(vovworld) - ພາຍຫຼັງທີ່ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ອັດລົງ, ບັນດາທ່ານກຳມະການກົມການເມືອງ, ກຳມະການສູນກາງພັກໄດ້ຕອບສຳພາດຕໍ່ວົງການນັກຂ່າວກ່ຽວກັບບາງເນື້ອໃນກ່ຽວຂ້ອງເຖິງກອງປະຊຸມ.
ທ່ານ Pham Quang Nghi
(ພາບ:ອິນເຕີແນັດ)
ຕາມທ່ານ Pham Quang Nghi ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ແລ້ວ, ບັນຫາພົ້ນເດັ່ນທີ່ສຸດຂອງກອງປະຊຸມຄັ້ງນີ້ແມ່ນເລື່ອງສູນກາງພັກໄດ້ຮັບຟັງ ແລະ ໃຫ້ຄຳເຫັນເຂົ້າໃນບົດລາຍງານສຳຫຼວດກວດກາຂອງກົມການເມືອງ, ຄະນະເລຂາສູນກາງພັກ. ທ່ານ Pham Quang Nghi ເວົ້າວ່າ:
“ຂ້າພະເຈົ້າເຫັນວ່າ ແບບຢ່າງການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນຢ່າງເຂັ້ມງວດ, ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບຂອງກົມການເມືອງ, ຄະນະເລຂາແມ່ນເລິກເຊິ່ງທີ່ສຸດ ຊື່ງແມ່ນອົງການນຳພາປະຈຳ ແລະ ສູງສຸດຂອງພັກກອມມູນິດຫວຽດນາມ ແລະ ກໍ່ແມ່ນອົງການຮັບຜິດຊອບສູງສຸດຂອງປະເທດຊາດ, ຂອງປະຊາຊົນ“
ກ່ອນລາຍງານໝາກຜົນການສຳຫຼວດກວດກາການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນຕໍ່ກອງປະຊຸມສູນກາງຄັ້ງທີ 6, ກົມການເມືອງ, ຄະນະເລຂາໄດ້ຮັບເອົາຄຳເຫັນຈາກບັນດາທ່ານອະດີດການນຳພັກ, ລັດ, ພະນັກງານສະມາຊິກພັກໄດ້ອອກກິນເບັ້ຍບຳນານດ້ວຍນ້ຳໃຈຮັບຜິດຊອບ ແລະ ຄວາມສຸດຈິດສຸດໃຈ. ທ່ານ Le Thanh Hai ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ສະແດງໃຫ້ເຫັນຄວາມຮູ້ສຶກຢ່າງເລິກເຊິ່ງຜ່ານບັນດາຄຳເຫັນປະກອບນີ້:
“ນີ້ແມ່ນຊ່ອງຂໍ້ມູນທີ່ສຳຄັນ, ຊື່ງສະແດງໃຫ້ເຫັນວ່າ, ຖ້າມີການຮັບຟັງທີ່ດີ, ຫວັງສິ່ງທີ່ດີ ຈະຊ່ວຍໃຫ້ຕົນເອງດີກ່ວາໃນການປະຕິບັດໜ້າທີ່. ຜ່ານການສຳຫຼວດກວດກາຂອງກົມການເມືອງ, ຄະນະເລຂາສູນກາງພັກ ກໍ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການຊື່ງມະຕິກອງປະຊຸມສູນກາງພັກຄັ້ງທີ 4 ໄດ້ວາງອອກ ນັ້ນແມ່ນແກ້ໄຂໄດ້ສະພາບທີ່ວ່າ: ເຫັນພຽງແຕ່ຈຸດອ່ອນຂອງຄົນອື່ນເທົ່ານັ້ນ, ຫາກບໍ່ແມ່ນຈຸດອ່ອນຂອງຕົນເອງ, ແຕ່ໃນຄັ້ງນີ້, ດ້ວຍນ້ຳໃຈຮັບຜິດຊອບສູງ ແລະ ລັກສະນະຕຳນິຕົນເອງສູງຂອງກົມການເມືອງ, ຄະນະເລຂາ ແລະ ສະມາຊິກແຕ່ລະທ່ານໄດ້ປະຕິບັດສິ່ງດັງກ່າວເປັນຢ່າງດີ. ນີ້ກໍ່ແມ່ນການສະແດງໃຫ້ເຫັນການຍົກອອກແບບຢ່າງລະອຽດ ເພື່ອໃຫ້ຂັ້ນລຸ່ມຮ່ຳຮຽນເອົາ ແລະ ປະຕິບັດຕາມ“
(ພາບ:cpv.org.vn)
ສ່ວນທ່ານ Luong Ngoc Binh ກຳມະການສູນກາງພັກ, ເລຂາຄະນະພັກແຂວງ Quang Binh ໄດ້ເວົ້າວ່າ:
“ໃນບັນດາເນື້ອໃນທີ່ກອງປະຊຸມສູນກາງພັກຄັ້ງທີ 6 ໄດ້ປຶກສາຫາລື ແລະ ຕົກລົງນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ເນື້ອໃນປຶກສາຫາລືກ່ຽວກັບແຜນຮ່າງການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝໃນເງື່ອນໄຂເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບໂລກ. ອາດເວົ້າໄດ້ວ່າ, ນີ້ແມ່ນແຜນຮ່າງໄດ້ຮັບການປຶກສາຫາລືຢ່າງລະອຽດທີ່ສຸດ ແລະ ແມ່ນໜຶ່ງໃນບັນດາແຜນຮ່າງໄດ້ປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດຂອງແຜນການພັດທະນາເສດຖະກິດສັງຄົມ“.
ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ອັດລົງ ຊື່ງໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງຕໍ່ຜູ້ແທນແຕ່ລະທ່ານທີ່ເຂົ້າຮ່ວມ. ບັນດາບັນຫາຊຶ່ງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປຶກສາຫາລືຄັ້ງນີ້ມີຄວາມສຳຄັນພິເສດ, ມີຜົນສະທ້ອນຢ່າງໃຫ່ຍຫຼວງ, ຍາວນານຕໍ່ວິວັດທະນາການແຫ່ງການພັດທະນາຂອງການປະຕິວັດຫວຽດນາມ.