ພິທີເຊັນກອງທຶນຊ່ວຍເຫຼືອເດັກນ້ອຍ ຫວຽດນາມ ແລະ ບໍລິສັດໃຫຍ່ປະກັນຊີວິດ ບ໋າວຫວຽດ
(ພາບ: baotintuc.vn)
|
(vovworld) – ວັນທີ 16/6, ຢູ່ຮ່າໂນ້ຍ, ກອງທຶນຊ່ວຍເຫຼືອເດັກນ້ອຍ ຫວຽດນາມ ແລະ ບໍລິສັດໃຫຍ່ປະກັນຊີວິດ ບ໋າວຫວຽດ ໄດ້ເຊັນຂໍ້ຕົກລົງຮ່ວມມື “ທຶນໜູນຊ່ວຍການສຶກສາ - ລົດຖີບຊ່ວຍໃຫ້ເດັກໄປໂຮງຮຽນ 2015”, ມອບລົດຖີບ 1.200 ຄັນໃຫ້ເດັກນ້ອຍທຸກຍາກແຕ່ຮຽນເກັ່ງດ້ວຍຍອດມູນຄ່າກ່ວາ 2,3 ຕື້ດົ່ງ. ທ່ານນາງ ດ່າວຮົ່ງລານ, ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ແຕ່ລະປີ, ຫວຽດນາມມີເດັກນ້ອຍຕ້ອງປະລະການຮ່ຳຮຽນກ່ວາ 200.000 ຄົນ, ສາຍເຫດຕົ້ນຕໍແມ່ນຍ້ອນຄອບຄົວພວກນ້ອງປະສົບກັບຄວາມຫຍຸ້ງຍາກ ແລະ ພວກນ້ອງຕ້ອງໄປໂຮງຮຽນຢູ່ຫ່າງໄກ. ມີຫຼາຍຄອບຄົວທຸກຍາກບໍ່ມີເງິນເພື່ອຊື້ປື້ມໃຫ້ພວກນ້ອງ, ຫຼາຍຄົນຢູ່ເຂດຫ່າງໄກສອກຫຼີກຕ້ອງຜ່ານໄລຍະທາງແຕ່ 5 – 10 ກມ ຫຼື ໄກກ່ວາຈຶ່ງສາມາດໄປຮອດໂຮງຮຽນໄດ້. ລາຍການ “ທຶນໜູນຊ່ວຍການສຶກສາ - ລົດຖີບຊ່ວຍເດັກໄປໂຮງຮຽນ” ຈະປະກອບສ່ວນໜູນຊ່ວຍທຶນສຶກສາ ແລະ ລົດຖີບໃຫ້ເດັກນ້ອຍທຸກຍາກ, ຊ່ວຍໃຫ້ພວກນ້ອງມີໂອກາດໄປໂຮງຮຽນ, ຮັບປະກັບໃຫ້ພວກນ້ອງປະຕິບັດບັນດາຄວາມໄຝ່ຝັນຕໍ່ອະນາຄົດທີ່ສົດໄສກ່ວາ.