ກອງປະຊຸມປະຈຳປີຄັ້ງທີ 21 ລະຫວ່າງ ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ

ໃນວັນ​ທີ 24 ​ແລະ 25 ທັນວາ ປີ 2011, ຢູ່ນະຄອນ ຮ່າ​ໂນ້ຍ​ ໄດ້​ຈັດ​ໃຫ້​ມີກ​ອງປະຊຸມ​ປະຈຳ​ປີ​ຄັ້ງ​ທີ 21 ​ລະ​ຫວ່າງຄະນະ​ຜູ້​ແທນ​​ຊາຍ​ແດນ​ ຫວຽ​ດນາມ - ລາວ. 2 ຝ່າຍ​ໄດ້​ສຸມ​ໃສ່ປຶກສາ​ຫາ​ຫຼື ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວກັບທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ການ​ໄປມາ​ຜ່ານ​ຊາຍ​ແດນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ໃນ​ເຂດ​ຊາຍ​ແດນ, ​ໄກ້​ໄຂ​ບັນ​ຫາ ປຊຊ ອົບ​ພະຍົບ​​ແບບເສລີ ​ແລະ ​ແຕ່ງ​ງານ​ໂດຍບໍ່ມີ​ການ​ຈົດ​ທະບຽນ​ສົມລົດ​ໃນ​ເຂດ​ຊາຍ​ແດນ​ຂອງ 2 ປະ​ເທດ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​​ຍູ້​ໄວ​ລະດັບ​ປະຕິບັດ​ໂຄງການ​ປັກ​ຫຼັກ​ມາຍ​ຖີ່ ​ແລະ ບຸລະນະລະບົບ​ຫຼັກ​ໝາຍ​ຊາຍ​ແດນ​​ແຫ່ງ​ຊາດລະຫວ່າງ ຫວຽດນາມ - ລາວ ​ເພື່ອຮັບປະກັນ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ໃນ​ພື້ນ​ທີ່ຕົວ​ຈິງ​​ໃນ​ປີ 2012, ຜັນ​ຂະຫຍາຍ​ການສ້າງ​ອານຸສັນຍາ​ຮັບ​ຮູ້​ຜົນງານ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ເທື່ອລະ​ກ້າວ ​ເພື່ອ​ສິ້ນ​ສຸດ​ໂຄງການ​ໃນ​ປີ 2014 ​ໃຫ້ຖືກ​ຕາມ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ງ​ສູງ​ 2 ປະ​ເທດ. 2 ຝ່າຍ​ໄດ້​ເຫັນ​ດີ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ເຊັນສົນ​ທິສັນຍາ​ກຳນົດເຂດຊາຍ​ແດນ​ແຫ່ງ​ຊາດລະຫວ່າ​ງ ຫວຽດນາມ - ລາວ ( ຄື​ວັນ​ທີ 18 ກໍລະກົດ 1977 - 18 ກໍລະກົດ 2012 ) .
ຂ່າວ/ບົດ​ອື່ນ