(vovworld) - ໝູ່ບ້ານຜະລິດເກືອ ຊາຮວີ່ນ, ຕັ້ງຢູ່ຕອນໃຕ້ສຸດແຂວງ ກວາງຫງາຍ, ຂຶ້ນກັບເມືອງ ດຶກໂຝ, ຫ່າງຈາກໃຈກາງນະຄອນປະມານ 60 ກມ. ຊາຮວີ່ນ ມີຫາດຊາຍທະເລທີ່ສວຍງາມ ແລະ ນັບແຕ່ດົນນານມາແລ້ວ ຊາຮວີ່ນ ໄດ້ ມີຊື່ສຽງວ່າເປັນທົ່ງເກືອທີ່ສຳຄັນຢູ່ພາກກາງ. ຈາກທາງຫຼວງ 1A ໄປຜ່ານໝູ່ບ້ານ ຊາຮວີ່ນ ສາມາດເຫັນໄດ້ບັນດາທົ່ງເກືອຕິດຕໍ່ກັນປຽບເໝືອນແວ່ນແຍງສະທ້ອນແສງເຫຼື້ອມແວວວາວໃຕ້ແສງຕາເວັນ.
ອາຊີບຜະລິດເກືອແມ່ນອາຊີບທີ່ໜັກໜ່ວງ
ຊາຮວີ່ນ ຫຼື ຊາຮ່ວາງ ມີຄວາມໝາຍວ່າຂີ້ຊາຍສີເຫຼືອງ. ມັນແມ່ນແນວນັ້ນແທ້, ຂີ້ຊາຍຢູ່ທີ່ນີ້ບໍ່ມີສີຂາວຄືຢູ່ແຫ່ງອື່ນໆ ຫາກມີສີເຫຼືອງເຫຼື້ອມແວວວາວງາມທີ່ສຸດ. ຊາຮວີ່ນ ມີທີ່ຕັ້ງສຳຄັນເພື່ອເວນຍາມ, ປ້ອງກັນທະເລ. ອາຊີບຜະລິດເກືອ ຊາຮວີ່ນ ກໍ່ເລີ່ມມີມາແຕ່ສະຕະວັດທີ 19 ແລະ ໄດ້ຮັບການຮັກສາໄວ້ຈົນເຖິງປະຈຸບັນ.
ໂດຍລີ້ຕົວໃຕ້ຮົ່ມໄມ້ທີ່ຂຽວອຸ່ມທູ່ມ, ໝູ່ບ້ານ ຊາຮວີ່ນ ມີປະມານ 550 ຄອບຄົວ, ດ້ວຍພົນລະເມືອງປະມານ 2.000 ຄົນທີ່ເຮັດອາຊີບຜະລິດເກືອ. ທົ່ງເກືອໝູ່ບ້ານ ຊາຮວີ່ນ ມີເນື້ອທີ່ກວ່າ 116 ເຮັກຕາ, ແຕ່ລະປີໝູ່ບ້ານນີ້ສະໜອງເກືອໃຫ້ຕະຫຼາດໄດ້ແຕ່ 8.000 – 9.000 ໂຕນ. ລະດູການຜະລິດເກືອຢູ່ ຊາຮວີ່ນເລີ່ມແຕ່ເດືອນ 3 ເຖິງເດືອນ 9 ຂອງທຸກປີ. ໃນຊຸ່ມວັນທ້າຍເດືອນ 3, ຜູ້ຜະລິດເກືອຈະສຸມໃສ່ວຽກງານສະນ້ຳ, ເຮັດທົ່ງເກືອກະກຽມໃຫ້ລະດູການຜະລິດໃໝ່.
