(VOVWORLD) -
ໂດຍຕັ້ງຢູ່ຫ່າງຈາກໃຈກາງນະຄອນຮ່າໂນ້ຍ ໄປທາງທິດຕາເວັນຕົກ ປະມານ 40 ກມ, ໝູ່ບ້ານເກົ່າແກ່ເດື່ອງເລິມ ຢູ່ເທດສະບານຕາແສງເຊີນໄຕ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ຂອງນະຄອນຫຼວງຮ່າໂນ້ຍ ຍ້ອນບັນດາຄຸນຄ່າທີ່ເປັນເອກະລັກສະເພາະດ້ານປະຫວັດສາດ ແລະ ສະຖາປັດຕະຍະກຳ, ວັດທະນະທຳ. ໃນຫຼາຍປີມານີ້, ຊາວບ້ານເດື່ອງເລິມ ໄດ້ຕັ້ງໜ້າ ປົກປັກຮັກສາສະພາບແວດລ້ອມແຫ່ງການທ່ອງທ່ຽວຫຼາຍທີ່ສຸດເພື່ອຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ ເຂັ້ມຂຸ້ນໄປດ້ວຍສີສັນຂອງເຂດບ້ານນາທາງພາກ
ເໜືອຫວຽດນາມ ດ້ວຍຕົ້ນໄຮ, ທ່ານ້ຳ, ເດີ່ນສາລາ ບ້ານ, ວັດວາອາຮາມ….ຢູ່ແຫ່ງນີ້.
ເຮືອນໄມ້ທີ່ມີອາຍຸເກືອບ 400 ປີຂອງຄອບຄົວທ່ານຫງວຽນວັນຮຸ່ງ (ພາບ: Vietnamnet)
|
ເດື່ອງເລິມ ມີຊື່ສຽງຍ້ອນວ່າແມ່ນໝູ່ບ້ານແຫ່ງດຽວ ທີ່ມີ ເຈົ້າຊີວິດເຖິງສອງອົງໃນປະຫວັດສາດຂອງຊາດ. ປະຈຸບັນ, ໝູ່ບ້ານເດື່ອງເລິມ ມີເຮືອນເກົ່າແກ່ປະເພດຕ່າງໆ 97 ຫຼັງ, ໃນນັ້ນມີ 10 ຫຼັງໄດ້ຈັດອັນດັບຈາກລັດ, ນອກຈາກນັ້ນກໍ່ຍັງມີເຂດປູຊະ ນີຍະສະຖານສາລາບ້ານ, ວິຫານ, ວັດວາອາຮາມ, ນ້ຳສ້າງ….ກ່ວາ 50 ແຫ່ງ ຊື່ງໄດ້ສ້າງເປັນມໍລະດົກວັດທະນະທຳທີ່ມີຄ່າ.
ເຮືອນເກົ່າແກ່ຂອງທ່ານ ຫງວຽນວັນຮຸ່ງ ຢູ່ບ້ານມົງຝຸ ໄດ້ຖືວ່າ ແມ່ນເຮືອນເກົ່າແກ່ກ່ວາໝູ່ຢູ່ເດື່ອງເລິມ. ຢູ່ທາງຫຼັງຂອງປະຕູໂຂງແຄບທີ່ເກົ່າແກ່ນັ້ນ ໄດ້ ກໍ່ ດ້ວຍດິນ, ຫີນໜາມໜໍ່ທີ່ເປັນເອກະລັກພິເສດຂອງເດື່ອງເລິມ, ເຮືອນຫຼັງນີ້ ຍັງຮັກສາໄດ້ສະຖາປັດຕະຍາກຳພິເສດສະເພາະ ດ້ວຍເຮືອນ 5 ຫ້ອງກໍ່ຂຶ້ນຢູ່ເທິງເສົາ 5 ແຖວ, ຢູ່ເຄິ່ງກາງແມ່ນເດີ່ນກ້ວາງ, ມີກຳແພງອ້ອມຮອບກໍ່ດ້ວຍຫີນໜາມໜໍ່ ແລະ ໄດ້ກາຍເປັນ ສີຂີ້ເທົ່າ ຕາມການເວລາ. ຮູບແບບບູຮານເກົ່າແກ່ມາແຕ່ດັ້ງເດີມໄດ້ຮັບການຮັກສາໄວ້ຜ່ານ 12 ລຸ້ນຄົນ ເຊິ່ງ ໄດ້ເຮັດໃຫ້ເຮືອນຫຼັງນີ້ ກາຍເປັນຈຸດນັດພົບປະຈຳຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບຫຼາຍຮ້ອຍຄົນໃນ ແຕ່ລະວັນ. ຕາມທ່ານຮຸ່ງແລ້ວ, ເພື່ອຮັກສາ, ອະນຸລັກເຮືອນເກົ່າແກ່ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງໄດ້, ທຸກຄົນໃນຄອບຄົວທ່ານ ກໍ່ຖືເປັນສຳຄັນທີ່ສຸດ ຕໍ່ ການຮັກສາສິ່ງແວດລ້ອມ, ຈາກການເກັບຂີ້ເຫຍື່ອຢ່າງຖືກວິທີ ຕະຫຼອດຮອດການບໍ່ຈັດຕັ້ງບັນດາການເຄື່ອນໄຫວພັກເຊົາ ເພື່ອຈຳກັດບັນດາການເຄື່ອນໄຫວທີ່ມີຂີ້ເຫຍື່ອ. ທ່ານຮຸ່ງໃຫ້ຮູ້ວ່າ:
