(vovworld) - ຕາມສາຍທາງຫຼວງ 1A ເກົ່າ, ຫ່າງຈາກໃຈກາງນະຄອນຮ່າໂນ້ຍ ໄປທາງທິດໃຕ້ປະມານ 50 ກມ, ມີໝູ່ບ້ານນ້ອຍ ດ່າວຊ໋າ, ເຊິ່ງແມ່ນໝູ່ບ້ານເຮັດກະສິກຳເປັນຕົ້ນ, ແຕ່ຫຼາຍຄົນຈະບໍ່ຮູ້ໄດ້ວ່ານີ້ກໍ່ແມ່ນບ່ອນຜະລິດເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ.
ທ່ານ ດ່າວວັນສ້ວານ ແມ່ນນັກສິລະປະການ
ຜະລິດເຄື່ອງດົນຕີທີ່ມີຊື່ສຽງໃນທົ່ວປະເທດ
ໝູ່ບ້ານ ດ່າວຊ໋າ ຂຶ້ນກັບຕາແສງ ດົງໂຫຼ, ເມືອງ ອື້ງຮ່ວາ, ຊານນະຄອນ ຮ່າໂນ້ຍ. ນັບແຕ່ດົນນານມາແລ້ວ, ດ່າວຊ໋າ ມີຊື່ສຽງແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອດ້ວຍບັນດາຜະລິດຕະພັນເຄື່ອງດົນຕີພື້ນເມືອງ ຫວຽດນາມ. ສິ່ງພິເສດນັ້ນແມ່ນ, ບັນດາຜູ້ຜະລິດເຄື່ອງດົນຕີເຫຼົ່ານັ້ນ ພັດແມ່ນຊາວກະສິກອນ. ບັນດາເຄື່ອງດົນຕີທີ່ໄດ້້ຮັບການຜະລິດຢູ່ທີ່ນີ້ສ່ວນຫຼາຍແມ່ນເຄື່ອງດົນຕີພື້ນເມືອງຄື: ພິນສາຍດຽວ, ພິນ 36 ສາຍ, ກະຈັບປີ… ເມື່ອມາຮອດຫົວບ້ານ, ນັກທ່ອງທ່ຽວບໍ່ພຽງແຕ່ຮູ້ສຶກໄດ້ກິ່ນຫອມທີ່ແຜ່ອອກມາຈາກໄມ້ຜະລິດພິນຊະນິດຕ່າງໆເທົ່ານັ້ນ, ຫາກຍັງໄດ້ຮັບຟັງສຽງດັງກັງວານຈາກເຄື່ອງດົນຕີເຫຼົ່ານັ້ນອີກດ້ວຍ.
ອາຊີບຜະລິດເຄື່ອງດົນຕີຢູ່ ດ່າວຊ໋າ ໄດ້ມີມາກ່ອນນີ້ 200 ປີ, ໂດຍພໍ່ເຖົ້າ ດ່າວຊວນລານເປັນຜູ້ກໍ່ຕັ້ງ. ນັບແຕ່ສະຕະວັດທີ 19, ບັນດານາຍຊ່າງທີ່ມີສີມືແຮງງານຂອງໝູ່ບ້ານ ດ່າວຊ໋າ ໄດ້ພາຄອບຄົວ, ຍາດຕິພີ່ນ້ອງໄປຍັງນະຄອນ ທັງລອງ (ຮ່າໂນ້ຍໃນປະຈຸບັນ) ເພື່ອສ້າງໝູ່ບ້ານອາຊີບ, ຖະໜົນອາຊີບ. ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມຊຳນານຂອງຕົນ, ບັນດານາຍຊ່າງຜະລິດເຄື່ອງດົນຕີຢູ່ ດ່າວຊ໋າໄດ້ຜະລິດເປັນບັນດາຜະລິດຕະພັນລະອຽດລະອໍເພື່ອສະໜອງໃຫ້ເມືອງຫຼວງ, ປະກອບສ່ວນເຮັດໃຫ້ບັນດາໝູ່ບ້ານອາຊີບນັບມື້ນັບຄຶກໂຄມໜາແໜ້ນ. ຜ່ານຫຼາຍສະໄໝ, ອາຊີບຜະລິດເຄື່ອງດົນຕີຢູ່ ດ່າວຊ໋າ ນັບມື້ນັບພັດທະນາ. ປະຊາຊົນໃນໝູ່ບ້ານໄດ້ເຊີດຊູພໍ່ເຖົ້າ ດ່າວຊວນລາງ ເປັນຜູ້ປະດິດອາຊີບຂອງໝູ່ບ້ານ. ປະຈຸບັນຢູ່ໝູ່ບ້ານ ດ່າວຊ໋າ ມີຫໍບູຊາບັນພະບຸລຸດ. ແຕ່ລະປີໃນໂອກາດບູຊາບັນພະບຸລຸດຜູ້ປະດິດອາຊີບ, ປະຊາຊົນໃນໝູ່ບ້ານອາຊີບເຄີຍກັບມາຖະຫວາຍເຄື່ອງຂອງບູຊາ, ຈູດທູບທຽນອາໄລຫາຜູ້ທີ່ມີຄຸນງາມຄວາມດີໃນການປະດິດອາຊີບໃຫ້ໝູ່ບ້ານ. ທ່ານ ດ່າວຊວນມາຍ, ຫຼານສືບຕະກຸນຂອງຜູ້ປະດິດອາຊີບ ດ່າວຊວນລານ, ເລົ່າກ່ຽວກັບກົກເຄົ້າຂອງໝູ່ບ້ານວ່າ:
