(VOVWORLD) - ຟ້າມຟ໋າວແມ່ນໝູ່ບ້ານຜະລິດກະສິກຳເປັນຕົ້ນຂອງແຂວງ ນາມດິ້ງ. ທັງແມ່ນໝູ່ບ້ານທີ່ລືຊື່ດ້ວຍອາຊີບຜະລິດແກທອງ. ບໍ່ພຽງແຕ່ຮູ້ຜະລິດແກເທົ່ານັ້ນ, ຫາກຄອບຄົວໃດໃນໝູ່ບ້ານກໍ່ຮູ້ດົນຕີ ແລະ ສາມາດເປົ່າແກທອງໄດ້ຢ່າງຄ່ອງແຄ້ວ. ຊາວກະສິກອນຢູ່ທີ່ນີ້ໄດ້ຜະລິດແກທຸກປະເພດເອງ ເພື່ອນຳໃຊ້ ແລະ ຂາຍໃຫ້ທຸກເຂດພາກໃນປະເທດ ແລະ ສົ່ງໄປຂາຍຢູ່ຕ່າງປະເທດ.
ພາບປະກອບ |
ຟ້າມຟ໋າວແມ່ນໝູ່ບ້ານຊາວຄິດທີ່ຂຶ້ນກັບຕາແສງ ຫາຍມິງ, ເມືອງ ຫາຍເຫົ້າ, ແຂວງ ນາມດິ້ງ. ຍ້ອນໃນໝູ່ບ້ານມີຫຼາຍຄົນຖືນາມສະກຸນຟ້າມ, ທັງແມ່ນໜຶ່ງໃນ 4 ວົງຕະກຸນທີ່ໄດ້ບຸກເບີກເຂດດິນ ຫາຍເຫົ້າ. ສັງເກດຈາກບ່ອນສູງລົງມາກໍ່ເຫັນວ່າພູມສັນຖານຢູ່ທີ່ນີ້ເປັນຮູບປືນໃຫຍ່ (ຟ໋າວ). ຍ້ອນເຫດນັ້ນໝູ່ບ້ານຈຶ່ງມີຊື່ວ່າ ຟ້າມຟ໋າວ. ນັບແຕ່ຕົ້ນສະຕະວັດທີ 16, ສາສະໜາຄິດເລີ່ມນຳເຂົ້າ ຫວຽດນາມ ແລະ ໂບດ ຟ້າມຟ໋າວ ໄດ້ຮັບການກໍ່ສ້າງເມື່ອປີ 1908. ໃນປີນັ້ນ, ຟ້າມຟ໋າວ ໄດ້ມີກອງເປົ່າແກ, ເຊິ່ງປະຊາຊົນເອີ້ນວ່າກອງເປົ່າແກຝ່າຍຕາເວັນຕົກ, ເພາະວ່າມັນຖືກນຳເຂົ້າຈາກຝ່າຍຕາເວັນຕົກ. ນັບແຕ່ນັ້ນບັນດາກອງເປົ່າແກຝ່າຍຕາເວັນຕົກໄດ້ຮັບການຮັກສາໄວ້ຈົນຮອດປັດຈຸບັນ ເພື່ອບໍ່ພຽງແຕ່ຮັບໃຊ້ໃນໂບດເທົ່ານັ້ນ, ຫາກຍັງຮັບໃຊ້ໃນຊີວິດປະຈຳວັນອີກດ້ວຍ.
