ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ


ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ - ảnh 1
logo ຂອງສະມາຄົມຊາວກະສິກອນ ຫວຽດນາມ
(ພາບປະກອບ)

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 22/5, ຢູ່ ຮ່າ​ໂນ້ຍ, ສະມາຄົມ​ຊາວ​ກະສິກອນຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຄັ້ງ​ທີ 12 (ຊຸດ​ທີ 5). ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ລົງ​ຄະ​ແນນ​ສຽງ, ​ຮັບ​ຮອງ​ເອົາ​​ແຜນ​ຮ່າງ​ບຸກຄະນະ​ກອນ​ຄະນະ​ບໍລິຫານ​ງານສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຊຸ​ດທີ 6 ອາຍຸ​ການ 2013 – 2018 ລວມມີສະມາ​ຊິກ 125 ທ່ານ. ທ່ານ ​ຫງວຽນ​ກວກ​ເກື່ອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຊຸດ​ທີ 5, ​ໃຫ້​ຮູ້​ວ່າ:

“​ເລື່ອງ​ແນະນຳ​ພະນັກງານ​ເພື່ອ​ເລືອກ​ຕັ້ງ​ເຂົ້າ​ຄະນະ​ບໍລິຫານ​ງານຊຸດ​ທີ 6 ​ແມ່ນ​ວຽກ​ງານ​ສຳຄັນ, ມີ​ຄວາມ​ໝາຍ​ຕັດສິນ​ເຖິງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ສະມາຄົມ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ດັ່ງ​ນັ້ນ, ຕ້ອງ​ສະ​ເໜີບັນດາ​ຜູ້​ແທນ​ທີ່​ເໝາະ​ສົ​ມ, ມີ​​ຄວາມ​ສາມາດ, ລະດັບຄວາມ​ຮູ້, ຄຸນສົມບັດຢ່າງ​ພຽງພໍ ​ເພື່ອ​ເລືອກ​ຕັ້ງ​ເຂົ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ຊຸດ​ທີ 6”

   

ຂ່າວ/ບົດ​ອື່ນ