ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານປະທານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: dangcongsan.vn)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 6/4, ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ປະທານຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ 7 ສະພາ​ທີ່​ປຶກສາ​ຂອງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຊິ່ງລວມມີ: ສະພາ​ທີ່​ປຶກສາ​ວິທະຍາສາດສຶກສາ ​ແລະ ສິ່ງ​ແວດ​ລ້ອມ; ສະພາ​ທີ່​ປຶກສາ​ວັດທະນະທຳ​ສັງຄົມ; ສະພາ​ທີ່​ປຶກສາ​ປະຊາທິປະໄຕກົດໝາຍ; ສະພາ​ທີ່​ປຶກສາ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ; ສະພາ​ທີ່​ປຶກສາ​ສາສະໜາ; ສະພາ​ທີ່​ປຶ​ກສາ​ຊົນ​ເຜົ່າ ​ແລະ ສະພາ​ທີ່​ປຶກສາ​ເສດຖະກິດ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນດ້ວຍ​ການ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ (ສະບັບ​ປັບປຸງ). ທ່ານ ຫງວຽນ​ທ້ຽນ​ເຍີ​ນ ​ໃຫ້​ຮູ້​ວ່າ:

      “ປີ​ນີ້​ມີ​ຮ່າງ​ກົດ​ໝາຍຫຼາຍ​ສະບັບ ​ເຊິ່ງ​ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ເຂົ້າ​ຮ່ວມ​ໄຈ້​ແຍກ​ຕີ​ລາຄາ​ຄື: ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ), ປະມວນ​ກົດໝາຍການ​ດຳ​ເນີນ​ຄະດີອາຍາ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ. ນອກຈາກ​ນັ້ນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກໍ່​ຕິດຕາມ​ກວດກາ​ບາງຂໍ້​ກຳ​ນົດຂອງ​ນາຍົກລັດຖະມົນຕີຄື​ແຜນ​ຮ່າງ​ດຶງ​ດູດ​ຜູ້ຊ່ຽວຊານ​, ປັນຍາ​ຊົນ​ຊາວ​ ຫວຽດນາມ​ ຢູ່​ຕ່າງປະ​ເທດ, ສ້າງສາ​ປະ​ເທດ. ຮ່າງ​ຂໍ້​ຕົກລົງ​ຂອງນາຍົກລັດຖະມົນຕີປະກາດ​ໃຊ້ມາດ​ຖານ​​ແຫ່ງ​ຊາດ​ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ”.

ຂ່າວ/ບົດ​ອື່ນ