“ຍາມຍັງເປັນຊາວໜຸ່ມ, ພໍ່ປູ່ມ່ອນຂ້າພະເຈົ້າເຮັດອາຊີບຊ່າງໄມ້.ມີຄັ້ງໜຶ່ງເມື່ອພົບປະກັບຄົນຕ່າງປະເທດທີ່ມີຄວາມຊຳນານໃນການຜະລິດເຄື່ອງດົນຕີ, ພໍ່ປູ່ມ່ອນກໍ່ເມົາມົວຮຽນຕາມ ແລະໄດ້ຫັນຈາກອາຊີບຊ່າງໄມ້ເປັນອາຊີບຜະລິດເຄື່ອງດົນຕີ. ເມື່ອວຽກງານທຳມາຫາກິນໄດ້ຮັບຜົນດີ, ພໍ່ປູ່ມ່ອນກໍ່ກັບຄືນມາບ້ານເກີດເພື່ອສອນອາຊີບໃຫ້ອ້າຍນ້ອງລູກຫຼານ. ໃນຈຳນວນລູກສິດນັ້ນມີຫຼາຍຄົນເຮັດອາຊີບນີ້ໄດ້ຮັບຜົນດີ ແລະ ເປີດຮ້ານຂາຍເຄື່ອງດົນຕີຢູ່ນະຄອນ, ນັບແຕ່ນັ້ນ, ລູກຫຼານໃນໝູ່ບ້ານໄດ້ຂະຫຍາຍອາຊີບຂອງຕົນໃນທົ່ວທຸກແຫ່ງ, ແຕ່ເໜືອຮອດໃຕ້ “.
(ພາບປະກອບ)
ໃນໄລຍະພັດທະນາທີ່ສຸດ, ທັງໝູ່ບ້ານມີ 50 ຄອບຄົວເຮັດອາຊີບຜະລິດເຄື່ອງດົນຕີ, ໃນນັ້ນມີບັນດານາຍຊ່າງໃນໝູ່ບ້ານໄດ້ຮັບເລືອກ ເຂົ້າໄປຜະລິດເຄື່ອງດົນຕີຢູ່ພະລາຊະວັງ ເຫວ໋. ໂດຍສືບທອດມູນເຊື້ອທີ່ມີມາກ່ອນ, ປະຈຸບັນ, ໃນໝູ່ບ້ານມີທ່ານ ດ່າວວັນສ້ວານ ແມ່ນນັກສິລະປະການຜະລິດເຄື່ອງດົນຕີທີ່ມີຊື່ສຽງໃນທົ່ວປະເທດ. ທ່ານ ສ້ວານ ເປັນຜູ້ດຽວຢູ່ ຫວຽດນາມ ໄດ້ຮັບນາມມະຍົດເປັນນັກສິລະປະການພື້ນເມືອງແຫ່ງຊາດ ແລະ ນາມມະຍົດນັກສິລະປະການທີ່ດີເດັ່ນຂອງນະຄອນ ຮ່າໂນ້ຍ. ພາຍຫຼັງເຮັດອາຊີບນີ້ມາເປັນເວລາ 40 ປີ, ທ່ານ ສ້ວານ ເປັນຜູ້ມີຄວາມເຂົ້າໃຈແຈ້ງທີ່ສຸດກ່ຽວກັບການຜັນແປຂອງໝູ່ບ້ານອາຊີບ:
“ໃນປະຫວັດຄວາມເປັນມາຂອງໝູ່ບ້ານ, ໄລຍະຕໍ່ຕ້ານຕ້ານລ່າເມືອງຂຶ້ນ ຝລັ່ງ ແລະ ກ່ອນການປະຕິວັດປີ 1945 ໝູ່ບ້ານອາຊີບນີ້ພັດທະນາຢ່າງແຮງ. ພາຍຫຼັງສ້າງສັນຕິພາບຄືນໃໝ່ປີ 1954, ໝູ່ບ້ານຍັງຄົງຮັກສາອາຊີບນີ້ໄວ້. ແຕ່ໃນໄລຍະສົງຄາມຕ້ານຈັກກະພັດ ອາເມລິກາ, ໝູ່ບ້ານອາຊີບບໍ່ພັດທະນາໄດ້ ຍ້ອນວ່າ ນັ້ນແມ່ນໄລຍະເສດຖະກິດປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ພາຍຫຼັງສົງຄາມ, ປະຊາຊົນໃນໝູ່ບ້ານຕ້ອງໄປຍັງ ໄຊງ່ອນ (ນະຄອນ ໂຮ່ຈີມິນໃນປະຈຸບັນ), ໄປນະຄອນ ແທງຮ໋ວາ, ນາມດິ້ງ ເພື່ອເຮັດອາຊີບນີ້“.
