ກົມການເມືອງຈັດກອງປະຊຸມປະກອບຄຳເຫັນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະລາດໂຄວິດ-19

(VOVWORLD) -ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ, ບໍ່ປະໝາດຂາດຄວາມລະມັດລະວັງຢ່າງເດັດຂາດ, ສືບຕໍ່ເປັນເຈົ້າການສ້າງບັນດາແຜນການເພື່ອຮັບມືກັບທຸກສະພາບການຢ່າງທັນການ.
ກົມການເມືອງຈັດກອງປະຊຸມປະກອບຄຳເຫັນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະລາດໂຄວິດ-19 - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກົມການເມືອງໄດ້ຈັດກອງປະຊຸມປະກອບຄຳເຫັນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະລາດໂຄວິດ-19.

        ພາຍຫຼັງຮັບຟັງບົດລາຍງານກ່ຽວກັບສະພາບໂລກລະບາດໂຄວິດ-19 ແລະ ໜ້າທີ່, ມາດຕະການແກ້ໄຂໃນໄລຍະຈະມາເຖິງ, ຄຳເຫັນຂອງບັນດາອົງການທີ່ກ່ຽວຂ້ອງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ຮຽກຮ້ອງໃຫ້ຄະນະພະນັກງານພັກລັດຖະບານ, ອົງການຈັດຕັ້ງພັກສະພາແຫ່ງຊາດ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ-19, ບັນດາກະຊວງ, ຂະແໜງການ ສືບຕໍ່ສຸມຈິດສຸມໃຈສູງສຸດໃຫ້ແກ່ວຽກງານປ້ອງກັນ ຕ້ານໂລກລະບາດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ຊີ້ນຳຢ່າງໃກ້ຊິດ, ຢ່າງແຮງ, ເດັດດຽວ, ມີໄຫວພິບ, ມີປະສິດທິຜົນ, ໂດຍສະເພາະແມ່ນຢູ່ບັນດາທ້ອງຖິ່ນພວມມີການແຜ່ລະບາດຢ່າງໄວ, ມີກໍລະນີຕິດແປດຫຼາຍຄົນ ເພື່ອສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖ້ອຍໄປໂດຍໄວ. ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ, ບໍ່ປະໝາດຂາດຄວາມລະມັດລະວັງຢ່າງເດັດຂາດ, ສືບຕໍ່ເປັນເຈົ້າການສ້າງບັນດາແຜນການເພື່ອຮັບມືກັບທຸກສະພາບການຢ່າງທັນການ. ລັດຖະບານສຸມໃສ່ຊີ້ນຳ, ລະດົມທຸກແຫຼ່ງກຳລັງເພື່ອຍູ້ແຮງການຊື້ ແລະ ສັກວັກຊິນ, ສຸມໃສ່ບັນດາເປົ້າໝາຍຢູ່ແນວໜ້າໃນວຽກງານປ້ອງກັນ ຕ້ານໂລກລະບາດ, ເຂດມີຄວາມສ່ຽງສູງ, ຜູ້ອອກແຮງງານຜະລິດຢູ່ບັນດາເຂດອຸດສາຫະກຳ, ພ້ອມທັງສືບຕໍ່ໜູນຊ່ວຍ, ຊຸກຍູ້ການຄົ້ນຄວ້າ, ພັດທະນາວັກຊິນຢູ່ພາຍໃນປະເທດ, ສົ່ງເສີມການຫັນວຽກງານນີ້ເປັນວຽກງານຂອງສັງຄົມ, ດຶງດູດທຸກແຫຼ່ງກຳລັງຜ່ານ “ກອງທຶນວັກຊິນ”, ພິຈາລະນາເລື່ອງອະນຸຍາດໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມຂົງເຂດຊື້, ສະໜອງວັກຊິນກັນໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