(ພາບປະກອບ: KPL)
(vovworld)- ຕອນເຊົ້າວັນທີ 11/12 ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 10 ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ ແລະ ຫວຽດນາມ ດຳເນີນໄປຢູ່ ແຂວງ ຈຳປາສັກ ພາກໃຕ້ຂອງລາວ ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນລາວ, ປະທານຄະນະກຳມະການປະສານງານຮ່ວມ ລາວ, ທ່ານ ບຸ່ຍກວາງວີງ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຫວຽດນາມ, ທ່ານ Sun Chanthol, ລັດຖະມົນຕີຂັ້ນສູງ, ກະຊວງການຄ້າ ກຳປູເຈຍ. ບັນດາທ່ານລັດຖະມົນຕີ ໄດ້ຕີລາຄາສູງເລື່ອງ ບັນດາກະຊວງ, ຂະແຫນງການ, ອົງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນບັນດາເຫດການ ແລະ ກອງປະຊຸມຄັ້ງຕ່າງໆ ເພື່ອນຳມາເຊິ່ງຜົນສຳເລັດຂອງກອງປະຊຸມຂັ້ນວິຊາການ (SOM), ຮັບຮອງເອົາບັນດາຂໍ້ສະເຫນີແນະຂອງກອງປະຊຸມ SOM. ນອກນັ້ນ ບັນດາທ່ານລັດຖະມົນຕີ ໄດ້ສຸມໃສ່ສຳຫລວດກວດຄືນ, ຕີລາຄາການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມຂອງກອງປະຊຸມຂັ້ນສູງ ກຳປຸເຈຍ ລາວ ແລະ ຫວຽດນາມ ຄັ້ງທີ 8 ດຳເນີນໃນເດືອນ 11/2014 ຢູ່ ນະຄອນຫລວງ ວຽງຈັນ ແລະ ປຶກສາຫາລືວິທີການເພື່ອລະດົມແຫລ່ງທຶນຈາກບັນດາຄູ່ຮ່ວມມືພັດທະນາ, ອົງການການເງິນ ແລະ ພາກເອກະຊົນເຂົ້າຮ່ວມບັນດາແຜນການ ແລະ ໂຄງການໃນຂອບເຂດການຮ່ວມມືຢູ່ເສດສາມຫລ່ຽມພັດທະນາ.