(VOVWORLD) -ມີສະຖານທີ່ແຫ່ງໜຶ່ງຢູ່ຕາແສງ ແຄັງບິນໄຕບັກ, ເມືອງ ເຈິ່ນວັນເທີ່ຍ ແຂວງ ກ່າເມົາ ຊາວທ້ອງຖິ່ນພາກັນເອີ້ນວ່າ “ໝູ່ບ້ານເຫ້ວ” ຊື່ງແມ່ນ 1 ໃນບັນດາແຫ່ງທີ່ມີຜູ້ຮຽນເກັ່ງຫຼາຍຄົນທີ່ມີຊື່ສຽງຂອງແຂວງ ກ່າເມົາ. ຢູ່ບ້ານແຫ່ງນີ້ມີຫຼາຍຄອບຄົວໄດ້ອົບພະຍົບມາຈາກພາກກາງຫວຽດນາມ ເຂົ້າມາກໍ່ຮ່າງສ້າງຕົວ ແລະ ເຂົາເຈົ້າຍັງຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນຂອງລູກຫຼານ ເພື່ອສ້າງເປັນຊື່ສຽງຂອງ “ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋”.
ພາບປະກອບ: VOV |
ຄອບຄົວທ່ານ ເຈືອງແທັງບັ່ງ ແມ່ນໜຶ່ງໃນບັນດາຄອບຄົວທີ່ມີມູນເຊື້ອການຮ່ຳຮຽນທີ່ມີຊື່ສຽງ ຢູ່ ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋” ຂຶ້ນກັບບ້ານ ມຸ້ຍຈ່າມບີ, ຕາແສງ ແຄັງບິນໄຕບັກ. ທ່ານມີລູກທັງໝົດ 5 ຄົນ, 4 ຄົນແມ່ນຜູ້ຮຽນເກັ່ງ ແລະ ປະສົບຜົນສຳເລັດໃນການດຳລົງຊີວິດ. ທ່ານ ບັ່ງ ໃຫ້ຮູ້ວ່າ: ພໍ່ແມ່ຂອງທ່ານແມ່ນຊາວ ກ໋ວາງນາມ, ປີ 1961 ຄອບຄົວທ່ານໄດ້ໄປບຸກເບີກທີ່ດິນເປົາຫວ່າງ ແລະ ມາດຳລົງຊີວິດຢູ່ເຂດປ່າ ອູມິນຮ້າ ແຫ່ງນີ້. ນັບແຕ່ສະໄໝສົງຄາມ, ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ ກໍ່ໄດ້ສ້າງຕູບມຸງຫຍ້າຂຶ້ນ ເພື່ອໃຫ້ລູກຫຼານໄປຮ່ຳຮຽນ. ເມື່ອ “ໂຮງຮຽນ” ຖືກລູກລະເບີດທຳລາຍເປັນຫຼາຍເທື່ອ, ພໍ່ແມ່ປະຊາຊົນກໍ່ສ້າງຂຶ້ນຄືນໃໝ່ເພື່ອໃຫ້ລູກຫຼານສາມາດຮ່ຳຮຽນໄດ້. ນີ້ກໍ່ແມ່ນກຳລັງໜູນເພື່ອໃຫ້ທ່ານ ເຈືອງແທັງບັ່ງ ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນຂອງລູກຕົນ:
ພໍ່ຂອງຂ້າພະເຈົ້າແມ່ນຜູ້ລ້ຽງດູ ເບິ່ງແຍງຂ້າພະເຈົ້າໃຫ້ໄດ້ຮ່ຳຮຽນ ເມື່ອຄອບຄົວຍັງທຸກຍາກ. ເພິ່ນສັ່ງສອນວ່າ ເມື່ອມີເມຍ ມີລູກກໍ່ຕ້ອງໃຫ້ລູກໄປຮ່ຳຮຽນ.
