ກອງປະຊຸມກ່ຽວກັບການຍົກສູງການຮ່ວມມືດ້ານກະສິກຳຫວຽດນາມໃນໄລຍະໃໝ່
(ກອງປະຊຸມກ່ຽວກັບການຍົກສູງ
ການຮ່ວມມືດ້ານກະສິກຳຫວຽດນາມໃນໄລຍະໃໝ່)
(vovworld) - ກອງປະຊຸມສຳມະນາສາກົນ “ຍົກສູງປະສິດທິຜົນການຮ່ວມມືດ້ານກະສິກຳ ໃນໄລຍະໃໝ່ແຫ່ງການເຊື່ອມໂຍງເຂົ້າກັບສາກົນ”, ຖືກດຳເນີນໃນວັນທີ 17/12, ຢູ່ຮ່າໂນ້ຍ, ເພື່ອແນໃສ່ຕີລາຄາໂອກາດ ແລະ ການທ້າທາຍໃນການຊຸກຍູ້ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ, ພິເສດເມື່ອຫວຽດນາມ ເຂົ້າເປັນສະມາຊິກສົນທິສັນຍາຂ້າມປາຊີຟິກ (TPP). ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ຢືນຢັນວ່າ, ຂະແໜງກະສິກຳມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າບັນດາຜົນງານໃນການພັດທະນາເສດຖະກິດສັງຄົມອັນໃຫຍ່ຫຼວງຂອງຫວຽດນາມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກ໋ວກແຢງ, ເນັ້ນໜັກວ່າ.
“ກະສິກຳຍາມໃດກໍແມ່ນເນື້ອໃນຫຼັກແຫຼ່ງໃນວິວັດແຫ່ງການເຊື່ອມໂຍງຂອງຫວຽດນາມ ເຂົ້າບັນດາອົງການຈັດຕັ້ງສາກົນພາກພື້ນ, ບັນດາເວທີປາໄສ 2 ຝ່າຍ, ຫຼາຍຝ່າຍຄື: ASEAN, APEC, ASEM, WTO; ຜັນຂະຫຍາຍບັນດາຄຳໝັ້ນສັນຍາໃນຂອບເຂດບັນດາສັນຍາການຄ້າເສລີກັບບັນດາຄູ່ຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ. ຄຽງຂ້າງນັ້ນ, ການຮ່ວມມືໃນຂົງເຂດກະສິກຳ, ຊົນນະບົດໄດ້ຮັບການສ້າງຕັ້ງກັບບັນດາປະເທດ ແລະ ເຂດແຂ້ວນຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອແນໃສ່ເພີ່ມທະວີການຮ່ວມມື ກໍຄືຊຸກຍູ້ດ້ານການຄ້າ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ການພັດທະນາກະສິກຳແບບຍືນຍົງ”.