ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງ, ເດັດດຽວປົກປັກຮັກສາປະ​ເທດ​ຊາດ

ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງ, ເດັດດຽວປົກປັກຮັກສາປະ​ເທດ​ຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິ້ນ​ຢຸງ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ທີ່​ເຂົາ​ຮ່ວມກອງ​ປະ​ຊຸມ


(vovworld)- ກອງ​ປະ​ຊຸມໃຫຍ່​ແຂ່ງ​ຂັນ​ຕັດ​ສິນ​ໃຈ​ເອົາ​ໄຊ​ຊະ​ນະ​ທົ່ວ​ກອງ​ທັບ​ຄັ້ງ​ທີ 9 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/7 ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຕັດ​ສິນ​ໃຈ​ເອົາ​ໄຊ​ຊະ​ນະ​ທົ່ວ​ກອງ​ທັບ​ຄັ້ງ​ນີ້ ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 700 ຄົນ ຊຶ່ງ​ແມ່ນ​ບັນ​ດາ​ຕົວ​ແບບ​ທີ່​ກ້າວ​ໜ້າ ແລະ ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຕັດ​ສິນ​ໃຈ​ເອົາ​ໄຊ​ຊະ​ນະ​ໄລ​ຍະ 2010 – 2015; ຜູ້​ແທນ​ທີ່​ຕາງ​ໜ້າ​ບັນ​ດາ​ໝູ່​ຄະ​ນະ​ວິ​ລະ​ຊົ​ນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ວິ​ລະ​ຊົນ​ແຮງ​ງານ​ໄລ​ນະ​ປ່ຽນ​ແປງໃໝ່ ແລະ ນັກ​ຮົບ​ແຂ່ງ​ຂັນ​ທົ່ວ​ປະ​ເທດ, ທົ່ວ​ກອງ​ທັບ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິ້ນ​ຢຸງ ເນັ້ນ​ໜັກ​ວ່າ :

“ ໂດຍ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ວິ​ລະ​ຊົນ, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມຕ້ອງ​ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ, ກັບ​ລັດ​ຖະ​ທຳ​ມະ​ນູນ. ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມຕ້ອງ​ປະ​ຕິ​ບັດ​ຕາມ​ການ​ນຳ​ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ກໍ່​ສ້າງກອງ​ທັບ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ເຂດ​ຫມູ່​ເກາະ​ທະ​ເລທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ການ​ດຳ​ລົງ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ, ປົກ​ປັກ​ຮັກ​ສາ​ພັກ, ລັດ  ແລະ ລະ​ບອບ ”.
ຂ່າວ/ບົດ​ອື່ນ