ກອງປະຊຸມຄັ້ງທີ 7 ກຳມາທິການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະປັບປັບປຸງ
(vovworld) – ຕອນເຊົ້າວັນທີ 10/8, ຢູ່ ຮ່າໂນ້ຍ, ກຳມາທິການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຈັດກອງປະຊຸມຄັ້ງທີ 7 ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ບົນພື້ນຖານຮັບເອົາຄຳເຫັນປະກອບຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 13 ຜ່ານມາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ປະທານກຳມາທິການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ, ເນັ້ນໜັກວ່າ ຕ້ອງມີລັດຖະທຳມະນູນສະບັບສົມບູນ, ຖືກກັບຄວາມຄືບໜ້າທີ່ໄດ້ວາງອອກ, ຕອບສະໜອງຄວາມມຸ້ງຫວັງຂອງປະຊາຊົນ.
“ຄວາມຕັດສິນໃຈທາງດ້ານການເມືອງຂອງພວກເຮົາແມ່ນຮອດເດືອນ 10 ຕ້ອງຮັບຮອງເອົາ. ແຕ່ນີ້ຮອດເດືອນ 9 ຍັງຄົງຮັບເອົາຄຳເຫັນຂອງປະຊາຊົນ. ນີ້ແມ່ນໄລຍະສຸດທ້າຍ, ຂ້າພະເຈົ້າສະເໜີໃຫ້ສະມາຊິກກຳມາທິການແຕ່ລະຄົນຕ້ອງສະຫງວນເວລາເພື່ອສ້າງລັດຖະທຳມະນູນໃຫ້ສຳເລັດ. ຂ້າພະເຈົ້າຫວັງວ່າ ເມື່ອຍື່ນສະເໜີຕໍ່ສູນກາງຈະບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ, ກົມການເມືອງ, ສະພາແຫ່ງຊາດຈະເຫັນດີເປັນເອກະສັນສູງ. ນັ້ນແມ່ນເຈດຈຳນົງຂອງສະພາແຫ່ງຊາດ, ຂອງປະຊາຊົນ. ສະພາແຫ່ງຊາດໄດ້ຕັ້ງໜ້າ, ປຶກສາຫາລືຢ່າງເລິກເຊິ່ງ, ເຮັດຈົດສຸດຄວາມສາມາດຂອງຕົນ, ລວມສຸມປະຊາທິປະໄຕ, ສະແດງເຈດຈຳນົງຂອງປະຊາຊົນ”
ໂດຍພື້ນຖານ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບຄຳເຫັນປະກອບ, ປັບປຸງ, ເພີ່ມເຕີມກ່ຽວກັບ ພາກ, ມາດຕາ, ເນື້ອໃນທັງໝົດຢ່າງລະອຽດ. ມາຮອດຈຸດເວລາຍັງມີ 2 ກຸ່ມບັນຫາໃຫຍ່ຕ້ອງໄດ້ຮັບການພິຈາລະນາ, ປຶກສາຫາລື ຕື່ມອີກ ນັ້ນແມ່ນບັນຫາກ່ຽວກັບອຳນາດການປົກຄອງທ້ອງຖີ່ນ ແລະ ສະພາປົກປ້ອງລັດຖະທຳມະນູນ.