ກອງປະຊຸມທົ່ວປະເທດ ຊາບຊືມມະຕິກອງ ປະຊຸມສູນກາງພັກ ຄັ້ງທີ 8 ຊຸດທີ 11
ທ່ານດິງເທຮິງກ່າວຄຳເຫັນທີ່ກອງປະຊຸມ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 11/12 ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຊາບຊືມ ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 11. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຢູ່ຮ່າໂນ້ຍແຕ່ວັນທີ 30/9-9/10 ໄດ້ຍົກອອກມະຕິ 2 ສະບັບກ່ຽວກັບການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫ່ມ. ແລະກໍ່ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ສະຫລຸບກ່ຽວກັບ “ສະພາບການເສດຖະກິດສັງຄົມປີ 2013 ແລະ ໜ້າທີ່ປີ 2014“.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດິງເທຮິງ, ຫົວໜ້າ ຄະນະໂຄສະນາສຶກສາສູນກາງສະເໜີໃຫ້ບັນດາຜູ້ແທນຈົ່ງກຳແໜ້ນ, ເຂົ້າໃຈແຈ້ງບັນດາໜ້າທີ່, ມາດຕະການລວມໃນທົ່ວປະເທດ, ພ້ອມທັງໝູນໃຊ້ບັນດາມະຕິ, ສະຫລຸບຢ່າງມີຫົວຄິດປະດິດສ້າງ, ສອດຄ່ອງກັບເງື່ອນໄຂລະອຽດຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍຂອງຕົນ. ທ່ານດິງເທຮິງ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີສະຫງວນຄວາມເອົາໃຈໃສ່ພິເສດເພື່ອຄົ້ນຄ້ວາ, ຊາບຊືມມະຕິສະບັບນີ້. ກ່ອນອື່ນໝົດຕ້ອງເຂົ້າໃຈການຜັນແປໃນສະພາບການພາຍໃນປະເທດ ແລະ ໂລກຢ່າງເລິກເຊິ່ງ; ກຳແໜ້ນ, ເຂົ້າໃຈແຈ້ງບັນດາທັດສະນະຊີ້ນຳ, ທິດນຳ, ໜ້າທີ່ ແລະ ມາດຕະການປົກປັກຮັກສາປະເທດຊາດໃນສະພາບການໃໝ່. ພ້ອມກັນນັ້ນຕ້ອງໝູນໃຊ້ຜັນຂະຫຍາຍຢ່າງມີຫົວຄິດປະດິດສ້າງຢູ່ທ້ອງຖິ່ນ, ຫົວໜ່ວຍຂອງຕົນ; ເຜີຍແຜ່, ຊາບຊືມຢ່າງເລິກເຊິ່ງ ເໝາະສົມກັບແຕ່ລະເປົ້າໝາຍເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປຊຊ ເຂົ້າໃຈດີ ແລະ ຕັ້ງໜ້າເຂົ້າຮ່ວມພາລະກິດປົກປັກຮັກສາປະເທດຊາດ“./.