ກອງປະຊຸມຄັ້ງທີ 7 ສະພາທິດສະດີສູນກາງ

ກອງປະຊຸມຄັ້ງທີ 7 ສະພາທິດສະດີສູນກາງ - ảnh 1
ທ່ານ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງດິງ​ເທ​ຮິງ 

(ພາບ: vietbao.vn)

(vovworld)- ​ວັນທີ 12/3, ​ຢູ່​ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ຈັດກອງ​ປະຊຸມ​ຄັ້ງທີ 7 ​ເພື່ອ​ປຶກ​ສາ​ຫາລື​ໝາກຜົນ​ວຽກ​ງານ​ປີ 2012 ​ແລະ ປຶກສາ​ຫາລື​ທິດ​ທາງ, ໜ້າ​ທີ່​ປີ 2013; ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

  ກ່າວ​ຄຳ​ເຫັນ​​ໄຂກອງ​ປະຊຸມ, ທ່ານ​ດິງ​ເທ​ຮິງ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ສະ​ເໜີ​ວ່າ: ດ້ວຍພາລະ​ໜ້າ​ທີ່​ຂອງສະພາ​ທິດ​ສະ​ດີ​ສູນ​ກາງ, ບັນດາ​ສະມາຊິ​ກສະພາ​ໄດ້​ປະກອບຄຳ​ເຫັນ​ເຂົ້າ​ໃນ​ເນື້ອ​ໃນ​ທັງ​ໝົດ​ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ພ້ອມ​ທັງ​ສຸມ​ໃສ່​ເຮັດ​ແຈ້ງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງບັນດາ​ບັນຫາ​ພື້ນຖານ​ຄື: ອະທິປະ​ໄຕ​ປະຊາຊົນ​ໃນ​ການ​ສ້າງ​ລັດຖະທຳ​ມະນູນ​; ບົດບາດ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ອົງການ​ຈັດຕັ້ງສິດ​ອຳນາດ​ແຫ່ງ​ລັດ; ການ​ກຳນົດ​ສິດ​ກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ, ການ​ກຳນົດ​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ; ກ່ຽວ​ກັບ​ການ​ເລືອກ​ຕັ້ງ, ກ່ຽວ​ກັບ​ທາດ​ແທ້ ​ແລະ ໜ້າ​ທີ່​ການ​ເມືອງ​ຂອງ​ກຳລັງ​ປະກອບ​ອາວຸດ; ກ່ຽວ​ກັບ​ຂັ້ນຕອນ​ການ​ປັບປຸງ​ລັດຖະທຳ​ມະນູນ​ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ. ບັນດາ​ສະມາຊິກ​ສະພາ​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ເນື້ອ​​ໃນ​ທັງ​ໝົດ​​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເຫັນ​ດີ​ເປັນ​ເອກະສັນ ​ແລະ ວິ​ເຄາະ​ເຮັດ​ແຈ້ງ​ທິດ​ສະ​ດີ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫ່ຍ, ສຳຄັນ​ຍິ່ງ​ຍົກ​ອອກ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

 

ຂ່າວ/ບົດ​ອື່ນ