ກົດໝາຍວ່າດ້ວຍ ທີ່ດິນສະບັບ ປັບປຸງມີຈຸດໃໝ່ ຫຼາຍຢ່າງ
Ngọc Anh -  
(ພາບປະກອບ)
(vovworld)- ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຫາກໍ່ໄດ້ຮັບການຮັບຮອງເອົາ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແມ່ນກົດໝາຍສຳຄັນ, ມີການກະທົບຢ່າງເລິກເຊິ່ງກ້ວາງຂວາງຕໍ່ບັນດາຂົງເຂດການເມືອງ, ເສດຖະກິດ, ສັງຄົມຂອງປະເທດຊາດ. ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຢັ້ງຢືນຄືດັ່ງກ່າວທີ່ການປະຊຸມຂ່າວທ້າຍປີ 2013 ຈັດຂຶ້ນໃນຕອນບ່າຍວັນທີ 27/12 ຢູ່ຮ່າໂນ້ຍ. ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງມີ 9 ເນື້ອໃນປ່ຽນໃໝ່ສຳຄັນ. ໜ້າເອົາໃຈໃສ່ແມ່ນກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໄດ້ກຳນົດໂດຍລະອຽດກ່ວາກ່ຽວກັບສິດ ແລະ ຄວາມຮັບຜິດຊອບຂອງລັດ, ການຮັບປະກັນທີ່ມີຕໍ່ຜູ້ນຳໃຊ້ທີ່ດິນ; ບັນດາສິດ ແລະ ພັນທະຂອງຜູ້ນຳໃຊ້ທີ່ດິນສອດຄ່ອງກັບແຕ່ລະເປົ້າໝາຍ, ແຕ່ລະຮູບການນຳໃຊ້ທີ່ດິນ ແລະ ເງື່ອນໄຂເພື່ອປະຕິບັດບັນດາສິດຂອງຜູ້ນຳໃຊ້ທີ່ດິນ. ຕາມທ່ານຫງວຽນມິງກວາງ, ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ແລ້ວ, ເລື່ອງຍູ້ແຮງການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງ ຊັບພະຍາກອນ ແລະ ສິ່ງແວດລ້ອມໃນປີ 2014. ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ມີ 14 ພາກ, 212 ມາດຕາ, ເພີ່ມ 7 ພາກ ແລະ 66 ມາດຕາເມື່ອທຽບກັບກົດໝາຍວ່າດ້ວຍທີ່ດິນປີ 2003. ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງມີຜົນບັງຄັບໃຊ້ນັບແຕ່ວັນທີ 1/7/2014 ເປັນຕົ້ນໄປ.
Ngọc Anh