(vovworld) - ຕອນເຊົ້າວັນທີ 30/10, ຢູ່ຮ່າໂນ້ຍ, ຫວຽດນາມ ໄດ້ດຳເນີນກອງປະຊຸມຄັ້ງທີ 8 ກ່ຽວກັບມາດຕະການຮັບມືກັບບັນດາພະຍາດຕິດແປດຢູ່ອາຊີ. ກອງປະຊຸມແມ່ນຂໍ້ລິເລີມຂອງເຄືອຂ່າຍບັນດານະຄອນໃຫຍ່ອາຊີ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກທົ່ວໄປເພື່ອຄວບຄຸມ ແລະ ປ້ອງກັນ, ຕ້ານບັນດາພະຍາດຕິດແປດຢູ່ພາກພື້ນຢ່າງມີປະສິດທິຜົນ. ທີ່ກອງປະຊຸມ, ບັນດາຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກຮ່າໂນ້ຍ ແລະ 12 ນະຄອນໃຫຍ່ອື່ນໆຂອງອາຊີ ໄດ້ພ້ອມກັນແບ່ງປັນບົດຮຽນກ່ຽວກັບມາດຕະການປ້ອງກັນ, ຕ້ານພະຍາດຕິດແປດທີ່ເປັນອັນຕະລາຍຄືໂລກໄຂ້ຫວັດ A/H5N1, ວັນນະໂລກ ແລະ ບັນດາພະຍາດເຂດຮ້ອນ. ທ່ານ Nguyen Thanh Long, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ.
“ໃນທົດສະວັດມໍ່ໆມານີ້ ຢູ່ບັນດານະຄອນໃຫຍ່ຂອງອາຊີ ພວມປະເຊີນໜ້າກັບໂລກລະບາດໃໝ່ແມ່ນຕີນ, ມື, ປາກເປືອຍ ແລະ ເຮັດໃຫ້ເດັກນ້ອຍນັບ 100 ຄົນເສຍຊີວິດ. ແລະ ບາງພະຍາດອື່ນເກີດຂຶ້ນຢ່າງລຽນຕິດຄື; ໂລກໄຂ້ຫວັດ A/H5N1 ແລະ ພວມປະເຊີນໜ້າກັບເຊື້ອໄວຮັດໃໝ່ (coronavirut). ການແຜ່ລະບາດຢ່າງກວ້າງຂວາງຂອງໂລກພະຍາດໃນທົ່ວໂລກ ອີກຄັ້ງໜຶ່ງໄດ້ກາຍເປັນເນື້ອໃນສຳຄັນ, ຕັກເຕື່ອນໃຫ້ບັນດາປະເທດສະມາຊິກຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳຫຼາຍກວ່າອີກ ເພື່ອຄວບຄຸມພະຍາດສຳເລັດຜົນ”.