ອາຊີບຜະລິດເກືອແມ່ນອາຊີບທີ່ໜັກໜ່ວງ, ສ່ວນຫຼາຍແມ່ນເຮັດວຽກຢູ່ກາງແຈ້ງ, ແສງແດດຢູ່ພາກກາງແມ່ນຮ້ອນເອົ້າທີ່ສຸດ, ແຕ່ວ່າຜູ້ອອກແຮງງານຢູ່ທີ່ນີ້ສ່ວນຫຼາຍແມ່ນຜູ້ຍິງ. ວຽກງານຜະລິດເກືອແມ່ນຕາມແບບຫັດຖະກຳ. ແກ້ຜ້າກັນແດດອອກ, ເອື້ອຍ ຟ້າມທິວ່າງ ຢູ່ຕາແສງ ໂຟ໋ແທກ, ເມືອງ ດຶກໂຝ, ໃຫ້ຮູ້ວ່າ:
“ຂັ້ນຕອນຜະລິດເກືອຢູ່ທີ່ນີ້ແມ່ນເອົານ້ຳຈາກທະເລເຂົ້າທົ່ງຜ່ານຄອງເໝືອງ, ແລ້ວລໍຖ້າແສງແດດສ່ອງລົງມາເພື່ອໃຫ້ນຳ້ທະເລຕົກຝຶກກາຍເປັນເກືອ“.
ອາຊີບຜະລິດເກືອແມ່ນອາຊີບທີ່ໜັກໜ່ວງ
ເອື້ອຍ ຫງວຽນທິແບ໋, ແມ່ນໜຶ່ງໃນບັນດາຜູ້ຜະລິດເກືອມາເປັນເວລາຫຼາຍປີແລ້ວໃຫ້ຮູ້ວ່າ: ກ່ອນນີ້ຕະຫຼາດຈຳໜ່າຍເກືອບໍ່ເປັນປົກກະຕິ, ດັ່ງນັ້ນຫຼາຍຄົນຈຶ່ງຫັນມາເຮັດອາຊີບອື່ນ. ຜູ້ຊາຍເຮັດອາຊີບຕໍ່ເຮືອ, ກໍ່ສ້າງ, ໄປທະເລຫາປາ,… ສ່ວນແມ່ຍິງເຮັດອາຊີບສານແຫ, ຂ້າຂາຍ, ເປີດຮ້ານຄ້າຮັບໃຊ້ນັກທ່ອງທ່ຽວ. ນອກຈາກເວລາຜະລິດເກືອ, ຄອບຄົວເອື້ອຍ ຫງວຽນທິແບ໋ ຍັງເປີດຮ້ານຄ້ານ້ອຍໆຢູ່ແຄມສາຍທາງຫຼວງ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ເອື້ອຍ ແບ໋ ເວົ້າຄວາມໃນໃຈສູ່ຟັງວ່າ:
“ກ່ອນນີ້ພໍ່ເຖົ້າ, ແມ່ເຖົ້າບໍ່ຮູ້ເຮັດຫຍັງ, ພຽງແຕ່ເຮັດອາຊີບຜະລິດເກືອເທົ່ານັ້ນ. ຜະລິດເກືອແຕ່ເດືອນຈຽງເຖິງເດືອນ 7 (ໄລ່ຕາມຈັນທະປະຕິທິນ) ແລ້ວຈົ່ງໄວ້ເພື່ອໃຊ້ທັງປີ. ກ່ອນນີ້ຄອບຄົວນ້ອງຜະລິດເກືອ, ນອກຈາກນຳໃຊ້ໃນຄອບຄົວແລ້ວ, ສ່ວນຍັງເຫຼືອພຽງແຕ່ຂາຍໄດ້ຫຼາຍທີ່ສຸດແມ່ນປະມານ 20 ລ້ານດົ່ງ/ປີເທົ່ານັ້ນ. ປະຈຸບັນ, ປະຊາຊົນຢູ່ທີ່ນີ້ໄດ້ຮູ້ວິທີຫາເງິນລ້ຽງຊີບແລ້ວ, ນອກຈາກລະດູການຜະລິດເກືອ, ເຂົາເຈົ້າຍັງລ້ຽງປາ, ກຸ້ງ, ປູ … ແລະ ເຮັດການບໍລິການທ່ອງທ່ຽວອີກ. ເວົ້າລວມແລ້ວຊີວິດໃນປະຈຸບັນໄດ້ດີກວ່າເກົ່າຫຼາຍ“.
