ກອງປະຊຸມຄັ້ງທີ 10 ຄະນະບໍລິ ຫານງານອົງຄະນະພັກ ກຸ່ມບັນດາອົງການຈັດຕັ້ງສູນກາງ
(ພາບປະກອບ:vp.mine.vn)
(vovworld)- ຕອນເຊົ້າວັນທີ 25/9, ຢູ່ຮ່າໂນ້ຍ ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງໄດ້ຈັດກອງປະຊຸມຄະນະບໍລິຫານງານຄັ້ງທີ 10 ເປີດກ້ວາງດ້ວຍເນື້ອໃນຈຸດສຸມຄື: ໃຫ້ຄຳເຫັນເຂົ້າໃນຮ່າງບົດລາຍງານສຳຫຼວດກວດກາຄະນະປະຈຳອົງຄະນະພັກກຸ່ມ ຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4. ບັນດາຄຳເຫັນທີ່ກອງປະຊຸມລ້ວນແຕ່ຖືວ່າ: ການສຳຫຼວດກວດກາຄະນະປະຈຳອົງຄະນະພັກກຸ່ມ ບັນດາອົງການຈັດຕັ້ງສູນກາງ ໄດ້ຕິດພັນກັບເນື້ອໃນ,ຄຳຮຽກຮ້ອງຂອງມະຕິສູນກາງພັກຄັ້ງທີ 4 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບວຽກງານກໍ່ສ້າງພັກໃນປະຈຸບັນ“. ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະສັນໂດຍໃຫ້ຂໍ້ສັງເກດວ່າ: ບົດລາຍງານສຳຫຼວດກວດກາຄະນະປະຈຳໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດ, ຫວັງຢາກກ້າວໜ້າ, ການໄຈ້ແຍກຢ່າງກົງໄປກົງມາໃນບັນດາຂໍ້ຄົງຄ້າງທີ່ໄດ້ແກ່ຍາວ, ຊີ້ໃຫ້ເຫັນສາຍເຫດພ້ອມທັງຍົກອອກມາດຕະການແກ້ໄຂລະອຽດ. ຕິດພັນກັບວິວັດການສຳຫຼວດກວດກາ, ຄະນະປະຈຳອົງຄະນະພັກກຸ່ມ ໄດ້ຊີ້ນຳຢ່າງແໜ້ນແຟ້ນ, ຜັນຂະຫຍາຍຢ່າງມີປະສິດທິຜົນສຳລັບເລື່ອງແກ້ໄຂໃບຮ້ອງທຸກ, ກ່າວຟ້ອງ, ພິຈາລະນາບັນດາບັນຫາກ່ຽວກັບວຽກງານພະນັກງານ, ຄຸ້ມຄອງການເງິນ, ຊັບສົມບັດຕາມຄຳຮຽກຮ້ອງຂອງຄະນະກຳມະການກວດກາສູນກາງ, ມີຂໍ້ສະຫລຸບລະອຽດກ່ຽວກັບຄວາມຮັບຜິດຊອບຂອງໝູ່ຄະນະ ແລະ ສ່ວນບຸກຄົນທີ່ກ່ຽວຂ້ອງ.