ພ້ອມກັບຄອບຄົວທ່ານ ເຈືອງແທັງບັ່ງ ກໍ່ຍັງມີ 55 ຄອບຄົວອື່ນກໍ່ມີບ້ານເກີດເມືອງນອນມາຈາກ ກ໋ວາງນາມ. ເຂົ້າເຈົ້າມີຄວາມດຸໝັ່ນຂະຫຍັນພຽນໃນການບຸກເບີກທີ່ດິນ, ສ້າງດິນແດນແຫ່ງນີ້ນັບແຕ່ໄລຍະເບື້ອງຕົ້ນທີ່ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ. ທ່ານ ຫງວຽນແທັງຈອງ ແບ່ງປັນວ່າ: ຕອນຫາກໍ່ມາຢູ່ໃໝ່, ປະຊາຊົນໄດ້ປູກເຂົ້າພຽງແຕ່ລະດູດຽວເທົ່ານັ້ນ. ປີໃດລະດູເກັບກ່ຽວໄດ້ຮັບຜົນດີກໍ່ແບ່ງເຄິ່ງ, ສ່ວນໜຶ່ງແມ່ນເອົາໄວ້ກິນໃນລະດູຕໍ່ໄປ, ສ່ວນໜຶ່ງຈະຂາຍເອົາເງິນເພື່ອໃຫ້ລູກໄປຮຽນ. ສຳລັບຄອບຄົວທ່ານ ຈອງ, ນອກຈາກການປູກເຂົ້າແລ້ວ, ຜົວເມຍທ່ານຍັງຕ້ອງໄປຫາປາ, ເຮັດວຽກງານຮັບຈ້າງເພື່ອຫາເງິນລ້ຽງລູກຕື່ມອີກ. ປະຈຸບັນ, ລູກຂອງທ່ານ 4 ຄົນກໍ່ໄດ້ເປັນພະນັກງານລັດຖະກອນຢູ່ທ້ອງຖິ່ນ. ລູກຂອງທ່ານກໍ່ພະຍາຍາມລ້ຽງລູກຂອງຕົນເອງເພື່ອສືບທອດຂະບວນການມັກການຮ່ຳຮຽນເໝືອນກັບລຸ້ນກ່ອນໆ. ທ່ານ ຫງວຽນແທັງຈອງ ແບ່ງປັນວ່າ:
ຂ້າພະເຈົ້າມີຫຼານຝາແຟດສອງຄົນ, ປີນີ້ຮຽນຢູ່ຫ້ອງ ມໍ 5 ແລ້ວ, ຍາມໃດຜົວເມຍພວກຂ້າພະເຈົ້າກໍ່ປຸກລະດົມກຳລັງໃຈລູກໃນການລ້ຽງດູລູກໃຫ້ໄດ້ໄປຮຽນຢ່າງເຖິງຖອງ. ຕາມມູນເຊື້ອມັກການຮ່ຳຮຽນຂອງຄອບຄົວ, ປະຈຸບັນ, ຫຼານສອງຄົນກໍ່ເປັນຫຼານຄຳຮູ້ ແລະ ຮຽນເກັ່ງ.
ມາຮອດປະຈຸບັນ, “ໝູ່ບ້ານເຫວ້” ມີຜູ້ຮຽນຈົບຈາກມະຫາວິທະຍາໄລ, ວິທະຍາໄລນັບສິບຄົນແລ້ວ, ພິເສດມີບາງຄົນກໍ່ໄດ້ປະລິນຍາເອກ, ປະລິນຍາໂທ, ປະສົບຜົນສຳເລັດໃນວຽກງານທີ່ແຕກຕ່າງກັນ ແລະ ພ້ອມກັນປະກອບເຫື່ອແຮງສະຕິປັນຍາຂອງຕົນເພື່ອກໍ່ສ້າງບ້ານເກີດເມືອງນອນ. ທ່ານ ບຸ່ຍຈີ໊ງ້ານ ຮອງປະທານຄະນະກຳມະການປະຊາຊົນຕາແສງ ແຄັງບິນໄຕບັກ ໃຫ້ຮູ້ວ່າ:
ບ້ານ ມຸ້ຍຈ່າມບີ ແມ່ນບ້ານທີ່ດີເດັ່ນໃນຂະບວນການມັກການຮ່ຳຮຽນ, ລະອຽດແມ່ນຄອງເໝືອງ ຢ໊າວໃບ໋ ມີໝູ່ບ້ານມັກການຮ່ຳຮຽນ. ມີຫຼາຍຄອບຄົວໄດ້ລ້ຽງລູກໃຫ້ເປັນຄົນດີ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ. ລຸ້ນກອ່ນໄດ້ເອົາໃຈໃສ່, ແນະນຳເພື່ອໃຫ້ລຸ້ນຫຼັງບືນຕົວຂຶ້ນ, ພ້ອມກັນພັດທະນາການຮຽນ. ຈາກນັ້ນ, ຂະບວນການຮ່ຳຮຽນໄດ້ກຳເນີດເກີດຂຶ້ນ ແລະ ຄ່ອຍໆພັດທະນາ. ບໍ່ພຽງແຕ່ໃນບ້ານ ມຸ້ຍຈ່າມບີ ເທົ່ານັ້ນ ຫາກຍັງໄດ້ແຜ່ຂະຫຍາຍອອກໄປສູ່ບ້ານຕ່າງໆອີກດ້ວຍ.
ຍ້ອນມີຄວາມດຸໝັ່ນຂະຫຍັນພຽນໃນການເຮັດເສດຖະກິດ ແລະ ມີຄວາມຕັດສິນໃຈສູງໃນການລ້ຽງລູກໃຫ້ເປັນຄົນດີ, ຜົນສຳເລັດຂອງລູກໆຢູ່ເຂດ ດິນແດນກວາງນາມ ນັ້ນ ໄດ້ຊ່ວຍໃຫ້ລູກຫຼານຂອງຕົນສາມາດບືນຕົວຂຶ້ນ ປະສົບຜົນສຳເລັດໃນເຂດປ່າ ອູມິນຮ້າ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສ້າງເປັນມູນເຊື້ອມັກການຮ່ຳຮຽນ ແລະ ຊື່ສຽງ ໝູ່ບ້ານມັກການຮ່ຳຮຽນ ຢ໊າວໃບ໋” ໃນທຸກວັນນີ້.