(vovworld) – ຕອນຄຳ່ວັນທີ 17/4, ຢູ່ເທດສະບານ ກວາງອຽນ, ແຂວງ ກວາງນິນ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 725 ປີແຫ່ງວັນໄຊຊະນະ ແບກດັ່ງ (1288 - 2013) ແລະ ຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ນີ້ແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ, ມີຄວາມໝາຍປະຫວັດສາດສຳຄັນໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງ ປະຊາຊົນ ຫວຽດນາມ. ແຂວງ ກວາງນິນ ຄວນວາງແຜນກຳນົດການທ່ອງທ່ຽວເຂດປູຊະນີຍະສະຖານປະຫວັດສາ ແບກດັ່ງ ເປັນຢ່າງດີເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ.
ໃນປະຫວັດສາດ, ແມ່ນ້ຳ ແບກດັ່ງ ໄດ້ ເປັນສັກຂີພິຍານ 3 ເທື່ອກ່ຽວກັບໄຊຊະນະຢ່າງສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານພາກເໜືອ. ນັ້ນແມ່ນໄຊຊະນະ ແບກດັ່ງ ປີ 938, ໄຊຊະນະ ແບກດັ່ງ ປີ 981 ແລະ ພົ້ນເດັ່ນແມ່ນໄຊຊະນະ ບັກດັ່ງ ປີ 1288.