(vovworld) - ວັນທີ 13/01, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2013 ແລະ ຜັນຂະຫຍາຍໜ້າທີ່ປີ 2014. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ: ປີ 2014 ຂະແໜງໂຄສະນາສຶກສາຄວນສຸມໃສ່ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງຊີ້ນຳ, ຂໍ້ສະຫຼຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຢ່າງມີປະສິດທິຜົນ. ພິເສດແມ່ນບັນດາເອກະສານກອງປະຊຸມສູນກາງພັກຄັ້ງທີ 8 ແລະ ບັນດາກອງປະຊຸມສູນກາງໃນປີ 2014. ຂະແໜງໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອໂຄສະນາ, ສຶກສາກ່ຽວກັບລັດຖະທຳມະນູນ, ປະກອບສ່ວນນຳລັດຖະທຳມະນູນເຂົ້າສູ່ຊີວິດ, ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ມີຄວາມຮັບຮູ້ຢ່າງຖືກຕ້ອງຄວາມໝາຍປະຫວັດສາດ ແລະ ບັນດາຄຸນຄ່າໃໝ່ຂອງລັດຖະທຳມະນູນ, ດຳລົງຊີວິດ ແລະ ເຮັດວຽກຕາມກົດໝາຍ.