ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົາຈຸກ, ແຂວງ ນິງທ້ວນ

(VOVWORLD) - ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົາຈຸກ, ແຂວງ ນິງທ້ວນ ແຕ່ກ່ອນມີຊື່ວ່າ Paley Hamu Trok, ຊື່ງມີຊື່ສຽງດ້ວຍອາຊີບຜະລິດເຄື່ອງປັ້ນດິນເຜົາ ໂດຍທ່ານ Poklong Chanh, ເຈົ້ານາຍໃນສະໄໝເຈົ້າຊີວິດ PoKlong Garai ປົກຄອງເຂດ Panduranga (1151-1205), ໄດ້ສືບທອດໃຫ້ປຊຊ ໃນໝູ່ບ້ານ.
ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົາຈຸກ, ແຂວງ ນິງທ້ວນ - ảnh 1

ປະຕູໂຂງໝູ່ບ້ານອາຊີບ ເບົາຈຸກ

ຜ່ານເວລາເກືອບພັນປີ, ປຊຊ ຊາວເຜົ່າຈຳຢູ່ທີ່ນີ້ ຍັງຄົງຮັກສາມູນເຊື້ອເຮັດເຄື່ອງປັ້ນດິນເຜົາເກົ່າແກ່ນີ້ໄວ້ ຈົນມາຮອດປະຈຸບັນ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບເກົ່າແກ່ກ່ວາໝູ່ຢູ່ພາກພື້ນອາຊີຕາເວັນອກສ່ຽງໃຕ້ ທີ່ຍັງຮັກສາອາຊີບມູນເຊື້ອເຮັດເຄື່ອງປັ້ນດິນເຜົາແບບຫັດຖະກຳເປັນຢ່າງດີທີ່ສຸດ.

ເມື່ອເວົ້າເຖິງອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ ກໍ່ຕ້ອງເວົ້າເຖິງອາຊີບເຮັດເຄື່ອງປັ້ນດິນເຜົາ ຫລືສິລະປະເຮັດເຄື່ອງປັ້ນດິນເຜົາຂອງເຂົາເຈົ້າ. ຈຸດທີ່ສຳຄັນຂອງເຄື່ອງປັ້ນດິນເຜົາຈຳ ແມ່ນໂລກແຫ່ງຈິດວິນຍານ, ຄວາມເຫຼື້ອມໃສ, ເຊື່ອຖືສາສະໜາ, ຮີດຄອງປະເພນີ ຊື່ງສະແດງອອກໃຫ້ເຫັນ ຜ່ານຜະລິດຕະພັນເຄື່ອງປັ້ນດິນເຜົາ. ຢູ່ໝູ່ບ້ານ ເບົາຈຸກ, ຜະລິດຕະພັນເຄື່ອງປັ້ນດິນເຜົາມັກມີຮູບນາງ Apsara, ທີ່ມີຮູບຮ່າງສວຍງາມ ແລະ ວາດຟ້ອນທີ່ອ່ອນຊ້ອຍ, ວາດຟ້ອນຂອງ ເທບພະເຈົ້າ Shiva ຜ່ານຮູບປັ້ນ ຫຼື ພາບຄວັດສະຫຼັກໃຫ້ນູນຂຶ້ນ,, ວາດຟ້ອນ ຈຳ, ນັກສິລະປະກອນເປົ່າແຄນ saranai… ສິລະປະເຮັດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ ຢູ່ໝູ່ບ້ານ ເບົາຈຸກ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳ ບໍ່ເປັນວັດຖຸແຫ່ງຊາດ ຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ. ປ້າ ດ່າງຊິງອາຍຈີ, ຮອງປະທານຄະນະກຳມະການ ປຊຊ ເທດສະບານ ເຟືອກເຢິນ ເນັ້ນໜັກວ່າ:

"ຈຸດທີ່ພິເສດສະເພາະສຳລັບອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ແມ່ນ ປຊຊ ໄດ້ເຮັດດ້ວຍມື. ຜ່ານສີມືຄ່ອງແຄ້ວຂອງບັນດານາຍຊ່າງ ໄດ້ສ້າງເປັນຜະລິດຕະພັນທີ່ມີເອກະລັກສະເພາະ"

ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົາຈຸກ, ແຂວງ ນິງທ້ວນ - ảnh 2

ນາຍຊ່າງໝູ່ບ້ານອາຊີບ ເບົາຈຸກ ສະແດງວິທີເຮັດເຄື່ອງປັ້ນດິນເຜົາ

ຢູ່ໝູ່ບ້ານ ເບົາຈຸກ, ພາຍຫຼັງທີ່ນາຍຊ່າງໄດ້ປັ້ນຜະລິດຕະພັນແລ້ວ ກໍ່ເອົາໄປເຜົາຢູ່ກາງແຈ້ງ, ເມື່ອເວລາເຜົາຢູ່ນັ້ນ ແມ່ນບໍ່ໄດ້ເຄືອບ. ….  ໂດຍອີງໃສ່ຜະລິດຕະພັນແຕ່ລະຢ່າງ ແລະ ເຕັກນິກໃນການພົ່ນສີ ຈຶ່ງຈະມີຜະລິດຕະພັນທີ່ມີສີທີ່ເປັນເອກະລັກສະເພາະຄື: ເຫຼືອງແດງ, ບົວແດງ, ດຳຂີ້ເທົ່າ, ສີນ້ຳຕານ ເຊິ່ງຈະມີສີແປກໆ ແລະ ງາມຕາ. ຍ້ອນຜະລິດຕະພັນໄດ້ປັ້ນດ້ວຍມື, ບໍ່ໃຊ້ຂອບ, ສະນັ້ນ ຜະລິດຕະພັນຈຶ່ງບໍ່ຄືກັນ ແລະ ມີລັກສະນະເປັນຕົ້ນສະບັບສູງ. ນັ້ນແມ່ນຄວາມແຕກຕ່າງລະຫວ່າງຜະລິດຕະພັນຂອງເຄື່ອງປັ້ນດິນເຜົາຂອງຊົນເຜົ່າຈຳ ກັບເຄື່ອງປັ້ນດິນເຜົາຂອງໝູ່ບ້ານອາຊີບ ຕ່າງໆ. ປ້າ ດັ້ງທິເດີ່ມ, ຊາວບ້ານ ເບົາຈຸກ ໃຫ້ຮູ້ວ່າ:

ປະສົມດິນກ່ອນ ແລ້ວຈຶ່ງມາເຮັດຜະລິດຕະພັນໃຫ້ເປັນຮູບເປັນຮ່າງ ຫຼັງຈາກນັ້ນ ຈຶ່ງເຮັດລວດລາຍໃສ່, ເມື່ອສຳເລັດແລ້ວ ເອົາໄປຕາກແຫ້ງ ສຸດທ້າຍຈຶ່ງເອົາໄປເຜົາ. ຄອບຄົວຂ້າພະເຈົ້າທຸກຄົນ ແມ່ນເຮັດອາຊີບນີ້ໝົດ, ຂ້າພະເຈົ້າແມ່ນລຸ້ນທີ່ 4 ແລ້ວ ແລະ ກໍ່ເຮັດຜະລິດຕະພັນຫຼາຍຢ່າງຄື: ເຄື່ອງສິລະປະຫັດຖະກຳ, ໂຖດອກໄມ້ທີ່ນັບມື້ນັບສວຍງາມ.

ວັນທີ 29 ພະຈິກ, ທີ່ວາລະປະຊຸມຂອງ ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນຮູບຮ່າງ ຄັ້ງທີ 17 ຂອງອົງການ UNESCO ເຊິ່ງຈັດຂຶ້ນຢູ່ ມາຣົກ, UNESCO ໄດ້ເອົາມໍລະດົກສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳ ຕ້ອງໄດ້ຮັກສາດ່ວນ. ທ່ານ ວັນກົງຮ່ວາ ຮອງຫົວໜ້າພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນິງທ້ວນ ໃຫ້ຮູ້ວ່າ:

ຖ້າຫາກວ່າບໍ່ຮັກສາໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ, ໃນອະນາຄົດ ກໍ່ຈະຖືກສູນຫາຍໄປ. ອາດເວົ້າໄດ້ວ່າ, ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ຫາຍາກຢູ່ໃນໂລກ. ບໍ່ມີປະເທດໃດມີສິລະປະການເຮັດເຄື່ອງປັ້ນດິນເຜົາ ຄື ເບົາຈຸກ. ດ້ວຍສິລະປະການເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ ຢູ່ໝູ່ບ້ານເບົາຈຸກ, ຖ້າອົງການ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳ ຕ້ອງໄດ້ຮັກສາດ່ວນນັ້ນ, ທາງລັດຖະບານ ຕ້ອງມີນະໂຍບາຍຮັກສາ, UNESCO ກໍ່ມີທິດອະນຸລັກຮັກສາ ເພື່ອເສີມຂະຫຍາຍຄຸນຄ່າໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ.

ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົາຈຸກ, ແຂວງ ນິງທ້ວນ - ảnh 3

ການສະແດງສິລະປະຢູ່ ໝູ່ບ້ານອາຊີບ ເບົາຈຸກ

ສິ່ງທີ່ພິເສດແມ່ນ, ໝູ່ບ້ານເຮັດເຄື່ອງປັ້ນດິນເຜົາເກົ່າແກ່ໃນໂລກຫຼາຍແຫ່ງ ໄດ້ຖືກສູນຫາຍໄປ, ບໍ່ສາມາດຮັກສາອາຊີບມູນເຊື້ອໄວ້ໄດ້, ແຕ່ໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາ ເບົາຈຸກ ຍັງຄົງຕົວ ແລະ ຮັກສາໄດ້ຈຸດຍອດຍິ່ງຂອງເຄື່ອງປັ້ນດິນເຜົາເກົ່າແກ່. ນັ້ນແມ່ນຄຸນຄ່າທີ່ເປັນເອກກະລັກພິເສດສະເພາະ ແລະ ຍືນຍົງຄົງຕົວໄປພ້ອມກັບການເວລາຂອງ ເຄື່ອງປັ້ນດິນເຜົາ ເບົາຈຸກ, ສົມກັບການຮັບຮອງໃຫ້ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກ UNESCO.

ຕອບກັບ

ຂ່າວ/ບົດ​ອື່ນ