ໃນຊຸມປີທີ່ໝູ່ບ້ານເກົ່າແກ່ເດື່ອງເລິມ ເຮັດການທ່ອງທ່ຽວນັ້ນ, ໜ່ວຍງານເຮັດອະນາໄມສິ່ງແວດລ້ອມໄດ້ເຮັດດີທີ່ສຸດ, ໃນຕອນເຊົ້າຂອງທຸກມື້ ກໍ່ມີຜູ້ໄປເກັບຂີ້ເຫຍື່ອ, ສະນັ້ນສິ່ງແວດລ້ອມຈຶ່ງມີຄວາມສະອາດກ່ວາ.
ໃນເຮືອນເກົ່າແກ່ທີ່ມີອາຍຸເກືອບ 400 ປີຂອງປ້າ ເຢືອງທິລານ, ແຂກທ່ອງທ່ຽວກໍ່ມາຢ້ຽມຊົມເປັນຈຳນວນຫຼາຍ. ນີ້ແມ່ນເຮືອນຂອງຜູ້ອຳນວຍການໂຮງຮຽນ ໂດ໊ຢວານຈີ໊ງ ກໍ່ສ້າງ, ເຊິ່ງອອກແບບເປັນ 3 ຫ້ອງໃຫ່ຍ ພ້ອມ 2 ນ້ອຍຢູ່ 2 ເບື້ອງ, ປະຈຸບັນໄດ້ຈັດອັນດັບແມ່ນເຮືອນເກົ່າແກ່ປະເພດ 1. ພັກປະຕູສູງ ສະແດງໃຫ້ເຫັນຖານະຕຳແໜ່ງ ຂອງຜູ້ອຳນວຍການໂຮງຮຽນ ໂດ໊ຢວານຈີ໊ງ ເຮັດໃຫ້ແຂກທຸກຄົນທີ່ມາຢ້ຽມຢາມ ລ້ວນແຕ່ມີຄວາມເຄົາລົບ. ແຕ່ລະມື້, ພ້ອມກັບການເບິ່ງແຍງດູແລ, ຜົວເມຍປ້າລານ ຍັງເປີດປະຕູຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບທັງນັກຮຽນ, ນັກສຶກສາ ມາຢ້ຽມຢາມເຮືອນເກົ່າແກ່ຫຼັງນີ້ ປະມານ 50-60 ເທື່ອຄົນ. ມີແຂກຫຼາຍຄົນນິຍົມທີ່ສຸດເມື່ອໄດ້ພັກຄ້າງຄືນ ເພື່ອສາມາດຮູ້ຈັກເຖິງຊີວິດການເປັນຢູ່ໃນເຂດບ້ານນາ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນເຮືອນບໍ່ມີຂີ້ເຫຍື່ອຈັກຢ່າງເລີຍ. ປ້າລານ ໃຫ້ຮູ້ວ່າ: ພ້ອມກັບການພາແຂກທ່ອງທ່ຽວໄປຢ້ຽມຢາມເຂດເຮືອນເກົ່າແກ່ແລ້ວ, ບັນດາແມ່ຍິງໃນສະຫະພັນ ແມ່ຍິງຕາແສງ ໄດ້ເຮັດອະນາໄມເປັນປະຈຳ, ເກັບຂີ້ເຫຍື່ອໄປຖີ້ມໃສ່ບ່ອນທີ່ໄດ້ກຳນົດໄວ້:
ວຽກງານທຳອິດແມ່ນສະພາບແວດລ້ອມ, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ອັນດັບໜຶ່ງແມ່ນການໂຄສະນາກ່ຽວກັບການບໍ່ນຳໃຊ້ຖົງຢາງ ແລະ ຂີ້ເຫຍື່ອປະລາສະຕິກ. ແຂກທ່ອງທ່ຽວກໍ່ມີສະຕິຄວາມຮັບຮູ້ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທິວທັດທຳມະຊາດລວມຂອງໝູ່ບ້ານເກົ່າແກ່ເດື່ອງເລິມ.
