ກອງທັບອິດສຣາແອນ ດຳເນີນການຊ້ອມຮົບຢູ່ເຂດຊາຍແດນຕິດກັບກາຊາ

ກອງທັບອິດສຣາແອນ ດຳເນີນການຊ້ອມຮົບຢູ່ເຂດຊາຍແດນຕິດກັບກາຊາ  - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 22/03, ກອງທັບ ອິດສຣາ​ແອນ ​ໄດ້​​ເປີດ​ການ​ຊ້ອມ​ຮົບຢ່າງ​ກະທັນຫັນ​ຢູ່​ລຽບຕາມ​ເສັ້ນ​ຊາຍ​ແດນ​ທາງ​ທິດ​ໃຕ້​ຕິດ​ກັບ​ເຂດ​ກາຊາ​. ​ແຈ້ງ​ການ​ຂອງ​ກອງທັບ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ການ​ຊ້ອມຮົບຖືກ​ດຳ​ເນີນ​ໃນ​ມື້​ໜຶ່ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ບັນດາ​ກຳລັງ​ທະຫານ​ບົກ ​ແລະ ທາງ​ອາກາດ. ​​ໂຄສົກ​ກອງທັບ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ການ​ຊ້ອມ​ຮົບ​ໄດ້​ສ້າງ​ແຜນການ​ລວງ​ໜ້າ ​ແລະ ບໍ່​ແນ​ໃສ່​ໂຕ້​ຕອບ​ບັນດາ​ການ​ຜັນ​ແປ​ດ້ານ​ຄວາມ​ສະຫງົບ​ທີ່​ເກີດ​ຂຶ້ນ​​ໃນ​ໄລຍະ​ຜ່ານ​ມາ​ຢູ່​ເຂດ​ດັ່ງກ່າວ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກົມ​ກອງ​ທະຫານອິດສຣາ​ແອນ ຮັບຜິດຊອບ​ການ​ຮັບ​ມື​ກັບ​ໄພພິບັດ ​ແລະ ສະພາບ​ການ​ຮີບ​ດ່ວນ​ຢູ່​ບັນດາ​ສູນ​ທີ່​ມີ​ພົນລະ​ເມືອງ​ເປັນ​ຈຳນວນ​ຫຼວງ​ຫຼາຍ ກໍ່​ດຳ​ເນີນ​ການ​ຊ້ອມ​ຮົບ​ຢູ່​ບັນດາ​ນະຄອນ​ອ້ອມ​ຂ້າງ Tel Aviv.

ຂ່າວ/ບົດ​ອື່ນ