ທ່ານ ສ້ວານຍັງໃຫ້ຮູ້ວ່າ, ອາຊີບຜະລິດເຄື່ອງດົນຕີຕ້ອງມີຄວາມລະອຽດລະອໍທີ່ສຸດ, ນາຍຊ່າງຕ້ອງມີຄວາມຊຳນານ, ຕ້ອງຮູ້ອາຊີບຊ່າງໄມ້, ຫູໄວ, ຕາໄວ, ນັບແຕ່ການເລືອກເຟັ້ນໄມ້, ຕາກ, ຕໍ່ໄມ້, ຜັດໃຫ້ເຫຼື້ອມ, ຄວັດຝັງມຸກ… ທັງໝົດລ້ວນແຕ່ເຮັດຫັດຖະກຳຖືກຕາມເຕັກນິກທີ່ເປັນມູນເຊື້ອ. ຄວາມຫຍຸ້ງຍາກທີ່ສຸດແມ່ນຕ້ອງເຮັດແນວໃດໃຫ້ເຄື່ອງດົນຕີຜັນສຽງຖືກກັບທຳນອງດົນຕີ. ສິ່ງທີ່ສ້າງຄວາມແປກປະຫຼາດໃຫ້ແກ່ນັກທ່ອງທ່ຽວ, ນັ້ນແມ່ນ ດ່າວຊ໋າ ແມ່ນແຫ່ງສະໜອງເຄື່ອງດົນຕີພື້ນເມືອງສ່ວນຫຼາຍ, ແຕ່ນາຍຊ່າງຢູ່ທີ່ນີ້ພັດບໍ່ໄດ້ຮັບການບຳລຸງສ້າງດ້ານດົນຕີໂດຍພື້ນຖານເທື່ອ. ເຂົາເຈົ້າພຽງແຕ່ອີງໃສ່ເຕັກນິກສຳຜັດສຽງ ໂດຍລຸ້ນກ່ອນສືບທອດໃຫ້ ເພື່ອຜະລິດເຄື່ອງດົນຕີຊະນິດຕ່າງໆທີ່ຜັນສຽງແຕກຕ່າງກັນ, ແຕ່ຜະລິດຕະພັນຂອງໝູ່ບ້ານພັດບັນລຸໄດ້ມາດຕະຖານທີ່ໄດ້ວາງອອກ. ມີນັກດົນຕີຫຼາຍຄົນທີ່ໄປສະແດງຢູ່ແຂວງຕ່າງໆໄດ້ມາຍັງໝູ່ບ້ານເພື່ອຈ່ອງຊື້ເຄື່ອງດົນຕີ, ຊ້ຳບໍ່ໜຳຍັງມີນັກສິລະປະຕ່າງປະເທດມາຈ່ອງຊື້ເຄື່ອງດົນຕີຢູ່ທີ່ນີ້ອີກ. ທ່ານ ຮ່າວ, ຜູ້ຊື້ເຄື່ອງດົນຕີພື້ນເມືອງຢູ່ຖະໜົນ ຮ່າງຮ່ອມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ເຄື່ອງດົນຕີຢູ່ ດ່າວຊ໋າ ມັນຕ່າງກັນກັບເຄື່ອງດົນຕີທີ່ຜະລິດຢູ່ບ່ອນອື່ນ, ຍ້ອນສີມີແຮງງານທີ່ເປັນເອກະລັກສະເພາະຂອງນາຍຊ່າງຢູ່ທີ່ນີ້. ດັ່ງນັ້ນ, ເລື່ອງຮັກສາອາຊີບທີ່ເປັນມູນເຊື້ອແມ່ນອີງໃສ່ເຕັກນິກໃນການສຳຜັດສຽງ, ການສັງເກດ, ພິເສດແມ່ນສີມືການຊ່າງ. ເຂັດລັບໃນການຜະລິດເຄື່ອງດົນຕີແມ່ນສືບທອດ, ຜະລິດຕົວຈິງ“.
ປະຈຸບັນ, ໝູ່ບ້ານ ດ່າວຊ໋າ ໄດ້ຮັບການພັດທະນາກວ່າເກົ່າ, ແຕ່ແບບແຜນດຳລົງຊີວິດຂອງປະຊາຊົນຍັງຄົງຮັກສາໄວ້ຄືເກົ່າ. ບັນດາ “ຊາວກະສິກອນສິລະປະ“ ຂອງໝູ່ບ້ານອາຊີບຍັງມີຄວາມເມົາມົວຝາກຝັງຈິດວີນຍານທີ່ຍອດຍິ່ງເຊິ່ງບ້ານເກີດເມືອງນອນໄດ້ຄູນສ້າງໃຫ້ ເຂົ້າເຄື່ອງດົນຕີຂອງຕົນ ເພື່ອຮັກສາອາຊີບທີ່ບັນພະບຸລຸດໄດ້ປະດິດຂຶ້ນ.