(vovworld) – ກອງປະຊຸມປະຈຳປີບັນດາອົງການບໍ່ຂຶ້ນກັບລັດຖະບານນອກແວ ໄດ້ຈັດຕັ້ງໃນວັນທີ 21/5, ຢູ່ນະຄອນ ກູຍເຍີນ (ແຂວງ ບິ່ງດິງ), ກອງປະຊຸມປະຈຳປີບັນດາອົງການບໍຂຶ້ນກັບລັດຖະບານ ນອກແວ ໂດຍສະພາກາແດງ ນອກແວ ປະຈຳ ຫວຽດນາມ ບໍລິຫານ. ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນຫາຕ່າງໆຄື: ອັບແດດນະໂຍບາຍໜູນຊ່ວຍພັດທະນາ ແລະ ບັນດາບຸລິມະສິດຂອງ ລັດຖະບານ ນອກແວ ປີ 2013 -2014, ອັບແດດບັນດາຜົນສະທ້ອນຂອງໂຄງການຕ່າງໆທີ່ພວມໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ... ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈີ່ນທິທູຮ່າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຕີລາຄາສູງ ບັນດາການໜູນຊ່ວຍຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ນອກແວ, ພິເສດແມ່ນສະພາກາແດງ ນອກແວ ດ້ວຍໂຄງການ “ຫລຸດຜ່ອນຄວາມສ່ຽງໄພທຳມະຊາດ” (DRR) ໄດ້ຮັບການຜັນຂະຫຍາຍແຕ່ປີ 2010 ມາຮອດປະຈຸບັນ.