ກອງປະຊຸມນັກສຶກສາລາວ ສົກຮຽນ 2011 - 2012

ກອງປະຊຸມນັກສຶກສາລາວ ສົກຮຽນ 2011 - 2012 - ảnh 1
(ກອງ​ປະຊຸມ​ນັກ​ສຶກສາລາ​ວ ສົກຮຽນ 2011 – 2012)

(vovworld) -     ຕອນ​ເຊົ້າ​ວັນ​ທີ 25/01, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ນັກ​ສຶກສາລາ​ວ ສົກຮຽນ 2011 – 2012, ​ເພື່ອ​ແນ​ໃສ່​ສະຫຼຸບ​ສົກຮຽນ​ປີຜ່ານ​ມາ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ມີ​ທ່ານ ​ແພງ​ພັນ ​ເລືອ​ງມະ​ນີ, ​ອັກຄະ​ລັດຖະທູດ​, ສະຖານທູດ​ລາວ ປະຈຳ​ຫວຽດນາມ, ທ່ານ​ນາງ ທອງ​ມີ​ ດວນ​ສັກດາ, ຮອງ​ຫ້ອງການ​ວັດທະນະທຳ, ສຶກສາ ສະຖານທູດ​ລາວ ປະຈຳ​ຫວຽດນາມ, ທ່ານ ຄຳ​ລືຊາ ນວນ​ສະຫວັນ, ຫົວໜ້າ​ກົມ​ວຽກ​ງານ​ສຶກສາ, ກະຊວງ​ສຶກສາ ​ແລະ ກິລາ​ລາວ ​ແລະ ຜູ້​ຕາງໜ້າ​​ບັນດາ​ຂະ​ແໜງ​ການ​ຂອງ​ລາວ ​ແລະ ຫວຽດນາມ. ນີ້ແມ່ນ​ກອງ​ປະຊຸມ​ທີ່​ສຳຄັນ​ສຳລັບ​ການ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ - ສຶກສາ, ວິທະຍາສາດ​ເຕັກນິກ​ລະຫວ່າງ​ລັດຖະບານ​ລາວ ​ແລະ ຫວຽດນາມ ເວົ້າລວມ ແລະ ແຜນການຮ່ວມມືລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ກັບກະຊວງສຶກສາ ແລະ ກິລາລາວ ເວົ້າສະເພາະ. ກ່າວຄຳເຫັນທີ່ພິທີ, ທ່ານຄຳ​ລືຊາ ນວນ​ສະຫວັນ, ຫົວໜ້າ​ກົມວຽກ​ງານ​ສຶກສາ, ກະຊວງ​ສຶກສາ ​ແລະ ກິລາ​ລາວ ໃຫ້ຮູ້ວ່າ.

ກອງປະຊຸມນັກສຶກສາລາວ ສົກຮຽນ 2011 - 2012 - ảnh 2
(ທ່ານຄຳ​ລືຊາ ນວນ​ສະຫວັນ, ຫົວໜ້າ​ກົມວຽກ​ງານ​ສຶກສາ, 
ກະຊວງ​ສຶກສາ ​ແລະ ກິລາ​ລາວ)



ໃນ​ສົກຮຽນ 2011 – 2012 ຍອດ​ຈຳນວນ​ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່ໂຮງຮຽນ​ຕ່າງໆ​ຂອງ​ຫວຽດນາມ ແມ່ນ 5,234 ຄົນ, ​ໃນ​ນັ້ນ​ມີນັກ​ສຶກສາ​ທີ່​ຮຽນ​ຈົບ​ກັບ​ເມື່ອ​ປະ​ເທດ​ແມ່ນ 192 ຄົນ. ທີ່​ກອງ​ປະຊຸມນັກ​ສຶກສາລາ​ວ ​ຄັ້ງ​ນີ້, ສະຖານທູດ​ລາວ ​ໄດ້​ມອບ​​ໃບ​ຍ້ອງຍໍ​ໃຫ້​​ບັນດາ​ນັກ​ສຶກສາລາ​ວທີ່​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ ຢູ່​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຕ່າງໆຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