ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່ ອິນ​ໂດ​ເນ​ເຊຍ​ ກ່ຽວ​ກັບ​ບົດ​ບາດ​ຂອງ ​ອາ​ຊຽນ ​ໃນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -ວັນທີ 4 ກໍລະກົດ ຢູ່ Jakarta, ປະເທດອິນໂດເນເຊຍ ສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ສົມທົບກັບໜັງສືພິມ Jakatar Post ຈັດຕັ້ງກອງປະຊຸມຖະແຫຼງຂ່າວດ້ວຍຫົວຂໍ້ວ່າ “ບົດບາດຂອງ ອາຊຽນໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ”.
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່ ອິນ​ໂດ​ເນ​ເຊຍ​ ກ່ຽວ​ກັບ​ບົດ​ບາດ​ຂອງ ​ອາ​ຊຽນ ​ໃນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ກອງປະຊຸມຖະແຫຼງຂ່າວຢູ່ ອິນໂດເນເຊຍ ກ່ຽວກັບບົດບາດຂອງ ອາຊຽນ ໃນພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ (ພາບ: TTXVN)

ເຫດການມີການເຂົ້າຮ່ວມຂອງເຈົ້າໜ້າກະຊວງການຕ່າງປະເທດ ອິນໂດເນເຊຍຫຼາຍທ່ານ, ບັນດາພາລະກອນທາງການທູດສາກົນຢູ່ ອິນໂດເນເຊຍ, ວົງການນັກຮຽນຮູ້, ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບເສດຖະກິດ,   ການເມືອງທີ່ຂຶ້ນກັບບັນດາສະຖາບັນຄົ້ນຄ້ວາສາກົນ ແລະ ພາກພື້ນ… ບົນພື້ນຖານການກຳນົດຢ່າງຈະແຈ້ງລັກສະນະຈຳເປັນແລະຮີບດ່ວນຂອງ ອາຊຽນ ໃນການສ້າງ ແລະ ຢັ້ງຢືນບົດບາດຢູ່ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກໃນໄລຍະໃໝ່, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 3 ເນື້ອໃນຕົ້ນຕໍແມ່ນ: ບັນດາປັດໄຈ, ເປົ້າໝາຍຫຼັກຂອງ ອາຊຽນໃນນິຍາມວິໄສທັດຂອງອາຊຽນກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ວິທີການທີ່ອາຊຽນຈະນຳໃຊ້ວິໄສທັດນີ້ເຂົ້າໃນການກຳນົດແຜນນະໂຍບາຍຢ່າງລະອຽດຢູ່ ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ, ປະຕິກິລິຍາ ຂອງບັນດາປະເທດອື່ນໆ, ພິເສດແມ່ນ ຈີນ ແລະ  ອາເມລິກາ ສຳລັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