ເທບສຽງປະກອບ
ໃນເບື້ອງຕົ້ນເພື່ອສະແດງໃນວົງດົນຕີ, ແມ່ນຕ້ອງຊື້ແກທອງຈາກຕ່າງປະເທດ. ແຕ່ຜ່ານການນຳໃຊ້ບາງເທື່ອແກກໍ່ຖືກເປ່ເພ, ຕ້ອງສົ່ງໄປສ້ອມແປງຢູ່ຕ່າງປະເທດ, ເສຍເວລາຫຼາຍ. ທ່ານ ຫງວຽນຊວນຟາດ, ຊາວບ້ານ ຟ້າມຟ໋າວ ເລົ່າສູ່ຟັງວ່າ:
“ກ່ອນປີ 1945, ຢູ່ທີ່ນີ້ໄດ້ມີກອງເປົ່າແກເພື່ອຮັບໃຊ້ໃນການດຳເນີນຊີວິດທາງສາສະໜາ ແລະ ສັງຄົມ. ໃນວິວັດດັ່ງກ່າວ, ບັນດາກອງເປົ່າແກ ໄດ້ຮັບການສ້າງຕັ້ງຂຶ້ນ. ການສ້າງຕັ້ງກອງເປົ່າແກເຫຼົ່ານັ້ນ ໄດ້ພາໄປເຖິງຄວາມຕ້ອງການສ້ອມແປງ, ຍ້ອນຜ່ານການນຳໃຊ້ເຄື່ອງດົນຕີກໍ່ຈະຖືກເປ່ເພ, ຊາວບ້ານໄດ້ລົງເລິກເຂົ້າໃນການຊອກຮູ້ວິທີສ້ອມແປງແກ, ຫຼັງຈາກນັ້ນກໍ່ຄົ້ນຄ້ວາເພື່ອຜະລິດແກດ້ວຍຕົນເອງ“.
ບໍ່ພຽງແຕ່ນຳໃຊ້ແກຢ່າງຄ່ອງແຄ້ວເທົ່ານັ້ນ, ຫາກຊາວໝູ່ບ້ານ ຟ້າມຟ໋າວ ຍັງກຳໄດ້ເຕັກນິກສ້ອມແປງ, ຜະລິດແກ ແລະ ຄ່ອຍໆສ້າງເປັນໝູ່ບ້ານອາຊີບຜະລິດແກທອງອີກດ້ວຍ
ໃນເບື້ອງຕົ້ນໝູ່ບ້ານ ຟ້າມຟ໋າວ ມີປະມານສິບຄອບຄົວເຮັດອາຊີບຜະລິດແກເທົ່ານັ້ນ, ແຕ່ໃນກວ່າສິບປີມານີ້, ເມື່ອຂະບວນການເປົ່າແກຢູ່ ນາມດິ້ງ ກໍ່ຄືບັນດາແຂວງຢູ່ໃກ້ຄຽງພັດທະນາຢ່າງແຮງນັ້ນ, ທັງໝູ່ບ້ານມີເຖິງ 70% ຄອບຄົວເຮັດອາຊີບຜະລິດແກ, ສ້າງເປັນໝູ່ບ້ານອາຊີບຜະລິດແກທອງແຫ່ງໜຶ່ງດຽວຢູ່ແຂວງ ນາມດິ້ງ. ທ່ານ ຫງວຽນວັນເກື່ອງ, ນັກສິລະປະການ, ຜູ້ທີ່ໄດ້ຮັບການກຳເນີດໃນຄອບຄົວຜະລິດແກທີ່ເປັນມູນເຊື້ອມາເປັນເວລານັບຫຼາຍສິບປີ. ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:
“ຂ້າພະເຈົ້າສືບທອດອາຊີບຜະລິດແກຈາກພໍ່. ຂ້າພະເຈົ້າແມ່ນຮຸ່ນທີ 4 ໃນຄອບຄົວທີ່ເຮັດອາຊີບນີ້. ສິ່ງທີ່ມີຄວາມໝາຍໃນອາຊີບຂອງຄອບຄົວຂ້າພະເຈົ້ານັ້ນແມ່ນນຳ້ໃຈມະນຸດ. ບັນດາແກຖືກເປ່ເພເມື່ອນຳມາສ້ອມແປງຢູ່ທີ່ນີ້ລ້ວນແຕ່ຮັບປະກັນດ້ານຄຸນນະພາບ, ສະນັ້ນພວກຂ້າພະເຈົ້າຈຶ່ງໄດ້ຮັບຄວາມເຊື່ອໝັ້ນ, ຄວາມຮັກແພງຈາກລູກຄ້າ. ຄອບຄົວຂ້າພະເຈົ້ານິຍົມດົນຕີ ແລະ ຮັກອາຊີບຜະລິດແກທີ່ສຸດ, ດັ່ງນັ້ນປັດຈຸບັນພວກລູກຂ້າພະເຈົ້າກໍ່ສືບທອດອາຊີບນີ້“.
