ໝູ່ບ້ານບູຮານ ຟູ່ເຄ ທີ່ຂຶ້ນກັບເມືອງ ຕື່ເຊີນ, ແຂວງ ບັກນິງ, ຫ່າງຈາກ ຮ່າໂນ້ຍ ໄປທາງທິດຕາເວັນອອກສຽງເໜືອປະມານ 20 ກມ, ນັບແຕ່ດົນນານມາແລ້ວໄດ້ມີຊື່ສຽງແມ່ນໝູ່ບ້ານແກະສະຫຼັກໄມ້, ເຮັດເຄື່ອງໄມ້ສິລະປະກຳ, ພິເສດແມ່ນບັນດາເຄື່ອງໄມ້ທີ່ເກາະສະຫຼັກຕົວມັງກອນ. ໃນໂອກາດປີມະໂຮງ (ໝາຍເຖິງປີແຫ່ງມັງກອນ), ເຊີນທ່ານໄປຢ້ຽມຢາມໝູ່ບ້ານອາຊີບແກະສະຫຼັກມັງກອນ ຟູ່ເຄ ເພື່ອມີຄວາມເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງໝູ່ບ້ານນີ້.
ໝູ່ບ້ານນີ້ໄດ້ມີມານັບຕັ້ງແຕ່ສະໄໝເຈົ້າຊີວິດ ອານເຢືອງເວືອງ ໃຫ້ກໍ່ສ້າງກຳແພງ ໂກລວາ ແລະ ມີຄວາມຈະເລີນໝັ້ນຄົງໃນສະໄໝເຈົ້າຊີວິດ ຫຼີທ້າຍໂຕ, ເມື່ອເຈົ້າຊີວິດຍ້າຍເມືອງຫຼວງມາ ທັງລອງ (ກ່ອນນີ້ນັບພັນປີ). ຄາວນັ້ນ, ຄວາມຕ້ອງການກໍ່ສ້າງລາຊະວັງແມ່ນຫຼາຍທີ່ສຸດ, ດັ່ງນັ້ນນັກສິລະປະກຳທີ່ມີສີມືດີເຊິ່ງມາຈາກທຸກແຫ່ງໄດ້ເຕົ້າໂຮມກັນຢູ່ ຟູ່ເຄ ເປັນຈຳນວນຫຼວງຫຼາຍ, ສ້າງເປັນໝູ່ບ້ານເກາະສະຫຼັກທີ່ມີຊື່ສຽງໂດ່ງດັງມາຮອດທຸກວັນນີ້. ປະຈຸບັນ, ມີຫຼາຍກິດຈະກຳທີ່ພົ້ນເດັ່ນຈາກ ເໜືອຮອດໃຕ້, ຈາກເມືອງຫຼວງ ທັງລອງ ຕະຫຼອດຮອດເມືອງຫຼວງເກ່ົາ ເກວ໋ ລ້ວນແຕ່ມີການປະກອບສ່ວນຂອງບັນດານັກສິລະປະກຳເກາະສະຫຼັກໃນໝູ່ບ້ານ ຟູ່ເຄ. ອາຊີບຜະລິດເຄື່ອງໄມ້ ຫຼື ອາຊີບແກະສະຫຼັກ ຟູ່ເຄ ແມ່ນມີມາແຕ່ດົນນານແລ້ວ. ແຕ່ພົ້ນເດັ່ນກວ່າໝູ່ຍັງຄົງແມ່ນອາຊີບແກະສະຫຼັກຕົວມັງກອນ. ທ່ານ ຫງວຽນວັນຈູ, ນັກຄົ້ນຄ້ວາກ່ຽວ
ກັບໝູ່ບ້ານອາຊີບ ຟູ່ເຄ, ໃຫ້ຮູ້ວ່າ:
”ນັບແຕ່ສະໄໝລາຊະວົງ ເລ ເປັນຕົ້ນມາ, ໝູ່ບ້ານອາຊີບນີ້ໄດ້ຮັບການພັດທະນາຢ່າງແຮງ, “ຊ່າງແກະສະຫຼັກ ຟູ່ເຄ ໄດ້ມີການປະກອບສ່ວນເຂົ້າໃນບັນດາກິດຈະກຳແກະສະຫຼັກທີ່ພົ້ນເດັ່ນຢູ່ພາກເໜືອຄື: ແກະສະຫລັກພະພຸດທະຮູບ ພະລືສີ ຢູ່ວັດ ໄຕເຟືອງ, ບັນດາກິດຈະກຳວັດວາອາຮາມຢູ່ ຮ່າໂນ້ຍ, ວັດ ບຸດທາບ ຢູ່ ບັກນິງ ກໍ່ຄືຮູບແກະສະຫຼັກຫຼາຍຮູບຢູ່ບັນດາສາລາທີ່ມີຊື່ສຽງຄື: ສາລາດິ່ງບາງ, ສາລາຢ້ຽມ…ບັນດາກິດຈະກຳເຫຼົ່ານັ້ນລ້ວນແຕ່ແມ່ນກິດຈະກຳສະຖາປັດຕະຍາກຳທີ່ມີຊື່ສຽງ ເຊິ່ງຖືກລະບຸໄວ້ໃນປື້ມປະຫວັດສາດ”.
