ກອງປະຊຸມຄັ້ງທີ 14 ຂອງຄະນະ ກຳມະການຮ່ວມມືລວມອາຊຽນ - ຈີນ

ກອງປະຊຸມຄັ້ງທີ 14 ຂອງຄະນະ ກຳມະການຮ່ວມມືລວມອາຊຽນ - ຈີນ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 14 ຄະນະ​ກຳມະການ​ຮ່ວມ​ມື​ລວມ (ACJCC)
(ພາບ: chinhphu.vn)


(vovworld) -     ​ແຈ້ງ​ການ​ໜັງ​ສື່​ພິມ​​ເມື່ອວັນ​ທີ 18/03, ຂອງຄະນະ​ເລຂາ​ອາຊຽນ ​ໃຫ້​ຮູ້​ວ່າ, ອາ​ຊຽນ ​ແລະ ຈີນ ຫາ​ກໍ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 14 ຄະນະ​ກຳມະການ​ຮ່ວມ​ມື​ລວມ (ACJCC) ​ເພື່ອ​ແນ​ໃສ່​ພິຈາລະນາ, ຕີ​ລາຄາ​ການ​ຮ່ວມ​ມື ​ແລະ ບັນດາ​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃນ​ຮອບ​ເວລາ​ໜຶ່ງ​ປີຜ່ານມາ. ກອງປະຊຸມ​​ໄດ້​ສຸມ​ໃສ່​ຕີ​ລາຄາ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ການ​ເຄື່ອນ​ໄຫວ​ລວມ ອາ​ຊຽນ - ຈີນ ​ໃນ 3 ​ເສົ້າ​ຄ້ຳ​ ​ເຊິ່ງລວມມີ ການ​ເມືອງ - ​ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ; ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນດາ​ຂໍ​້ລິ​ເລີ່​ມ ​ແລະ ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ຈີນ ຄັ້ງ​ທີ 15 ​ແລະ ພິຈາລະນາ​​ເຖິງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ຈີນ. ທີ່​ກອງ​ປະຊຸມ, ຝ່າຍ ຈີນ ​ໃຫ້​ຄຳ​ໝັນ​ສັນຍາ​ຈະ​ໜູນ​ຊ່ວຍ​ບັນດາ​ໂຄງການ​ລົງທຶນ ​​ແລະ ການ​ເຄື່ອ​ນ​​ໄຫວ​ໃນ​ຂອບ​ເຂດ​ແຜນ​​ແຜນ​ດຳ​ເນີນ​ງານ​ອາຊຽນ - ຈີນ (​ໄລຍະ 2011 - 2015) ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ສ່ວນ​ ACJCC ​ໄດ້​ເນັ້ນ​ໜັກ​​ເຖິງ​ບາງ​ຂົງ​ເຂດ​ສຳຄັນ​ເຊິ່ງທັງ 2 ຝ່າຍ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກວ່າ​ອີກ, ​ໃນ​ນັ້ນ​ມ​ີການ​ຮ່ວມ​ມື​​ເດີນ​ທະ​ເລ ​ແລະ ​ເຊື່ອມ​ຕໍ່​ອາ​ຊຽນ.

ຂ່າວ/ບົດ​ອື່ນ