ທ່ານ ຫງວຽນວັນເກື່ອງ, ນັກສິລະປະການ, ຜູ້ທີ່ໄດ້ຮັບການກຳເນີດໃນຄອບຄົວຜະລິດແກທີ່ເປັນມູນເຊື້ອມາເປັນເວລານັບຫຼາຍສິບປີ |
ແຕ່ລະວັນ, ບັນດາແກທອງໄດ້ຮັບການປະດິດສ້າງດ້ວຍສີມືຂອງນາຍຊ່າງໃນໝູ່ບ້ານ. ເຂົາເຈົ້ານັກສິລະປະການຊາວນາແທ້ໆ, ເພາະວ່າເມື່ອຮອດລະດູການຜະລິດ, ເຂົາເຈົ້າແມ່ນຊາວກະສິກອນ. ແຕ່ເມື່ອກັບຄືນຮາກຖານຜະລິດ, ເຂົາເຈົ້າພັດແມ່ນນັກສິລະປະການ. ແຕ່ສິ່ງພິເສດຢູ່ໝູ່ບ້ານຜະລິດແກທອງ ຟ້າມຟ໋າວ ນັ້ນແມ່ນ, ບັນດາຂັ້ນຕອນຜະລິດເກືອບທັງໝົດລ້ວນແຕ່ໄດ້ຮັບການຜະລິດແບບຫັດຖະກຳ. ເຖິງຢ່າງໃດກໍ່ຕາມ, ບັນດາແກທອງຜະລິດຢູ່ທີ່ນີ້ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກຜູ້ນຳໃຊ້ກ່ຽວກັບຄຸນນະພາບ. ນັກສິລະປິນ ກ່ວຽນວັນມິງ, ຜູ້ທີ່ມີຄວາມສະໜິດຕິດພັນກັບຄອບຄົວທ່ານ ເກື່ອງ ແລະ ບັນດານາຍຊ່າງຜະລິດແກຢູ່ ຫາຍເຫົ້າ ມາເປັນເວລາກວ່າ 30 ປີ ແລ້ວ, ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າລຶ້ງເຄີຍກັບອ້າຍເກື່ອງມາຫຼາຍສິບປີແລ້ວ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເຂົາເຈົ້າເປັນຜູ້ຜະລິດແກທີ່ຮັບປະກັນຄຸນນະພາບທີ່ສຸດ. ບັນດາແກທອງຜະລິດຢູ່ ຫາຍເຫົ້າ ແມ່ນແກແຫ່ງນຳ້ໃຈ ຫວຽດນາມ“.
ຍາກທີ່ຈະມີບ່ອນໃດທີ່ມີຫຼາຍຄົນຮູ້ເປົ່າແກຄືຢູ່ໝູ່ບ້ານ ຟ້າມຟ໋າວ. ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ປັດຈຸບັນ ຟ້າມຟ໋າວມີປະມານ 1.500 ຄົນຮູ້ດົນຕີ, 1.000 ຄົນສາມາດເປົ່າແກທອງໄດ້, ໃນນັ້ນມີ 7 ຄົນແມ່ນຮຸ່ນໜຸ່ມທີ່ໄດ້ຮຽນຈົບຢູ່ບັນດາໂຮງຮຽນດົນຕີ, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ບັນດານັກດົນຕີ. ເຖິງວ່າໃນຊີວິດປະຈຳວັນ, ຊາວ ຟ້າມຟ໋າວ ເປັນຜູ້ທີ່ລຳບາກກັບວຽກໄຮ່ການນາກໍ່ຕາມ, ແຕ່ເມື່ອມີງານບຸນໃນເຂດຊາວຄິດ, ເຂົາເຈົ້າກໍ່ກາຍເປັນນັກສິລະປະເປົ່າແກທອງຢ່າງຄ່ອງແຄ້ວບໍ່ຕ່າງຫຍັງກັບກອງເປົ່າແກອາຊີບ.
ເທບສຽງປະກອບ
ໃນຊຸມວັນບຸນຂອງສາສະໜາຄິດ, ສຽງແກຂອງຊາວບ້ານ ຟ້າມຟ໋າວ ກໍ່ດັງກ້ອງກັງວານໄປທົ່ວ. ເຂົາເຈົ້າເປົ່າແກເພື່ອຄວາມຮັກຕໍ່ບ້ານນາ, ເພື່ອຄວາມສັກກະລະບູຊາ ດ້ວຍຄວາມເຊື່ອໝັ້ນຕໍ່ໂລກວີນຍານ, ສະນັ້ນດົນຕີຍາມໃດກໍ່ສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ຟັງ.