(vovworld) - ວັນທີ 12/7, ເວທີປາໄສວິສາຫະກິດ ກູຍບາ - ອິນເດຍ ຖືກຈັດຂຶ້ນຢູ່ນະຄອນຫຼວງ ລາຮາວານ ປະເທດ ກູຍບາ. ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳ ອິນເດຍ J.M. Scindia ນຳໜ້າຄະນະຜູ້ແທນອິນເດຍ ມີບົດກ່າວຄຳເຫັນທີ່ເວທີປາໄສ, ໂດຍຕີລາຄາວ່າ ກູຍບາ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີຄວາມດຶງດູດ, ພ້ອມທັງຢັ້ງຢືນບັນດາວິສາຫະກິດ ອິນເດຍ ກຽມພ້ອມເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມື ກູຍບາ, ພິເສດແມ່ນໃນບັນດາຂົງເຂດຄື: ກະສິກຳ, ຂຸດຄົ້ນແຮ່ທາດ, ກັນນ້ຳມັນ, ນ້ຳຕານ ແລະ ຢຸກຢາ, ພັດທະນາເຄືອຂ່າຍຕິດຕໍ່ພົວພັນຢູ່ ກູຍບາ. ລັດຖະມົນຕີຊ່ວຍວ່າການກະຊວງການຄ້າ ແລະ ການລົງທຶນຕ່າງປະເທດຂອງ ກູຍບາ Orlando Hernandez ເນັ້ນໜັກຄວາມຫວັງຂອງບັນດາວິສາຫະກິດ ກູຍບາ ແມ່ນເພີ່ມທະວີການຮ່ວມມືດ້ານການຄ້າ ກັບບັນດາຄູ່ຮ່ວມມືອິນເດຍ ພິເສດ ແມ່ນໃນສະພາບການ ກູຍບາ ພວມຜັນຂະຫຍາຍວິວັດການອັບເດັດຮູບແບບພັດທະນາເສດຖະກິດເທື່ອລະກ້າວ. ທ່ານກໍຫວັງວ່າ: ການພົວພັນແລກປ່ຽນການຄ້າລະຫວ່າງ 2 ຝ່າຍຈະໄດ້ຮັບການຊຸກຍູ້ເທື່ອລະກ້າວໃນໄລຍະຈະມາເຖິງ, ສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ຝ່າຍ ກູຍບາ ກໍແນະນຳກັບຄະນະວິສາຫະກິດ ອິນເດຍ ກ່ຽວກັບ 7 ໂຄງການເຊິ່ງ 2 ຝ່າຍສາມາດຮ່ວມມືລົງທຶນໃນບັນດາຂົງເຂດພະລັງງານທົດແທນ, ນ້ຳມັນອາຍແກດ, ອຸດສາຫະກຳເຄມີ ແລະ ການທ່ອງທ່ຽວ.