ກຸ່ມ P5+1 ແລະ ອີຣານ ເລີ່ມດຳເນີນຮອບເຈລະຈາໃໝ່
(ພາບປະກອບ)
(vovworld) - ວັນທີ 26/02, ຢູ່ກາຣັກສຖານ, ໄດ້ໄຂຮອບເຈລະຈາໃໝ່ຂອງກຸ່ມ P5+1 (ຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບເຢຍລະມັນ) ແລະ ອີຣານ ເພື່ອແນໃສ່ປຶກສາຫາລືໂຄງການນິວເຄຼຍທີ່ກໍຄວາມໂຕ້ຖຽງກັນຂອງປະເທດ ສ.ມຸດສະລິມ ນີ້. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Ryabkov ໃຫ້ຮູ້ວ່າ, ກຸ່ມ P5+1 ຈະບາງຂໍ້ສະເໜີໃໝ່ທີ່ກ່ຽວຂ້ອງເຖິງກໍລະນີຝ່າຍຕາເວັນຕົກ ອາດຈະປະນິປະນອມກ່ຽວກັບບັນຫາຂວ້ຳບາດ ເພື່ອປ່ຽນເອົາເລື່ອງ ເຕເຣຣານ ປະຕິບັດບັດດາມາດຕະການຢ່າງລະອຽດເພື່ອຈຳກັດໂຄງການນິວເຄຼຍ. ບັນດາຝ່າຍກໍຈະມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການປະຕິບັດບັນດາມາດຕະການທີ່ໄວ້ເນື້ອເຊື່ອໃຈ ເພື່ອຄ່ອຍໆຈຳກັດໂຄງການນິວເຄຼຍຂອງອີຣານ. ຕາມທ່ານລັດຖະມົນຕີການຕ່າງປະເທດລັດເຊຍແລ້ວ, ຮອບເຈລະຈາຄັ້ງນີ້ ຈະບໍ່ບັນລຸໄດ້ບາດກ້າວກະໂດດຂັ້ນໃດໆ ຄືບັນດາຮອບເຈລະຈາຄັ້ງກ່ອນໆນີ້, ໂດຍບໍ່ຫົວຊາຕໍ່ປະເທດເຈົ້າພາບໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳມາເຊິ່ງຜົນສຳເລັດຂອງກອງປະຊຸມ.