ມາຢ້ຽມຢາມໝູ່ບ້ານ ຟູ່ເຄ, ນັກທ່ອງທ່ຽວມີໂອກາດໄປຢາມວັດ ຮົ່ງເອີນ, ເຊິ່ງແມ່ນວັດທີ່ສວຍງາມ ດ້ວຍບັນດາຮູບແກະສະຫຼັກອັນລະອຽດແຍບຍົນຄື ຮູບດອກໄມ້ທີ່ອ່ອນນວນ, ນົກຫົງຄຳ, ພິເສດແມ່ນຮູບມັງກອນທີ່ເຕັມໄປດ້ວຍຄວາມສັກສິດ, ອັນໄດ້ສະແດງໃຫ້ເຫັນສີມືການຊ່າງຂອງບັນດານັກສິລະປະກຳໃນໝູ່ບ້ານ ຟູ່ເຄ. ຜ່ານຫຼາຍໄລຍະແຫ່ງປະຫວັດສາດ, ອາຊີບແກະສະຫຼັກມັງກອນ, ຜະລິດເຄື່ອງສິລະປະຫັດຖະກຳຢູ່ ຟູ່ເຄ ຍາມໃດກໍ່ໄດ້ຮັບການສົ່ງເສີມພັດທະນາ. ເມື່ອໄປຢ້ຽມຢາມຮ້ານວາງສະແດງຜະລິດຕະພັນຂອງຄອບຄົວນັກສິລະປະກຳ ຫງວຽນງອກຄາ, ຜູ້ຊົມຈະຮູ້ສຶກແປກປະຫຼາດໃຈເມື່ອເຫັນຮູບ (ມັງກອນ 9 ໂຕ ເຝົ້າດວງຈັນ). ນັກສິລະປະກຳ ຫງວຽນງອກຄາ ໄດ້ເວົ້າກ່ຽວກັບອາຊີບທີ່ເປັນມູນເຊື້ອຂອງຄອບຄົວຕົນດ້ວຍຄວາມເອກອ້າງທະນົງໃຈວ່າ:
(ພາບ: google.com.vn)
”ກ່ອນນີ້, ຄອບຄົວຂ້າພະເຈົ້າພຽງແຕ່ແກະສະຫຼັກແຜ່ນຄຳຜະຫຍາຢູ່ສາລາ, ວັດວາອາຮາມເທົ່ານັ້ນ, ແຕ່ມາຮອດລຸ້ນພໍ່ຂ້າພະເຈົ້າແລະລຸ້ນຂ້າພະເຈົ້າ, ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ພວກຂ້າພະເຈົ້າໄດ້ແກະສະຫຼັກພາບໃໝ່ຫຼາຍປະເພດ. ຮູບມັງກອນຕ້ອງແກະສະຫຼັກຄືແນວໃດ ເພື່ອໃຫ້ຫົວມັງກອນມີຊີວິດຊີວາ. ເພື່ອມີຮູບພາບທີ່ສວຍງາມ, ເຮົາຕ້ອງເລືອກເຟັ້ນໄມ້ປະເພດທີ່ດີ, ນັ້ນແມ່ນໄມ້ ຂະຍຸງ”.
