ພິທີຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ ແລະ ໄຂງານບຸນ ອຽນຕື໋
(ພາບ: laodong.com)
(vovworld) - ຕອນຄຳ່ວັນທີ 18/2 (ກົງກັບວັນທີ 9 ເດືອນຈຽງ), ຢູ່ ວັດຈິ່ງ, ນະຄອນ ອວງບີ໋, ແຂວງ ກວາງນິນ ໄດ້ຈັດພິທີໄຂງານບຸນ ອຽນຕື໋ ແລະ ຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດໃຫ້ແກ່ ທັດສະນີຍະພາບທີ່ມີຊື່ສຽງ ອຽນຕື໋. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ກວາງນິນ ໃນການປົກປັກຮັກສາ, ບູລະນະປະຕິສັງຂອນ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ປະຫວັດສາດຂອງປູຊະນີຍະສະຖານ, ທັດສະນີຍະພາບ ອຽນຕື໋ ໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ:
“ນີ້ແມ່ນປະຖົມປັດໄຈ, ແມ່ນໂອກາດສຳຄັນເພື່ອໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງນິນ ແລະ ທ້ອງຖິ່ນຕ່າງໆສືບຕໍ່ ບູລະນະປະຕິສັງຂອນ, ເສີມຂະຫຍາຍປູຊະນີຍະສະຖານໃຫ້ດີທີ່ສຸດ ເພື່ອຮັບໃຊ້ການສຶກສາວັດທະນະທຳ ຫວຽດນາມ, ພັດທະນາການທ່ອງທ່ຽວວັດທະນະທຳ ແລະ ທຳມະຊາດ ເຮັດໃຫ້ ເຂດທ່ອງທ່ຽວ ອຽນຕື໋ ຍາມໃດກໍ່ສົມເປັນປູຊະນີຍະສະຖານລະດັບຊາດ ພິເສດ”
ພາຍຫຼັງພິທີມອບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດໃຫ້ເຂດທັດສະນີຍະພາບ ອຽນຕື໋ ແມ່ນພິທີຖະຫວາຍທູບທຽນອາໄລຫາພະພຸດທະເຈົ້າ ເຈີ່ນເຍີນຕົງ, ພິທີພາວະນາຂໍໃຫ້ປະຊາຊົນ ແລະ ປະເທດຊາດມີຄວາມສະຫງົບສຸກ ແລະ ພິທີຈຳ້ກາສັກສິດ ອຽນຕື໋. ຫຼັງຈາກນັ້ນ ແມ່ນລາຍການສະແດງສິລະປະທີ່ມີຊື່ວ່າ “ອຽນຕື໋ ຈຸກເລີມ ແຫ່ງສັກສິດ” ທີ່ໄດ້ວາດພາບຄືນຊີວິດ ແລະ ພາລະກິດຂອງເຈົ້າຊີວິດ ເຈີນເຍີນຕົງ, ຜູ້ມີຄຸນງາມຄວາມດີໃນການກໍ່ຕັ້ງນິກາຍ ຈຸກເລີມອຽນຕື໋.