(vovworld) – ໃນການປະຊຸມພາຍນອກກອງປະຊຸມປະຈຳປີຂອງສະພາຜູ້ວ່າການທະນາຄານພັດທະນາອາຊີ (ຫຼື ADB) ຄັ້ງທີ 45 ທີ່ນະຄອນຫຼວງ Manila ຂອງ ຟິລິບປິນ, ບັນດາປະເທດອາຊຽນ ໄດ້ຈັດພິທີສະເໜີຕົວກອງທຶນພື້ນຖານໂຄງລ່າງອາຊຽນ (ຫຼື AIF) ຢ່າງເປັນທາງການ. ນີ້ແມ່ນກອງທຶນໃຫຍ່ທີ່ສຸດນັບແຕ່ກ່ອນມາຂອງ ອາຊຽນ ເພື່ອແນໃສ່ຊ່ວຍເຫຼືອບັນດາໂຄງການພັດທະນາພື້ນຖານໂຄງລ່າງສຳຄັນຂອງບັນດາປະເທດສະມາຊິກ. ການສ້າງກອງທຶນພື້ນຖານໂຄງລ່າງ ອາຊຽນ ແມ່ນບາດລ້ຽວ, ສ້າງປະຖົມປັດໄຈໃຫ້ແກ່ບັນດາປະເທດ ອາຊຽນ ພ້ອມກັນອຸປະຖຳ ໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ, ຊ່ວຍຊຸກຍູ້ດ້ານການຄ້າ, ການເຕີບໂຕດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ 500 ລ້ານຄົນໃນປະຊາຄົມ ອາຊຽນ. ກອງທຶນພື້ນຖານໂຄງລ່າງ ອາຊຽນ ຈະອຸປະຖຳໃຫ້ແກ່ບັນດາໂຄງການກໍ່ສ້າງ ທາງບົກ, ທາງລົດໄຟ, ລະບົບສະໜອງ ໄຟຟ້າ, ນ້ຳ ແລະ ບັນດາຄວາມຕ້ອງການພື້ນຖານໂຄງລ່າງອື່ນໆ ຂອງບັນດາປະເທດອາຊຽນ, ຄາດວ່າຕ້ອງການຈຳນວນເງິນ 60 ຕື້ USD/ປີ.