ທ່ານນາງ ຫງວຽນທິກິມເງິນເຂົ້າຮ່ວມພິທີ
(ພາບ: Ngọc Thiện - TTXVN)
(vovworld) – ກ່າວຄຳເຫັນທີ່ພິທີຕ້ອນຮັບຂໍ້ຕົກລົງ ຟອງດ່ຽນ ບັນລຸມາດຖານຊົນນະບົດໃໝ່ຈັດຂຶ້ນໃນຕອນເຊົ້າວັນທີ 17/5, ຢູ່ເມືອງ ຟອງດ່ຽນ, ນະຄອນ ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຜົນສຳເລັດຂອງເມືອງ ຟອງດ່ຽນ ແມ່ນພື້ນຖານ, ແມ່ນປະຖົມປັດໄຈເພື່ອໃຫ້ແຂວງ ເກີນເທີ ສືບຕໍ່ບັນລຸໄດ້ບັນດາໝາກຜົນສູງກ່ວາໃນການກໍ່ສ້າງຊົນນະບົດໃໝ່. ນີ້ກໍ່ແມ່ນແບບຢ່າງເພື່ອໃຫ້ບັນດາທ້ອງຖິ່ນອື່ນໆໃນເຂດທົ່ງພຽງແມ່ນຳ້ຂອງ ຮຳ່ຮຽນເອົາບົດຮຽນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຖືວ່າ:
“ການກໍ່ສ້າງຊົນນະບົດໃໝ່ແມ່ນພາລະກິດຍາວນານຂອງທົ່ວພັກ ທົ່ວປວງຊົນ, ພວກເຮົາບໍ່ສາມາດປະຕິບັດຢ່າງຟ້າວຟັ່ງໄດ້. ຂ້າພະເຈົ້າຫວັງວ່າ, ບັນດາມະຕິ, ໂຄງການເຄື່ອນໄຫວຂອງສະພາປະຊາຊົນ, ຂອງອຳນາດການປົກຄອງທຸກຂັ້ນຕ້ອງຊີ້ແຈ້ງໜ້າທີ່ລະອຽດ. ພວກເຮົາຕ້ອງແກ້ໄຂບັນດາສິ່ງຈຳກັດ ແລະ ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ລະດົມກຳລັງໃຈຂອງປະຊາຊົນທຸກຊັ້ນວັນນະຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີ, ເຂັ້ມແຂງ.”