ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ ໃຫ້ຂ່າວວ່າ, ແຂວງ ໄຊຍະບຸລີ ຂອງ ລາວ ແລະ ແຂວງ ອຽນບ໋າຍ ຂອງ ຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ແຂວງໃນປີ 2011 ທີ່ຜ່ານມາ. ບົດລາຍງານສະຫຼຸບທີ່ກອງປະຊຸມໄດ້ຢືນຢັນວ່າ, ການຮ່ວມມືລະຫວ່າງອຳນາດການປົກຄອງແຂວງ ໄຊຍະບຸລີ ແລະ ແຂວງ ອຽນບ໋າຍ ແມ່ນສອດຄ່ອງກັບແຜນນະໂຍບາຍຂອງກົມການເມືອງສູນກາງພັກຂອງ 2 ປະເທດທີ່ໄດ້ວາງອອກ. ໃນໄລຍະທີ່ຜ່ານມາ, ການຮ່ວມມື ແລະ ແລກປ່ຽນຄະນະຜູແທນລະຫວ່າງອຳນາດການປົກຄອງ 2 ແຂວງສາມາດຍົກສູງບົດຮຽນໃນການກໍ່ສ້າງ ແລະ ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄ້າ ແລະ ການລົງທຶນ, ພັດທະນາເສດຖະກິດສັງຄົມ ແລະ ການທ່ອງທ່ຽວລະຫວ່າງ 2 ຝ່າຍ. ຜ່ານນັ້ນປະກອບສ່ວນຮັດແໜ້ນ ແລະ ປັບປຸງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ລາວ ໃນທຸກໆຂົງເຂດ.
ໃນປີ 2012, ແຂວງ ອຽນບ໋າຍຈະສືບຕໍ່ລົງທຶນຢູ່ແຂວງ ໄຊຍະບຸລີ ໃນຫຼາຍຂົງເຂດ, ພິເສດແມ່ນລົງທຶນກໍ່ສ້າງໂຮງໝໍ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ພະນັກງານ, ຊ່ວຍເຫຼືອທຶນສຶກສາຈຳນວນ 20 ທຶນ ໃຫ້ແກ່ນັກສຶກສາ ລາວ ພວມຮໍ່າຮຽນຢູ່ບັນດາໂຮງຮຽນຂອງ ຫວຽດນາມ .