ກຸຍບາແລະອີຢູເລີ່ມຕົ້ນຮອບເຈລະຈາຄັ້ງທີ7

ກຸຍບາແລະອີຢູເລີ່ມຕົ້ນຮອບເຈລະຈາຄັ້ງທີ7 - ảnh 1
(ພາບ​ປະ​ກອບ)

(vovworld) –​ ​ ​​​ວັນ​ທີ 03/03, ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 7 ລະ​ຫວ່າງ​ກຸຍ​ບາ ແລະ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເຈ​ລະ​ຈາ​​ດ້ານການ​ເມືອງ ແລະ ​ການຮ່ວມ​ມື 2 ຝ່າຍ ເຊິ່ງ​ເລີ່ມ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ​. ເມື່ອ​ຕອບ​ສຳ​ພາ​ດ​ຕໍ່​ສື່ມວນ​ຊົນ​ພາຍ​ໃນ​ປະ​ເທດ​ກ່ອນ​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຫົວ​ໜ້າ​ຄະ​ນະ​ເຈ​ລະ​​ຈາ​ຝ່າຍ​ກຸຍ​ບາ Abelardo Moreno Fernandez ໃຫ້​ຮູ້​ວ່າ, ທັງ 2 ຝ່າຍ​ລ້ວນ​ແຕ່​ລໍ້​ຖ້າ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ປຶກ​ສາ​ຫາ​ລືນີ້, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ 2 ຝ່າຍ​ສິ້ນ​ສຸດ​ວິ​ວັດ​ການ​ເຈ​ລະ​ຈາ​ໃນ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ່ 7 ນີ້​ສຳ​ເລັດ​ຜົນ.  ທ່ານ​ກໍ​ໃຫ້​ຂ​ໍ້​ສັງ​ເກດ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ Federica Mogherini, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ອີ​ຢູ, ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ຄວາມ​ສະ​ຫງ​ົບປອດ​ໄພຈະ​ໄປ​ເຖິງ​ກຸຍ​ບາ ໃນ​ວັນ​ທີ 10/03 ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ສະ​ພາບ​ພັດ​ທະ​ນາ​ການ​ພົວ​ພັນ​ຂອ​ງ 2 ຝ່າຍຄື​ໃນ​ປະ​ຈຸ​ບັນ.

      ສ່ວນ​ທ່ານ Chistian Leffler, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ ແລະ ທົ່ວ​ໂລກ​ຂອງ​ອົງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ອີຢ​ູ ແລະ ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ຂອງ​ສະ​ຫະ​ພາບ ໄດ້​ເຫັນ​ດີ​ກັບ​ຂໍ້​ສັງ​ເກດ​ດັ່ງ​ກ່າວ ແລະ ຖື​ວ່າ, ຮອດ​​ເວ​ລາ​ແລ້ວ​ທີ່​ຈະ​ຕ້ອງ​ສິ້ນ​ສຸດ​ຂໍ້​ຕົກ​ລົງ ເຊິ່ງ​ໄດ້​ຮັບ​ຖືກວ່າ​ແມ່ນ​ເອກ​ກະ​ສານ​ກ່ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ.

ຂ່າວ/ບົດ​ອື່ນ