(vovworld) -ພັກ ແລະ ລັດນັບຖືບັນດາສ່ວນບຸກຄົນ, ອົງການຈັດຕັ້ງຕ່າງໆທີ່ເຂົ້າຮ່ວມການພັດທະນາການສຶກສາອະນຸບານທີ່ສຸດ. ແຕ່ການເຄື່ອນໄຫວນີ້ຕ້ອງປະຕິບັດຕາມຂໍ້ກຳນົດຂອງກົດໝາຍ. ກ່າວຄວາມເຫັນທີ່ ກອງປະຊຸມທົ່ວປະເທດກ່ຽວກັບສາສະໜາເຂົ້າຮ່ວມ ພັດທະນາການສຶກສາອະນຸບານ, ເຊິ່ງຈັດຂຶ້ນໃນວັນທີ 8/11, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໃຫ້ຮູ້ວ່າ: ເຖິງວ່າກວມກວ່າ 3% ຈຳນວນເດັກອະນຸບານທີ່ໄປໂຮງຮຽນໃນທົ່ວປະເທດເທົ່ານັ້ນ, ແຕ່ນີ້ສ່ວນຫຼາຍແມ່ນເດັກທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກກຳພ້າ, ເດັກພິການ. ພິເສດບັນດາໂຮງຮຽນອະນຸບານໄດ້ເຄືອ່ນໄຫວບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ. ຍ້ອນເຫດນັ້ນ, ສິ່ງດັ່ງກ່າວມີຄວາມໝາຍສັງຄົມໃຫຍ່ທີ່ສຸດ.
ເມື່ອເຕື້ອງເຖິງວຽກງານສຶກສາອະນຸບານເວົ້າລວມ, ທ່ານ ຫງວຽນທ້ຽນເຍິນເນັ້ນໜັກວ່າ, ທ້ອງຖີ່ນຕ່າງໆຄວາມກວດກາແຜນກຳນົດທີ່ດິນໃຫ້ແກ່ການສຶກສາອະນຸບານຄືນໃໝ່, ຕາມທິດນຳບໍ່ມີຮາກຖານສຶກສາອະນຸບານແຫ່ງໃດນອນໃນຮາກຖານສາສະໜາ. ພ້ອມກັນນັ້ນ, ຄວນນຳໃຊ້ບັນດານະໂຍບາຍຂອງລັດໃຫ້ແກ່ການສຶກສາອະນຸບານ, ເຖິງວ່າຈະແມ່ນຂອງລັດ ຫຼືຂອງເອກະຊົນ, ເພື່ອແນໃສ່ຮັບປະກັນໃຫ້ເດັກໄດ້ຊົມໃຊ້ສິດຜົນປະໂຫຍດອັນຊອບທຳຂອງຕົນ.