອນ​ອອກ​ຈາກ​ຫວຽດນາມ, ພໍ່​ຂອງ​ລາວ​ຈຶ່ງ​ຫັນ​​ໄປ​ເຮັດອາຊີບ​ຂາຍ​ໝໍ້​ດິນ​ຈາກ​ແຂວງ ​ແທງ​ຮ໋ວາ. ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຄົວກິນ, ​ດັ່ງ​ນັ້ນ, ເມື່ອ​ກັບ​ເມືອ​ບ້ານ​ຕ້ອນຮັບບຸນປີ​ໃໝ່, ແຕ່ລະ​ເທື່ອທ່ານ​ກໍ່​ຕົ້ມ​ ເຄັມປາ​​ໃຫ້​ທັງ​ຄອບຄົວ​ກິນ. ​ແຕ່ສິ່ງ​ທີ່​ສ້າງ​ຄວາມ​ແປກປະຫຼາດ​ທີ່​ສຸດ​ນັ້ນ​ແມ່ນ, ​ເມື່ອ​ຕົ້ມ​​ເຄັມປາ​ໃນ​ໝໍ້​ດິນ​ທີ່​ນຳ​ມາ​ຈາກ​ແຂວງ ​ແທງ​ຮ່ວາ ກໍ່​ຮູ້ສຶກ​ວ່າ​ມັນ​ມີ​ລົດ​ຊາດ​​ແຊບນົວພິ​ເສດ. ​ໃນ​ເບື້ອງ​ຕົ້ນ​ຄອບຄົວ​ທ່ານ​​ເຄີຍ​ນຳເອົາ​ ຕົ້ມ​ເຄັມປາ​​​ໄປ​ມອບ​ເປັນ​ຂອງຂວັນ​ໃຫ້​ຍາດຕິ​ພີ່ນ້ອງ ​ແລະ ​ເພື່ອນ​ມິດ. ຕໍ່​ມາ​ຫຼາຍ​ຄົນ​ກໍ່​ຢາກ​ມາ​ຊື້, ດັ່ງ​ນັ້ນ​ຈຶ່ງຄ່ອຍໆ​ສ້າງ​ເປັນ​ອາຊີບ​ຕົ້ມ​ ເຄັມປາ​. ມາ​ຮອດ​ປະຈຸ​ບັນ, ​ເຄັດ​ລັບຕົ້ມ​ເຄັມ​ປາໄດ້​ສ້າງ​ເປັນ​ເຄື່ອງໝາຍ​ການ​ຄ້າ​​ໃຫ້ທັງ​ໝູ່​ບ້ານ. ຕາມ​ທ່ານ ລ້ວນ ແລ້ວ, ປາ​ເພື່ອຕົ້ມ​ເຄັມ​ຕ້ອງ​ແມ່ນ​ປາ​ກິນ​ຫຍ້າ ​​ແຕ່​ຕ້ອງ​ລ້ຽງ​ດ້ວຍ​ຊີ້ນ​ຫອຍ ປາ​ຈຶ່ງ​ແຊບ, ນອກ​ນັ້ນ​ກໍ່​ຕ້ອງ​ມີ​ເຄື່ອງ​ຫອມ, ​ເຄື່ອງ​ເທດ​ປະ​ເພດ​ຕ່າງໆ​ຄື: ຫົວ​ຂ່າ, ຫົວ​ຂີງ, ນ້ຳໝາກ​ນາວ, ​ເຂົ້າໜົມ​ຂົມ ພ້ອມ​ກັບ​ຊີ້ນສາມ​ຊັ້ນ. ສະ​ເພາະ​ຂັ້ນ​ຕອນ​​ແຫ່ງການ​ຕົ້ມ​ປາ​ກໍ່​ພິ​ເສດ​ທີ່​ສຸດ. ປ້າ ​ເຈິ່ນທິງາ, ​ແມ່ນ​ຄົນ​ຜູ້​ໜຶ່ງ​ໃນ​ໝູ່​ບ້ານ, ​ໃຫ້​ຮູ້​ວ່າ:

”ຕ້ອງ​ໃຊ້​ໝໍ້​ດິນ​ທີ່​ນຳ​ມາ​ຈາກ​ແຂວງ ​ເງ້ອານ, ​ແທງ​ຮ໋ວາ ​ເພື່ອ​ຕົ້ມ​ ເຄັມປາ​. ນອກ​ນັ້ນ​ຕ້ອງ​ມີ​ເຄື່ອງ​ຫອມ, ​ເຄື່ອງ​ເທດ​ທີ່​ເປັນ​ມູນ​ເຊື້ອ​ເຊິ່ງ​ເຮັດ​ດ້ວຍ​ນ້ຳ​ປູ. ​ເຮັດ​ຄື​ແນວ​ນັ້ນ​ ຕົ້ມ​ເຄັມ​ປາຈຶ່ງ​ແຊບ”

ໝູ່ບ້ານຕົ້ມເຄັມປາ ຫວູດ້າຍ, ຮ່ານາມ, ກ້າວເຂົ້າສູ່ບຸນປີໃໝ່ປະຈຳຊາດ - ảnh 2
( ພາບ http://dantri.com.vn)

ເມື່ອຕົ້ນ​ປາ​ຕ້ອງ​​ໃຊ້ຟືນ​ດ້ວຍ​ໄມ້ລຳ​​ໄຍ​ເພື່ອ​ຮັກສາຄວາມ​ຮ້ອນ​ໃຫ້ສະໝໍ່າ​ສະ​ເໝີ​, ບໍ່​ໄດ້​ໃຊ້​ຟືນ​ດ້ວຍ​ໄມ້ກະ​ເດັດ​ຊ້າງ, ​ປາ​ຈະ​ບໍ່​ມີ​ກິ່ນ​ຫອມ​ອີກ. ​

”ສິ່ງ​ສຳຄັນ​ກວ່າ​ໝູ່​ນັ້ນ​ແມ່ນ​ການ​ຮັກສາ​ຄວາມ​ຮ້ອນຄື​ແນວ​ໃດ​ໃຫ້​ໝໍ້​ຟົດ​ຄ່ອຍໆ​ໃນ​ເວລາ​ແຕ່ 14-16 ຊົ່ວ​ໂມງ. ສຳ​ຫຼັບ​ຜູ້​ທີ່​ເຮັດອາຊີບ​ຕົ້ມ​​ເຄັມ​ປາທີ່​ເປັນ​ມູນ​ເຊື້ອ​ແລ້ວ, ພຽງ​ແຕ່​ຟັງສຽງ​ຟົດ​ໃນ​ໝໍ້​ກໍ່​ຮູ້​ໄດ້​ວ່າຍັງ​ມີ​ນ້ຳ​ຫຼາຍ​ຫຼື​ໜ້ອຍ, ຊ້ຳ​ບໍ່​ໜຳ ​ເມື່ອ​ດົມ​ກິ່ນ​ປາ​ຕົ້ມ​ກໍ່​ສາມາດຮູ້​​ໄດ້ວ່າປາ​ເຄັມ​ຫຼື​ຈືດ ”