ໃນຊຸ່ມປີມໍ່ໆມານີ້, ໂດຍໄດ້ຮັບການໜູນຊ່ວຍຈາກລັດ, ປະຊາຊົນໃນໝູ່ບ້ານ ຊາຮວີ່ນ ໄດ້ລົງທຶນນັບຕື້ດົ່ງເພື່ອໝູນໃຊ້ຮູບແບບການຜະລິດໃໝ່. ຄັນຄູກັນນ້ຳເຄັມຍາວເກືອບ 7 ກມ ໄດ້ຮັບການກໍ່ສ້າງ, ເນື້ອທີ່ທົ່ງເກືອເກືອບ 1/3 ຖືກກໍ່ສ້າງດ້ວຍເບຕົງ ແລະ ປູເຈ້ຍເງິນ, ຍ້ອນເຫດນັ້ນຄຸນນະພາບເກືອ ຊາຮວີ່ນ ຈຶ່ງດີທີ່ສຸດ ແລະ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ, ອຸປະໂພກ. ເກືອຢູ່ ຊາຮວີ່ນ ໄດ້ຮັບການນຳໃຊ້ໃນຂະແໜງອຸດສາຫະກຳຜະລິດປຸງແຕ່ງສິນໃນນ້ຳ ແລະ ຮັບໃຊ້ຊີວິດການເປັນຢູ່. ດັ່ງນັ້ນຕະຫຼາດຈຳໜ່າຍເກືອຈຶ່ງໄດ້ຮັບການເປີດກວ້າງໄນທົ່ວເຂດພາກກາງ ແລະ ໄຕງວຽນ. ປະຈຸບັນ, ຊາຮວີ່ນ ແມ່ນໜຶ່ງໃນສາມທົ່ງເກືອໃຫຍ່ທີ່ສຸດໃນທົ່ວປະເທດ.
ໝູ່ບ້ານຜະລິດເກືອ ຊາຮວີ່ນ
ໃນຊຸ່ມປີມໍ່ໆມານີ້, ແຂກທ່ອງທ່ຽວກໍ່ໄດ້ມາຢ້ຽມຢາມທະເລ ຊາຮວີ່ນ. ເຖິງວ່າພື້ນຖານດ້ານວັດຖຸໃຫ້ແກ່ການທ່ອງທ່ຽວບໍ່ທັນຫຼາຍກໍ່ຕາມ, ແຕ່ໄດ້ປະກົດມີບັນດາພັດຕະຄານ, ເຮືອນພັກ ພ້ອມກັບລະບົບບັນດາຮ້ານຮັບໃຊ້ການທ່ອງທ່ຽວ. ຈາກໝູ່ບ້ານຫາປາທີ່ທຸກຍາກ ແລະ ຮົກເຮື້ອວ່າງເປົ່າ, ມາບັດນີ້ ຊາຮວີ່ນ ໄດ້ກາຍເປັນເທດສະບານນ້ອຍໆ. ນັກທ່ອງທ່ຽວມາແຫ່ງນີ້ຈະມີໂອກາດໄດ້ພັກຜ່ອນຢູ່ບັນດາຫາດຊາຍທະເລທີ່ສວຍງາມແບບທຳມະຊາດ. ນັກທ່ອງທ່ຽວຍັງມີໂອກາດໄປຢ້ຽມຢາມເຂດທົ່ງເກືອ, ເຂົ້າຮ່ວມການດຳລົງຊີວິດຂອງປະຊາຊົນໝູ່ບ້ານຜະລິດເກືອ, ໝູ່ບ້ານທະເລ ແລະ ເປັນຕົ້ນແມ່ນໄດ້ຊົມໃຊ້ຜະລິດຕະພັນພິເສດຢູ່ເຂດທະເລນີ້.