ກົດໝາຍສາກົນແມ່ນປັດໄຈຈຳເປັນເພື່ອຮັບປະກັນໃຫ້ສະພາບແວດລ້ອມສາກົນໃຫ້ມີສະຖຽນລະພາບ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ທີ່ກອງປະຊຸມ
|
(vovworld) – ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ຢູ່ນະຄອນ Bonn, ປະເທດ ເຢຍລະມັນ, ວັນທີ 17/2, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື “ຮັກສາສັນຕິພາບໃນໂລກມີຄວາມສັບສົນຫຼາຍຢ່າງ” ແລະ ເຂົ້າຮ່ວມວາລະເຮັດວຽກດ້ວຍຫົວຂໍ້ວ່າ “ຮ່ວມມືກັບ ອາບຟຣີກາ”. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຢັ້ງຢືນວ່າ: ກົດໝາຍສາກົນແມ່ນປັດໄຈຈຳເປັນເພື່ອຮັບປະກັນໃຫ້ສະພາບແວດລ້ອມສາກົນມີສະຖຽນລະພາບ, ຕາມນັ້ນແລ້ວ, ເລື່ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັກສາສັນຕິພາບແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຮຽກຮ້ອງໃຫ້ບັນດາປະເທດແກ້ໄຂການຂັດແຍ້ງກັ້ນ, ການປະທະກັນດ້ວຍບັນດາມາດຕະການສັນຕິພາບ, ເຄົາລົບກົດໝາຍສາກົນ ແລະ ບັນດາວິວັດທະນາການນິຕິກຳ - ການທູດ.