ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານອົງຄະນະພັກກຸ່ມບັນດາອົງການສູນກາງ

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານອົງຄະນະພັກກຸ່ມບັນດາອົງການສູນກາງ - ảnh 1
ທ່ານ ຫງວຽນ​ກວາງ​ເຢືອງ
​ເລຂາ​ຄະນະ​ພັກ ກຸ່ມ​ບັນດາ​ອົງການ​ສູນ​ກາງ

(vovworld) - ຕອນ​ເຊົ້າ​ວັນ​ທີ 19/7, ຢູ່ ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງຈັດ​ຕັ້ງ ກອງ​ປະຊຸມ​ຄັ້ງ​ທີ 4 ປະ​ເມີນ​ການ​ປະຕິບັດ​ງານ ​ແລະ ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ການ​ປະຕິບັດ​ວິ​ໄນ​ພັກ​ໃນ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ  2016 ຂອງ​ອົງຄະ​ນະ​ພັກ​ກຸ່ມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ກວາງ​ເຢືອງ, ​ເລຂາ​ຄະນະ​ພັກ ກຸ່ມ​ບັນດາ​ອົງການ​ສູນ​ກາງ, ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາບ​ສາກົນ​ມີ​ການ​ປ່ຽນ​ຫັນປ່ຽນ​ຫຼາຍ​ຢ່າງ, ສືບ​ຕໍ່​ມີ​ຜົນ​ສະທ້ອນ​ເຖິງ​ເສດຖະກິດ​ພາຍ​ໃນ​ປະ​ເທດ. ດັ່ງ​ນັ້ນ​ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກ​ກຸ່ມ ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ຮັບ​ມື​ຢ່າງ​ທັນ​ການ. ​ໃນ​ໜ້າ​ທີ່​ການ​ເມືອງ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ. ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ, ສຸມ​ໃສ່​ພັດທະນາ​ເສດຖະກິດ​ສັງຄົມ. ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ພັກ. ທ່ານ ຫງວຽນ​ກວາງ​ເຢືອງ, ​ເນັ້ນ​ໜັກ​ວ່າ:

        “​ເພີ່ມ​ທະວີ​ການ​ກໍ່ສ້າງ​ປັບປຸງ​ພັກ, ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ອາດຍາ​ສິດ. ​ເດັດ​ດ່ຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ພ້ອມ​ທັງ​ເລືອກ​ເຟັ້ນບັນດາ​ເນື້ອ​ໃນ​ທີ່​ເໝາະ​ສົມ​ກັບ​ລັກສະນະ​ພິ​ເສດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ຫົວໜ່ວຍ, ປະກາດ​ໃຊ້​ບັນດາ​ມະຕິ​ຫົວ​ເລື່ອງ​ສະ​ເພາະ ​ເພື່ອ​ບັນຊາ​ພະນັກງານ​ສະມາຊິກ​ພັກ​​ເອົາ​ໃຈ​ໃສ່​ເຖິງ​ການປ່ຽນ​ໃໝ່ ກ່ຽວ​ກັບ​ວຽກ​ງານ​ການ​ເມືອງ, ​ແນວ​ຄິດ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ພັກ.

 

ຂ່າວ/ບົດ​ອື່ນ