(vovworld) - ໃນລະຫວ່າງວັນທີ 22 – 23/12, ຄະນະຊາວໜຸ່ມແຂວງຢາລາຍ ສົມທົບກັບບັນດາວິສາຫະກິດເມືອງ 12 (ນະຄອນໂຮ່ຈິມິນ) ໄດ້ຈັດການກວດ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍຂອງ 3 ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດເຊິ່ງລວມມີຊົນເຜົ່າ ຮ່າດົງ, H’ra ແລະ IaPuch. ໂຮງໝໍ ເຈີ້ໄຣ້ ແລະ ໂຮງໝໍແຂ້ວຄາງໜ້ານະຄອນໂຮ່ຈິມິນ ໄດ້ຈັດການກວດ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 1.200 ເທື່ອຄົນ. ພ້ອມກັບການກວດ ແລະ ປິ່ນປົວພະຍາດ, ຄະນະໄດ້ມອບຂອງຂວັນ 900 ພູດໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ວຍມູນຄ່າເກືອບ 700 ລ້ານດົງ.