ກໍ່ສ້າງເສົາທຸງຊາດໃນ ເກາະຫລີເຊີນ
(ພາບ: thanhnien.com.vn)
(vovworld)- ໃນຂອບເຂດງານຕັ້ງຄ້າຍ “ນັກສຶກສາກັບເຂດໝູ່ເກາະທະເລຂອງປະເທດຊາດປີ 2013“, ຕອນເຊົ້າວັນທີ 4/5, ສະມາຄົມນັກສຶກສາຫວຽດນາມ ສົມທົບກັບຄະນະຊາວໜຸ່ມແຂວງກວາງຫງາຍ ໄດ້ຈັດພິທິເລີ່ມລົງມືກໍ່ສ້າງເສົາທຸງຊາດໃນຈອມພູເທີຍເລີຍ (Thới Lới) ຂຶ້ນກັບຕາແສງອານຫວິ໋ງ (An Vĩnh ) ເມືອງຫລີເຊີນ. ຕາມການອອກແບບແລ້ວ, ເສົາທຸງມີລວງສູງ 25 ມ ມຸ້ງໄປສູ່ເຂດໝູ່ເກາະຮ່ວາງຊາ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນທ້າຍປີ 2013 ນີ້. ເງິນກໍ່ສ້າງເສົາທຸງໂດຍບັນດາສະມາຄົມນັກສຶກສາໃນທົ່ວປະເທດປະກອບ. ອ້າຍຫງວຽນມິງຈຽດ, ຜູ້ອຳນວຍການສູນໜູນຊ່ວຍ ແລະ ພັດທະນານັກສຶກສາຫວຽດນາມ ໃຫ້ຮູ້ວ່າ:
“ນັກສຶກສາຫວຽດນາມ ລ້ວນແຕ່ມຸ້ງໄປສູ່ເຂດໝູ່ເກາະທະເລ ແລະ ມີຄວາມປາດຖະໜາຢາກມີກິດຈະກຳທີ່ເປັນຂີດໝາຍແຫ່ງຄວາມເອົາໃຈໃສ່ຂອງນັກສຶກສາຕໍ່ອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດ. ກິດຈະກຳດັ່ງກ່າວໂດຍນັກສຶກສາເປັນຜູ້ອອກແບບ, ລະດົມແຫຼ່ງທຶນ ແລະ ກໍ່ສ້າງເອງ. ຜ່ານເສົາທຸງຊາດນີ້, ພວກຂ້າພະເຈົ້າຢາກໃຫ້ຊາວປະມົງແຕ່ລະຄົນເມື່ອອອກຫາປາຢູ່ໄກຝັ່ງຈະສາມາດເຫັນໄດ້ທຸງຊາດປີ່ວສະບັດໃນຈອມພູເທີຍເລີຍ“.