​ຕົ້ມ​ເຄັມ​ປາ ຂອງ​ໝູ່​ບ້ານ ຫວູດ້າຍ​ມີ​ສີ​ເຫຼືອງ​ເຂັ້ມ, ຊີ້ນ​ປາແໜ້ນ ​ແລະ​ຫອມ, ກະດູກ​ອ່ອນ, ຖ້າ​ກິນ​ກັບ​ເຂົ້າ​ຮ້ອນ​ໃນ​ຍາມໜາວ​ແມ່ນ​ແຊບ​ຫຼາຍ. ​ໃນສິບ​ກວ່າ​ປີ​ມາ​ນີ້, ຊື່​ສຽງ​ ​ຕົ້ມ​ເຄັມປາ​ຂອງໝູ່ບ້ານ ຫວູດ້າຍ ​ໄດ້​ຂະຫຍາຍ​ໄປ​ທົ່ວ​ປະ​ເທດ. ຊ້ຳ​ບໍ່​ໜຳ​ມັນ​ຍັງ​ຖືກ​ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ​ອີກ​ດ້ວຍ. ມີ​ຫຼາຍ​ຄົນ​ໃນ​ໝູ່​ບ້ານ​ໄດ້​ຫັນ​ໄປ​ດຳ​ເນີນ​ທຸລະ​ກິດ, ຄ້າ​ຂາຍ​ ​ຕົ້ມ​ເຄັມປາ​ໃຫ້​ບັນດາ​ແຂວງ​ຢູ່​ໃກ້​ຄຽງ, ນຳ​ໄປ​ຂາຍ​ຢູ່ ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ​ທາງ​ພາກ​ໃຕ້. ​ໃນ​ຊຸມ​ມື້​ໃກ້​ຈະ​ຮອດ​ບຸນປີ​ໃໝ່​, ແຂກ​ທີ່​ມາ​ຈາກທຸກ​ສາລະ​ທິດ​ໄດ້​ມາ​ແຫ່ງ​ນີ້​ຊື້ ​ຕົ້ມ​ເຄັມ​ປາ​ເພື່ອໄວ້​ກິນ, ຫຼື​ມອບ​​ເປັນ​ຂອງຂວັນໃຫ້​ໝູ່​ເພື່ອນ. ອ້າຍ ຕ໋ວນ, ຊາວ​ຫວຽດນາມ​ອາ​ໄສຢູ່​ຕ່າງປະ​ເທດ, ​ໃຫ້​ຮູ້​ວ່າ:

”​ໂດຍ​ໄດ້​ຮັບ​ການ​ແນະນຳ​ຈາກ​ໝູ່​ເພື່ອນ, ຂ້າພະ​ເຈົ້າ​ໄດ້​ມາ​ແຫ່ງ​ນີ້​ທັງ​ຢ້ຽມຢາມ, ທັງ​ຈ່ອງ​ຊື້ ຕົ້ມ​ເຄັມ​ປາ​ເພື່ອ​ກິນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ​ແລະ​ມອບ​ໃຫ້​ໝູ່​ເພື່ອນ​ຢູ່​ລັດ​ເຊຍ​ອີກ”

ໝູ່ບ້ານຕົ້ມເຄັມປາ ຫວູດ້າຍ, ຮ່ານາມ, ກ້າວເຂົ້າສູ່ບຸນປີໃໝ່ປະຈຳຊາດ - ảnh 3
( ພາບ http://dantri.com.vn)

ທ່ານ ຖວາ, ຢູ່​ໝູ່​ບ້ານ ຫວູດ້າຍ ​ໃຫ້​ຮູ້​ວ່າ, ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ກາຍ​ນີ້, ຄອບຄົວ​ຂອງ​ທ່ານ​ໄດ້​ຕົ້ມ​ປາ​ເຄັມ 800 ໝໍ້. ປີ​ນີ້, ​ແຂກ​ສັ່ງ​ຈ່ອງ 1000 ໝໍ້. ສຳ​ຫຼັບ​ຜູ້​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ​ເມື່ອ​ບຸນປີ​ໃໝ່​ວຽນມາ, ຖ້າ​ໃນ​ພາ​ເຂົ້າ​ມີ​ໝໍ້​ ຕົ້ມ​ເຄັມປາ​​ຈະ​ນຶກ​ເຫັນ​ລົດ​ຊາດ​ຂອງອາຫານຢູ່ບ້ານ​ເກີດ​ເມືອງ​ນອນ, ​​ກິ່ນ​ຫອມ​ຂອງ​ ຕົ້ມ​ເຄັມປາ​​ຈະ​ເຮັດ​ໃຫ້​​ເຂົາ​ເຈົ້າ​ຮູ້ສຶກ​ໄດ້​ວ່າ, ຕົນ​ເອງ​ພວມ​ເຕົ້າ​ໂຮມ​ພ້ອມ​ກັບ​ຄອບຄົວ​ໃນ​ຊາຍ​ຄາ​ມຸງ​ດິນຂໍ​ຢູ່​ເຂດ​ບ້ານ​ນາ ​ແລະ ​ກໍ່​ຈະຊ່ວຍບັນເທົາຄວາມ​ຄິດ​ຮອດ​ບ້ານ​ເກີດ​ເມືອງ​ນອນ​ ​​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ.

​                                                                                                           ໂຕ​ຕ໋ວນ

ຕອບກັບ

ຂ່າວ/ບົດ​ອື່ນ