ວັດເມັ້ຍ ຢູ່ບ້ານດົງຊ່າງ ຕາແສງເດື່ອງເລິມ (ພາບ: ວາລະສານວັນນະຄະດີສິລະປະ)
|
ບັນດາຜູ້ນຳທ່ຽວກໍ່ມີການຮ່ວມແຮງຮ່ວມໃຈ ມານະພະຍາຍາມຮັກສາສິ່ງແວດລ້ອມຢູ່ໝູ່ບ້ານເກົ່າແກ່ເດື່ອງເລິມ. ພ້ອມກັບວຽກງານນຳທ່ຽວ, ນາງຮ່າທິທູເຮືອງ, ກໍ່ແມ່ນຊາວບ້ານເດື່ອງເລິມ ຜູ້ 1 ຍາມໃດກໍ່ຕັກເຕືອນແຂກທ່ອງທ່ຽວວ່າ ຕ້ອງຖີ້ມຂີ້ເຫຍື່ອຢູ່ບ່ອນກຳນົດ. ຍ້ອນເຫດນັ້ນເອງ, ບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຄົນຄື: ສາລາບ້ານຝຸ່ງຮຶງ, ວິຫານໂງກວ່ຽນ, ວັດເມ້ຍ…. ຢູ່ໝູ່ບ້ານເກົ່າແກ່ເດື່ອງເລິມ ລ້ວນແຕ່ສະອາດງາມຕາ, ສະຫງົບງຽບທີ່ສຸດ:
ເມື່ອແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານເກົ່າແກ່ເດືອງເລິມ, ເຂົາເຈົ້າກໍ່ມີຄວາມນິຍົມທີ່ສຸດ ທີ່ເຫັນໝູ່ບ້ານເກົ່າແກ່ຫຼັງໜຶ່ງ ຍັງຮັກສາໄດ້ຮີດຄອງປະເພນີ, ສະຖາປັດຕະຍະກຳ, ວັດທະນະທຳຢູ່ເຂດບ້ານນາເດື່ອງເລິມ.
ທ່ານຫງວຽນຈ້ອງອານ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະ ນີຍະສະຖານໝູ່ບ້ານເກົ່າແກ່ເດື່ອງເລິມ ໃຫ້ຮູ້ວ່າ: ແຕ່ລະປີ, ໝູ່ບ້ານເກົ່າແກ່ນີ້ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມປະມານ 50.000 ເທື່ອຄົນ. ສຳລັບການເຄື່ອນໄຫວທ່ອງທ່ຽວນັ້ນ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຮຽກຮ້ອງໃຫ້ບັນດາຄອບຄົວຕ້ອງໃຫ້ຄຳໝັ້ນສັນຍາໃນການຮັກສາສິ່ງແວດລ້ອມ, ເກັບຂີ້ເຫຍື່ອໄປຖີ້ມ ໃສ່ບ່ອນທີ່ໄດ້ກຳນົດ. ທ່ານອານເວົ້າວ່າ:
ພວກຂ້າພະເຈົ້າກໍ່ໄດ້ເວົ້າກັບພໍ່ແມ່ປະຊາຊົນວ່າ ພວກເຮົາຕ້ອງຮັກສາສິ່ງແວດລ້ອມ, ກ່ອນອື່ນໝົດແມ່ນຮັກສາ ເພື່ອຊີວິດຂອງພວກເຮົາເອງ, ຮັກສາສິ່ງແວດລ້ອມໃຫ້ສະອາດສວຍງາມ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ.
ນ້ຳໃຈຮັບຜິດຊອບໃນການຮັກສາສິ່ງແວດລ້ອມກໍ່ບໍ່ແມ່ນເລື່ອງລາວທີ່ຫ່າງໄກອີກແລ້ວ ແຕ່ກຳລັງໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ ດ້ວຍການປ່ຽນແປງຢູ່ບັນດາໝູ່ບ້ານອາຊີບ, ບັນດາສະຖານທີ່ທ່ອງທ່ຽວ, ຈາກການປ່ຽນແປງຂອງປະຊາຊົນແຕ່ລະຄົນ, ຂອງບັນດາຜູ້ທີ່ມີຄວາມຮັບຜິດຊອບຢູ່ທ້ອງຖິ່ນ ແລະ ຂອງບັນດາຫົວໜ່ວຍທ່ອງທ່ຽວ, ຄືດັ່ງໝູ່ບ້ານເດື່ອງເລິມກຳລັງເຮັດຕົວຈິງຢູ່ນັ້ນ.