ພາບປະກອບ
(vovworld) – ຕອນບ່າຍວັນທີ 6/7, ຢູ່ຮ່າໂນ້ຍ, ຫົວໜ້າກອງບັນຊາການນະຄອນຫຼວງ ຮ່າໂນ້ຍ, ທ່ານ ຟີ໋ກວກຕ໋ວນ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານນະຄອນຫຼວງ ວຽງຈັນ ໂດຍທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ, ອະດີດກຳມະການການເມືອງກອງບັນຊາການທະຫານນະຄອນຫຼວງ ວຽງຈັນ ນຳໜ້າໄດ້ມາຢ້ຽມຢາມ ຫວຽດນາມ, ທ່ານ ຟີ໋ກວກຕ໋ວນ ປາດຖະໜາວ່າ: ຜ່ານການຢ້ຽມຢາມ, ພົວພັນແລກປ່ຽນຄັ້ງຕ່າງໆ, ນ້ຳໃຈມິດຕະພາບ, ສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ ຍາມໃດກໍ່ຖືກຮັດແໜ້ນ, 2 ຝ່າຍຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນແລະ ກັນ.
ສ່ວນທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຫວັງວ່າ, ສາຍພົວພັນລະຫວ່າງ 2 ປະເທດນັບມື້ນັບດີງາມກ່ວາອີກ ແລະ ລາວ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ໃນທຸກໆຂົງເຂດທີ່ເວທີສາກົນ, ເພື່ອນຳສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບດີງາມກ່ວາອີກ.