(vovworld) - ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນພາກລັດ. ຈຸດພິເສດຂອງຮ່າງກົດໝາຍນີ້ ແມ່ນເຮັດແຈ້ງໜ້າທີ່ຮັບຜິດຊອບຂອງຜູ້ມີສິດຕົກລົງແຜນນະໂຍບາຍລົງທຶນ ເພື່ອແນໃສ່ປະກອບສ່ວນຫຼຸດຜ່ອນການຮົ້ວໄຫຼ, ຟູມເຟືອຍໃນການລົງທຶນພາກລັດ. ໃຫ້ຄຳເຫັນໃສ່ເນື້ອໃນດັ່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດ ລ້ວນແຕ່ເຫັນດີກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍ ແລະ ຈຸດໝາຍຂອງຮ່າງກົດໝາຍ. ເຖິງວ່າ, ຫຼາຍຄຳເຫັນໄດ້ສະເໜີຕ້ອງກວດກາຄືນເນື້ອໃນ, ຂໍ້ມາດຕາໃນຮ່າງກົດໝາຍນີ້ ໃຫ້ເປັນເອກະພາບກັບລະບົບກົດໝາຍພວມປະກາດໃຊ້, ປະຈຸັນໂດຍສະເພາະແມ່ນກົດໝາຍວ່າດ້ວຍການກໍ່ສ້າງ, ກົດໝາຍວ່າດ້ວຍງົບປະມານ, ກົດໝາຍວ່າດ້ວຍການປະມູນ. ສະຫຼຸບກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ຄະນະປະຈຳສະພາແຫ່ງຊາດ ເຫັນດີກັບຄວາມຈຳເປັນຂອງເລື່ອງປະກາດໃຊ້ຮ່າງກົດວ່າດ້ວຍການລົງທຶນພາກລັດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີຮຽບຮຽນຮ່າງກົດໝາຍ ຕ້ອງແກ້ໄຂບັນດາຂໍ້ຈຳກັດ, ສິ່ງທີ່ຍັງຄົງຄ້າງຂອງບັນດາກົດໝາຍອື່ນທີ່ກ່ຽວຂ້ອງເຖິງການລົງທຶນພາກລັດ, ພິຈາລະນາຂອບເຂດປັບປຸງ ແລະ ຕ້ອງຮັບປະກັນລັກສະນະເປັນໄປໄດ້ຂອງຮ່າງກົດໝາຍ.