ກອງທັບບັນດາປະເທດອາຣັບຜັນຂະຫຍາຍການສ້າງກຳລັງປ້ອງກັນປະເທດລວມ

ກອງທັບບັນດາປະເທດອາຣັບຜັນຂະຫຍາຍການສ້າງກຳລັງປ້ອງກັນປະເທດລວມ - ảnh 1
ສ້າງ​ຕັ້ວ​ກຳ​ລັງກອງ​ທັບ​​ລວມ​ບັນ​ດາປະ​ເທດ ອາ​ຣັບ ​ເພື່ອ​ແນ​ໃສ່​ຮັບ
​ມື​ກັບ​ບັນ​ດາ​ກຳ​ລັງ​ສົງ​ຄາມ​ອິດ​ສະ​ລາມ
(ພາບ: baotintuc.vn)

(vovworld) - ວັນ​ທີ 22/4, ການ​ນຳ​ກອງ​ທັບບັນ​ດາ​ປະ​ເທດ ສະ​ຫະ​ພາບ ອາ​ຣັບ (AL) ໄດ້​ເລີ່ມ​​ການ​ເຄື່ອນ​ໄຫວ​ຕ່າງໆກະ​ກຽ​ມ​ໃຫ້​ແກ່​ກາ​ນ​ສ້າງ​ຕັ້ງ​ກຳ​ລັງ​ກອງ​ທັບ​ລວມ​ຂອງ​ພາກ​ພື້ນນີ້, ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ກຳ​ລັງ​ສົງ​ຄາມ​ອິດ​ສະ​ລາມ, ເຊິ່ງ​ລວມ​ທັງ​ “ອົງ​ການ​ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ບັນ​ດາ​ປະ​ເທດ ອາ​ຣັບ, ດຳ​ເນີນ​ໄປ​ໃນ​ສຳ​ນັກ​ງານ AL ຢູ່​ນະ​ຄອນຫຼວງ ກາຍ​ໂຣ, ປະ​ເທດ ອີ​ຢິບ, ທ່ານ​ປະ​ທານ AL Nabil al – Arabi ເວົ້າ​ວ່າ: ເລື່ອງ​ສ້າງ​ຕັ້ງ​ກຳ​ລັງ​ການ​ທະ​ຫານ​ລວມ​ຂອງ​ກຸ່ມບໍ່​ແມ່ນເພື່ອ​ແນ​ໃສ່​​ຕ້ານ​ຄືນບໍ່​ວ່າ​ປະ​ເທດ​ໃດໆ. ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ແຜ​ນ​ການນີ້​ແມ່ນ​ດຳ​ເນີນ​ບັນ​ດາບັ້​ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ ແລະ ຮັກ​ສາ​ຄວາມ​ສະ​ຫງົບ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ເສ​ນາ​ທິ​ການ​ໃຫຍ່ກອ​ງ​ທັບ ອີ​ຢິບ, ນາຍ​ພົນ Muhmud Hegary, ບັນ​ດາ​ຜູ້​ແທນ​ຈະ​ປືກ​ສ​າ​ຫາ​ລື​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່ກ່ຽວ​ຂ້ອງ​ເຖິງ​​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ຫຼັກ​ການ​ເຄື່ອນ​ໄຫວ ແລະ ການ​ປະ​ກອບ​ສ່ວນ​ດ້ານການ​ເງິນ​​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

 


ຂ່າວ/ບົດ​ອື່ນ