ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເຂົ້າຮ່ວມກອງປະຊຸມ
(ພາບ: baobariavungtau.com)
(vovworld) – ກອງປະຊຸມທົ່ວປະເທດກ່ຽວກັບວຽກງານຫ້ອງການຄະນະພັກແຂວງ, ນະຄອນ ໂດຍຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 6/11, ຢູ່ນະຄອນ ຫວຸງເຕົ່າ, ແຂວງບ່າເຣ້ຍຫວຸ້ງເຕົ່າ. ກ່າວຄວາມເຫັນຊີ້ນຳກອງປະຊຸມ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາເນັ້ນໜັກວ່າ: ຫ້ອງວ່າການສູນກາງພັກແລະ ຫ້ອງການຄະນະພັກແຂວງ, ນະຄອນທັງໝົດຕ້ອງມີມາດຕະການໂຄສະນາ, ສຶກສາ ເພື່ອໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ຜູ້ອອກແຮງງານທັງໝົດໃນລະບົບຫ້ອງການອົງຄະນະພັກສືບຕໍ່ຮັບຮູ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດ, ໜ້າທີ່ຂອງອົງການ, ຂອງຕົວເອງທີ່ມີຕໍ່ພັກ, ລັດ, ປະຊາຊົນ. ທ່ານ ເລຮົ່ງແອງ ກໍ່ໄດ້ໃສ່ໃຈຫ້ອງວ່າການສູນກາງພັກ ແລະ ຫ້ອງການຄະນະພັກແຂວງ, ນະຄອນຄວນເຮັດໜ້າທີ່ເປັນເສນາທິການ, ກໍ່ສ້າງ ແລະ ຈັດຕັ້ງການປະຕິບັດລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາ, ແລະ ອົງຄະນະພັກເປັນຢ່າງດີ, ສືບຕໍ່ຕິດແທດກັບສະພາບຕົວຈິງ, ຄົ້ນພົບ ແລະ ສະເໜີຕໍ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ຄະນະພັກທ້ອງຖີ່ນເພີ່ມບັນດາບັນຫາສຳຄັນທີ່ຫາກໍ່ປະກົດກ່ຽວກັບດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສາສະໜາ, ຊົນຊາດເຂົ້າລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາ, ແລະ ອົງຄະນະພັກ.