ຈາກທ່ອນໄມ້ທີ່ກະຕູດກະຕີດ, ແຕ່ຜ່ານສີມືການຊ່າງຂອງບັນດານັກສິລະປະກຳໃນໝູ່ບ້ານ ຟູ່ເຄ, ໄດ້ແກະສະຫຼັກເປັນຮູບສິລະປະທີ່ສວຍງາມ. ຕາມນັກສິລະປະກຳ ຫງວຽນງອກຄາ ແລ້ວ, ປະຈຸບັນ, ເຖິງວ່າໄດ້ມີອຸປະກອນເຄື່ອງຈັກທີ່ທັນສະໄໝ ສາມາດເຮັດແທນຄົນແລ້ວກໍ່ຕາມ, ແຕ່ຍັງມີບາງຂັ້ນຕອນ, ເຄື່ອງຈັກບໍ່ສາມາດເຮັດແທນຄົນໄດ້. ປະຈຸບັນ, ທັງໝູ່ບ້ານ ຟູ່ເຄ ມີນາຍຊ່າງທີ່ມີສີມືດີ 400 ຄົນ. ໃນຊຸມປີມໍ່ໆມານີ້, ໃນໝູ່ບ້ານໄດ້ປະກົດມີເສດຖີເງິນຕື້ຫຼາຍຄົນ ແລະຮາກຖານຜະລິດຫຼາຍແຫ່ງ ອັນໄດ້ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ. ທ່ານ ເຮີ້, ເຈົ້າຂອງຮາກຖານຜະລິດແຫ່ງໜຶ່ງໃນໝູ່ບ້ານ, ໃຫ້ຮູ້ວ່າ:
(ພາບ: google.com.vn)
”ລາຍຮັບຂອງພວກຂ້າພະເຈົ້າໃນປີ 2010 ແມ່ນປະມານ 8 ຕື້ດົ່ງ, ໃນນັ້ນປະສິດທິຜົນໃຫຍ່ສຸດແມ່ນສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໄດ້ຫຼາຍຄົນ. ຂ້າພະເຈົ້າແກະສະຫຼັກໂຕະຕັ່ງຫຼາຍຊຸດ, ແຕ່ລະຊຸດມີໂຕະໜຶ່ງໜ່ວຍ ແລະ ຕັ່ງ 6 ໜ່ວຍ, ມີບາງຊຸດຂາຍໄດ້ລາຄາ 100 ລ້ານ ດົ່ງ ແລະ ຕ່ຳສຸດກໍ່ມີລາຄາ ແຕ່ 60 - 70 ລ້ານດົ່ງ”
ບັນດາຜະລິດຕະພັນຄືຮູບພາບສິລະປະ, ພິເສດແມ່ນຮູບແກະສະຫຼັກມັງກອນເທິງໄມ້ຂອງບັນດານາຍຊ່າງຢູ່ໝູ່ບ້ານ ຟູ່ເຄ ພວມກາຍເປັນສັນຍາລັກໃຫ້ແກ່ຄວາມຮັ່ງມີ, ມັ່ງຄັ່ງຂອງບ້ານນາແຫ່ງໜຶ່ງ. ຕາມຕົວເລກສະຖິຕິແລ້ວ, ທົ່ວຕາແສງມີບໍລິສັດ 4 ແຫ່ງ ດ້ວຍຊາວທ້ອງຖີ່ນກວມ 80% ແມ່ນພັດທະນາເສດຖະກິດຈາກການຜະລິດເຄື່ອງເຟີນີເຈີສິລະປະ. ທ່ານ ຫງວຽນແມ້ງຕ໋ຽນ, ພະນັກງານຕາແສງ ຟູ່ເຄ, ໃຫ້ຮູ້ວ່າ: ”ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນພັດທະນາອາຊີບທີ່ເປັນມູນເຊື້ອ, ທາງອຳນາດການປົກຄອງ ໄດ້ມີຄວາມເອົາໃຈໃສ່ສ້າງເງື່ອນໄຂດ້ານລະບຽບການ ເພື່ອຊ່ວຍປະຊາຊົນກູ້ຢືມທຶນນັບສິບຕື້ດົ່ງຈາກທະນາຄານ, ອົງການສິນເຊື່ອ. ຍ້ອນມີການລົງທຶນ, ຊອກຫາຕະຫຼາດ, ປ່ຽນແປງຮູບແບບໃຫ້ເໝາະສົມກັບຄວາມນິຍົມຂອງລູກຄ້າ, ດັ່ງນັ້ນຜະລິດຕະພັນສິລະປະຂອງ ຟູ່ເຄ ຈຶ່ງຂາຍໄດ້ດີ. ມາຮອດປະຈຸບັນ, ຜະລິດຕະພັນຂອງ ຟູ່ເຄ ໄດ້ປະກົດມີໃນທົ່ວປະເທດ, ແລະ ບາງປະເທດຢູ່ໃນໂລກ. ພ້ອມກັບການອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳຂອງໝູ່ບ້ານອາຊີບແກະສະຫຼັກແລ້ວ, ບັນດານາຍຊ່າງ ຟູ່ເຄ ຍັງປະກອບສ່ວນສ້າງຄວາມຮັ່ງມີໃຫ້ບ້ານເກີດເມືອງນອນຂອງຕົນອີກດ້ວຍ.